DMAS Center

DMAS Center

Share

Universal Design = Access For All

03/09/2026

ຄຳຖາມແລກປ່ຽນ: ກໍລະນີອົງກອນມີບ່ອນຈອດລົດສຳລັບຄົນພິການແລ້ວ ແຕ່ຍັງບໍ່ປະຕິບັດ ແລະ ບໍ່ເຄົາລົບປ້າຍ ທ່ານມີວິທີແກ້ແນວໃດແດ່?

Photos from DMAS Center's post 24/06/2026

ມື້ນີ້ພວກເຮົາຍັງໄດ້ສືບຕໍ່ໃຫ້ການຝຶກອົບຮົມກ່ຽວກັບການມີສ່ວນຮ່ວມຂອງຄົນພິການ (Disability Inclusion) ໃຫ້ກັບພະນັກງານຂອງອົງການສະຫະປະຊາຊາດ UN agency ໃນລະດັບພະນັກງານວິຊາການເພື່ອໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບແນວຄວາມຄິດຂອງການສົ່ງເສີມການມີສ່ວນຮ່ວມຂອງຄົນພິການເຂົ້າໃນອົງການຈັດຕັ້ງ ແລະ ໃນແຜນງານຂອງໂຄງການ ເຊິ່ງໃນມື້ນີ້ແມ່ນໄດ້ໃຫ້ເຂົ້າໃຈກ່ຽວກັບສິ່ງທ້າທາຍ, ການປະກອບສິ່ງອຳນວຍຄວາມສະດວກທີ່ເໝາະສົມ, ບັນດານິຕິກໍາຫຼືນະໂຍບາຍທີ່ກ່ຽວພັນກັບຄົນພິການ ແລະ ພ້ອມທັງໄດ້ມີການແລກປ່ຽນປະສົບການ ແລະ ຄໍາແນະນໍາໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນ ສປປ ລາວ.
Today, we continued to provide training on Disability Inclusion for UN agency staff at the technical level. The session aimed to deepen their understanding of incorporating disability inclusion concepts into both the organization and its project programs. Today's focus covered challenges, reasonable accommodations, relevant legislation or policies concerning persons with disabilities, as well as an exchange of experiences and practical recommendations for implementation in the Lao PDR.
nation in Laos

Photos from DMAS Center's post 24/06/2026

ສູນພວກເຮົາມີຄວາມຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມຝຶກອົບຮົມວຽກງານການມີສ່ວນຮ່ວມຂອງຄົນພິການ Inclusion (DI) ໃຫ້ກັບພະນັກງານລະດັບຜູ້ບໍລິຫານຂອງບັນດາ Agency ຢູ່ໃນ ສປປ ລາວ. ເຊິ່ງພວກເຮົາໄດ້ລົງເລີກວຽກງານສິ່ງທ້າທາຍ ຫຼື ອຸປະສັກທີ່ຍັງມີຕໍ່ຄົນພິການ ແລະ ບັນດານະໂຍບາຍ ຫຼື ນິຕິກຳທີ່ຍັງເປັນຊ່ອງຫວ່າງບໍ່ທັນສົ່ງເສີມການມີສ່ວນຮ່ວມຂອງຄົນພິການເທົ່າທີ່ຄວນ ພ້ອມດຽວກັນນັ້ນແມ່ນໄດ້ມີການແລກປຽນປະສົບການຕົວຈິງ ແລະ ແນວທາງໃນການການສົ່ງເສີມໃຫ້ເກີດເປັນຮູບປະທຳໃນອະນາຄົດຂອງແຜນງານຂອງອົງການສະຫະປະຊາຊາດຢູ່ ສປປ ລາວ. ບໍ່ວ່າຈະເປັນວຽກງານການຈ້າງງານແບບມີສ່ວນຮ່ວມ, ແຜນງານໂຄງການຕ່າງໆ ລວມການຈັດສັນງົບປະມານໃນການຈັດຕັ້ງປະຕິບັດຜູ້ທີ່ມີຄວາມພິການໄດ້ຮັບປະໂຫຍດ ແລະ ມີສ່ວນຮ່ວມຢ່າງແທ້ຈິງ.
ບັນດາທ່ານ ການສົ່ງເສີມການມີສ່ວນຮ່ວມຂອງຄົນພິການ ມີຄວາມສຳຄັນຢ່າງຍິ່ງບົນພື້ນຖານສິດທິຂັ້ນພື້ນຖານຂອງມະນຸດ ເຊິ່ງສູນພວກເຮົາມີຄວາມພະຍາຍາມໃນການຮ່ວມມືເພື່ອຂັບເຄື່ອນວຽກງານຄົນພິການໃຫ້ປະກົດຜົນເປັນຈິງ.

ຂໍຂອບໃຈຢ່າງສູງມາຍັງອົງການສະຫະປະຊາຊາດປະຈຳ ສປປ ລາວ. ທີ່ໃຫ້ໂອກາດພວກເຮົາໄດ້ເລົ່າປະສົບການ ແລະ ຄຳແນະນຳໃນການສົ່ງເສີມວຽກງານຄົນພິການໃຫ້ມີສິດສະເໝີພາບ.

