Byme-t

Byme-t

แชร์

ບອກເລົ່າເລື່ອງລາວ

04/08/2023

ເລື່ອງ: ເລື່ອງທ່ອງທ່ຽວ
ສະບາຍດີມື້ທີ່ສົດໃສອີກມື້ໜຶ່ງຂອງປີ 2023 ພ້ອມກັບບັນຍາກາດທີ່ສົດຊື່ນຈາກທໍາມະຊາດ, ຕົ້ນໄມ້ທີ່ງອກເງີຍຢ່າງສວຍງາມຕາມລໍາດັບຂອງການເຕີບໂຕ, ການທ່ອງທ່ຽວໃນຄັ້ງນີ້ ເຕັມໄປດ້ວຍຄວາມຕື່ນເຕັ້ມ, ລໍຄອຍ ດ້ວຍຄວາມຕ້ອງການສໍາຜັດກັບບັນຍາກາດບໍລິສຸດໃນຍາມເຊົ້າ, ຕາເວັນສ່ອງແສງມາແຕ່ໄກລົງສູ່ໜ້າດິນທີ່ມີຜູ້ຄົນຈໍານວນບໍ່ໜ້ອຍກຳລັງເຊີດໜ້າຂຶ້ນສູ່ທ້ອງຟ້າ ເພື່ອຮັບແສງຈາກດວງອາທິດສ່ອງມາກະທົບກັບໃບໜ້າ ມັນຊ່າງມະຫັດສະຈັນວິວ ຈົນບໍ່ສາມາດຢຸດສໍາຜັດມັນໄດ້ເລີຍ.
ການເດີນທາງໃນຄັ້ງນີ້ເຮັດໃຫ້ຮູ້ສືກໄດ້ວ່າຄວາມສວຍງາມເຮັດໃຫ້ເຮົາຢຸດຄິດເລື່ອງຂອງມື້ອື່ນ, ຊົ່ວໂມງ ແລະ ວິນາທີຕໍ່ໄປໄດ້, ທໍາມະຊາດເໝືອນມີເວດມົນສະກົດຈິດຜູ້ຄົນໃຫ້ຢຸດນີ້ງ ແລະ ຈົດຈໍາພາບຂອງພວກເຮົາດ້ວຍຄວາມຮູ້ສຶກຍາກທີ່ຈະອະທິບາຍວ່າມັນສວຍງາມພຽງໃດ, ຄວາມສວຍສົດຂອງຕົ້ນຫຍ້າ, ທ້ອງຟ້າເຕັມໄປດ້ວຍໝອກຂາວ ເລື່ອງລາວເຕັມໄປດ້ວຍທໍາມະຊາດສີຂຽວ, ຍ່າງຕາມທາງລະຫວ່າງສອງໜ່ວຍພູ ສາຍຕາເບິ່ງໄປທາງໜ້າ ສາຍລົມທີ່ພັດຕາມຫຼັງມາເປັນບາງຄັ້ງຄາວ ບັນຍາກາດທີ່ກະທົບໜ້າ ອົງສາທີ່ເຫັນແສງຈາກດວງອາທິດ ມັນສາມາດສ້າງຄວາມອົບອຸ່ນຜ່ານໄປສູ່ຫົວໃຈໄດ້ ພ້ອມດ້ວຍຈິດໃຈທີ່ຈົດຈໍຢູ່ກັບຮ່ອມສາຍພູ ໃບຫຍ້າທີ່ກໍາລັງພັດປິວໄປມາຕາມແຮງລົມ ຊ່າງເປັນພາບທີ່ສວຍງາມເກີນບັນຍາຍເສຍຈິງ.
ການເດີນທາງທາງທໍາມະຊາດ ເປັນໂອກາດທີ່ເຮັດໃຫ້ເຮົາໄດ້ເຊື່ອມຕໍ່ກັບທໍາມະຊາດຢ່າງໃກ້ສິດ ບໍ່ວ່າໃນເວລານັ້ນເຮົາຈະຮູ້ສຶດແນວໃດກໍຕາມ ທໍາມະຊາດບໍ່ໄດ້ສົນໃຈວ່າ ເຮົາເປັນຜູ້ແພ້ ຫລື ຊະນະ ພວກເຂົາກໍພ້ອມເຮັດໜ້າທີ່ຂອງມັນໂດຍການໂອບກອດເຮົາດ້ວຍໃບໄມ້ສີຂຽວ, ສຽງຂອງໃບໄມ້ສຽດສີກັນເວລາລົມພັດ, ການປະສານສຽງກັນລະຫວ່າງນົກ ແລະ ຝີທ້າວຂອງເຮົາເວລາຍ່າງ. ກິ່ນຫອມຂອງດິນ, ກິ່ນອາຍຈາກນໍ້າຝົນທີ່ໂປ່ຍປາຍ ມັນຊ່າງເປັນເວດມົນທີ່ໜ້າຫຼົງໄຫຼຢ່າງແທ້ຈິງ.
ມີຫຼາຍຄົນ ເຄີຍໃຫ້ນິຍາມທໍາມະຊາດໄວ້ວ່າ ທໍາມະຊາດຄືສິ່ງທີ່ສວຍງາມ, ເປັນສະຖານທີ່ເຮັດໃຫ້ຜ່ອນຄາຍ ແລະ ປອດໄພກັບຄວາມຮູ້ສຶກ ມັນເປັນສິ່ງທີ່ບໍ່ເກີນຈິງເລີຍ ລອງຈັກຄັ້ງໜຶ່ງ ແຄ່ພຽງລັບຕາສູດດົມອິ່ນອາຍຂອງທໍາມະຊາດທີ່ອ້ອມຮອບຕົວເຈົ້າ ເຈົ້າຈະສໍາຜັດໄດ້ວ່າ ຄໍາບັນຍາຍຂອງຄົນອື່ນຍັງບໍ່ເທົ່າກັບເຈົ້າໄດ້ສໍາຜັດ ແລະ ບັນຍາຍກັບຕົວເອງເລີຍ.
ການຄົງໄວ້ຂອງທໍາມະຊາດ ສາມາດເປັນຢາທາງຈິດໃຈຂອງໃຜຫຼາຍຄົນ, ສ້າງຄວາມຮູ້ສຶກພາຍໃນຈິດໃຈໃຫ້ອ່ອນໂຍນ, ສ້າງຮອຍຍິ້ມທີ່ສົດໃສ. ການອານຸລັກທໍາມະຊາດໃຫ້ເໝືອນດັ່ງອານຸລັກຈິດໃຈຂອງຕົນເອງ ນັ້ນເປັນທາງອອກທີ່ບໍ່ມີທາງຕັນ ເໝືອນດັ່ງຄໍາເຂົາເວົ້າວ່າ: ທໍາມະຊາດບໍາບັດ ຢ່າງແທ້ຈິງ.🍃🤍

ต้องการให้ธุรกิจของคุณ บุคคลสาธารณะ ขึ้นเป็นอันดับหนึ่ง บุคคลสาธารณะ ใน Chanthaburi?
คลิกที่นี่เพื่อเป็นสมาชิก?

ประเภท

เบอร์โทรศัพท์

เว็บไซต์

ที่อยู่


Chanthaburi