DMAS Center
Universal Design = Access For All
ທ່ານຮູ້ບໍ່ວ່າ ພາຍຸໝາກເຫັບຕົກເມືອງ ສີໂຄດຕະບອງ ນະຄອນຫຼວງຈັນຜ່ານມານີ້ ມີຜົນກະທົບຕໍ່ກັບອ້າຍນ້ອງຄອບຄົວຜູ້ທີ່ມີຄວາມພິການຫຼາຍຫຼັງຄາເຮືອນ ເຊິ່ງມັນສົ່ງຜົນກະທົບໂດຍກົງບໍ່ວ່າຈະເປັນຊັບສິນ ລວມທັງຈິດໃຈນຳອີກ ຢາກຮຽກຮ້ອງໃຫ້ມີການຮັບມື, ຊ່ວຍເຫຼືອ ແລະ ຟື້ນຟູ ແບບມີສ່ວນຮ່ວມຢ່າງຈິງຈັງ ກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດ.
https://www.facebook.com/share/v/1BK1UQpVa6/
30/04/2026
ຄວາມຫຍຸ້ງຍາກໃນການເຂົ້າເຖີງການນຳໃຊ້ລົດເມ BRT
ຂອງຄົນພິການ (ຜູ້ຂີ່ລໍ້ເລື່ອນ)
The difficulty in accessing BRT buses
for people with disabilities (wheelchair users)
08/03/2026
ຊົມເຊີຍ!!!
ວັນແມ່ຍິງສາກົນ
8 ມີນາ 1910 - 8 ມີນາ 2026
ຄົບຮອບ 116 ປີ.
01/03/2026
ລົດເມ BRT ແມ່ນລົດເມສາທາລະນະສໍາລັບທຸກຄົນ ຢາກແນະນຳວ່າ ປ້າຍສັນຍາລັກຂອງຜູ້ພິການ ຕ້ອງໃສ່ສັນຍາລັກຜູ້ພິການນັ່ງລໍ້ເລື່ອນ ຄຳສັບຄຳວ່າ Disable ໃນສົນທິສັນຍາສາກົນເພີ່ນບໍ່ໃຫ້ໃຊ້ແລ້ວ ຈະເປັນການດີທີ່ສຸດຖ້າທ່ານໃຫ້ອົງການຈັດຕັ້ງຄົນພິການໄດ້ມີສ່ວນຮ່ວມນຳ ເພາະພວກເຮົາສາມາດແນະນຳທ່ານໄດ້ໃຫ້ຖືກຕ້ອງ Nothing about us without us ເພາາະວ່າມີຫລາຍຈຸດຄິດວ່າຜູ້ພິການເຂົ້າໃຊ້ບໍລິການຍາກ.
29/01/2026
ສູນພວກເຮົາຮູ້ສຶກເປັນກຽດ ແລະ ຍິນດີຕ້ອນຮັບ ຄະນະບໍລິຫານງານ ແລະ ຄູອາຈານ ຈາກໂຮງຮຽນ ວິຊາຊີບຄົນພິການສີເກີດ ທີ່ໄດ້ມາຢ້ຽມຢາມ, ແລກປ່ຽນ ແລະ ປຶກສາຫາລືໃນການຮ່ວມມື ໃນການຊ່ວຍເຫຼືອເຊິ່ງກັນແລະກັນ ກ່ຽວກັບວຽກງານການພັດທະນາຄົນພິການໃນອະນາຄົດ. ໂຮງຮຽນວິຊາຊີບຄົນພິການສີເກີດ ເປັນໂຮງຮຽນແຫ່ງທຳອິດທີ່ສອນວິຊາຊີບໃຫ້ກັບຜູ້ທີ່ມີຄວາມພິການທາງດ້ານຮ່າງກາຍ ແລະເປັນແຫ່ງດຽວໃນ ສປປ ລາວ. ເຊິ່ງການລົງມາແລກປ່ຽນຄັ້ງນີ້ພວກເຮົາຕີລາຄາສູງໃນການທີ່ຈະຮ່ວມມືກັນອະນາຄົດ.
27/01/2026
ຂໍຂອບໃຈມາຍັງ ທ່ານ ນາງ Emi Aizawa, Independent Consultant from JICA ແລະ ທ່ານ ນາງ YUKI, ADDP ພ້ອມດ້ວຍພະນັກງານ ທີ່ໄດ້ປະສານງານນຳພາທີ່ປຶກສາມາຢ້ຽມຢາມ ສູນ DMAS ພວກເຮົາ. ເຊິ່ງເປັນຄັ້ງທຳອິດທີ່ໄດ້ມີການພົບປະໂອລົມໃນການແລກປ່ຽນວຽກງານການພັດທະນາຄົນພິການທີ່ສຸນພວກເຮົາໄດ້ຈັດຕັ້ງຕິບັດທີ່ຜ່ານມາ ແລະ ພວກເຮົາມີຄວາມຄາດຫວັງວ່າຈະໄດ້ມີການຮ່ວມມືກັນໃນອະນາຄົດອັນໃກ້ນີ້ໃນການສ້າງ ຫຼື ໃຫ້ຄຳແນະນຳການປັບປຸງສິ່ງອຳນວຍຄວາມສະດວກໃຫ້ກັບຜູ້ທີ່ມີຄວາມພິການຢູ່ໃນນະຄອນຫຼວງວຽງຈັນທີ່ເຊື່ອມສານວຽກງານໂຄງການກໍ່ສ້າງປັບປຸງພື້ນຖານໂຄງລ່າງໃນອະນາຄົດ.
31/12/2025
ເນື້ອໃນສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ ສາກົນ 2026 ນີ້. ຂໍອວຍໄຊໃຫ້ພອນແຕ່ບັນດາທ່ານ ຈົ່ງມີແຕ່ຄວາມກາຍ ສະບາຍໃຈ ປາດຖະໜາສິ່ງໃດຂໍໃຫ້ສົມຫວັງທຸກປະການດ້ວຍເຖີດ.....
ການບໍລິການສາທາລະນະ "ການບໍລິການຜ່ານປະຕູດຽວ" (One Door Service) ແບບມີສ່ວນຮ່ວມຂອງຄົນພິການ
https://www.facebook.com/share/v/17ZJM3xqZ9/
08/12/2025
ເປັນອີກໜຶ່ງພາລະກິດທີ່ສຳຄັນໃນໄລຍະທ້າຍປີ 2025 ທີ່ຄະນະສູນ DMAS & DIDA ໄດ້ເຂົ້າຮ່ວມການສຳມະນາໃນລະດັບພາກພື້ນ ໃນຫົວຂໍ້ Consultation on Promoting the Rights to a safe, Clean, Healthy and Sustainable Environment of Persons with Disabilities in ASEAN ເຊິ່ງຈັດຂື້ນຢູ່ທີ່ ບາງກອກ, ປະເທດໄທ ຄັງວັນທີ 8-9 ທັນວາ, 2025 ເຊີ່ງມີຫຼາຍພາກສ່ວນເຂົ້າຮ່ວມ ໂດຍເນັ້ນວຽກງານການມີສ່ວນຮ່ວມຂອງຄົນພິການ ແລະ ການຮ່ວມມືກັນໃນອະນາຄົດໃນພາກພື້ນອາຊ່ຽນ.
Contact the practice
Telephone
Website
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:00 |