"Our center is deeply honored to have the opportunity to facilitate a training session on Disability Inclusion (DI) for executive staff across various UN Agencies in the Lao PDR. During the session, we delved into the challenges and barriers that people with disabilities still face, as well as the existing gaps in policies and legislation that have yet to fully promote disability inclusion. At the same time, we exchanged real-world experiences and discussed concrete pathways to turn inclusion into reality within future UN programs in Lao PDR—including inclusive employment, project interventions, and dedicated budget allocation to ensure that people with disabilities truly benefit and participate.
Everyone, promoting disability inclusion is of utmost importance as it is rooted in fundamental human rights. Our center is fully committed to collaborating with partners to drive disability inclusion forward into tangible action.
We extend our highest gratitude to the United Nations in Lao PDR for providing us with this opportunity to share our experiences and recommendations to promote equal rights for people with disabilities."

29/05/2026

ຮ່ວມກັນສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດແບບມີສ່ວນຮ່ວມ.....

22/05/2026

ສູນພວກເຮົາມີຄວາມພາກພູມໃຈທີ່ໄດ້ມີສ່ວນຮ່ວມຢ່າງເຕັມສ່ວນໃນການປະກອບສ່ວນເຂົ້າໃນແຜນການ -ACT ແລະ #ຄະນະຕ້ານການຄ້າມະນຸດ ເຊິ່ງເປັນອາທິດແຫ່ງການສຸມໃສ່ບັນດາເອກະສານຄຳແນະນຳຕ່າງໆ ເພື່ອຮັບປະກັນວ່າວຽການຕ້ານການຄ້າມະນຸດແມ່ນມີຄວາມກ່ຽວພັນກັບຜູ້ທີ່ມີຄວາມພິການ ເຊິ່ງໄດ້ມີການເຮັດວຽກຮ່ວມກັບຄູ່ຮ່ວມງານທີ່ຫຼາກຫຼາຍ ແລະ ມີປະສົບການຫຼາຍ ເຫັນໄດ້ວ່າມີການເອົາໃຈໃສ່ຮ່ວມກັນຢ່າງຈິງຈັງ ເພື່ອຫຼຸດຜ່ອນວຽການຕ້ານການຄ້າະມຸດ ໂດຍສະເພາະວຽກງານການມີສ່ວນຮ່ວມຂອງຄົນພິການເຂົ້າໃນວຽກງານດັ່ງກ່າວ
-ACT #ຄະນະຕ້ານການຄ້າມະນຸດ

Photos from DMAS Center's post 19/05/2026

ໃນອາທິດຜ່ານມາ ສູນພວກເຮົາໄດ້ເຂົ້າຮ່ວມກອງປະຊຸມໃນເຂືອຄ່າຍວຽກງານຜູ້ພິການໃນກອບຂອງອາຊ່ຽນ Forum Of Entities Associated With ASEAN ຢູ່ປະເທດ ອິນໂດເນເຊຍ ເພື່ອປຶກສາຫາລືວຽກງານພັດທະນາຄົນພິການໃນກອງອາຊຽນ

08/05/2026

ທ່ານຮູ້ບໍ່ວ່າ ພາຍຸໝາກເຫັບຕົກເມືອງ ສີໂຄດຕະບອງ ນະຄອນຫຼວງຈັນຜ່ານມານີ້ ມີຜົນກະທົບຕໍ່ກັບອ້າຍນ້ອງຄອບຄົວຜູ້ທີ່ມີຄວາມພິການຫຼາຍຫຼັງຄາເຮືອນ ເຊິ່ງມັນສົ່ງຜົນກະທົບໂດຍກົງບໍ່ວ່າຈະເປັນຊັບສິນ ລວມທັງຈິດໃຈນຳອີກ ຢາກຮຽກຮ້ອງໃຫ້ມີການຮັບມື, ຊ່ວຍເຫຼືອ ແລະ ຟື້ນຟູ ແບບມີສ່ວນຮ່ວມຢ່າງຈິງຈັງ ກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດ.

https://www.facebook.com/share/v/1BK1UQpVa6/

30/04/2026
11/03/2026

ຄວາມຫຍຸ້ງຍາກໃນການເຂົ້າເຖີງການນຳໃຊ້ລົດເມ BRT
ຂອງຄົນພິການ (ຜູ້ຂີ່ລໍ້ເລື່ອນ)

The difficulty in accessing BRT buses
for people with disabilities (wheelchair users)

08/03/2026

ຊົມເຊີຍ!!!
ວັນແມ່ຍິງສາກົນ
8 ມີນາ 1910 - 8 ມີນາ 2026
ຄົບຮອບ 116 ປີ.

Telephone

Address


Ban Sisavat, Chanthabouly
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when DMAS Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Subscribe

We will notify you when anything happens in Vientiane.