GLAD
GLAD is operating under the umbrella of the international non-government organization Deutsch Laotische Gesellschaft e.V. Germany (DLG)
05/05/2026
ພິທີມອບ-ຮັບ ລົດໃຫຍ່ ໃຫ້ແກ່ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ
ໃນວັນທີ 4 ພຶດສະພາ 2026, ທີ່ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບ ລົດໃຫຍ່ ຍີ່ຫໍ້/ລຸ້ນ Ford Ranger ຈໍານວນ 1 ຄັນ ຢ່າງເປັນທາງການ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ.
ໃຫ້ກຽດກ່າວມອບໂດຍ ທ່ານ ນາງ ເພັດສະລິນ ຈັນທະຜາສຸກ, ຜູ້ອຳນວຍການສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD) ແລະ ກ່າວຮັບໂດຍ ທ່ານ ສຸນີ ນາມມະບົວລີ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ໂດຍມີຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການມອບພາຫະນະໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຮ່ວມມື ເພື່ອແນໃສ່ເພີ່ມຂີດຄວາມສາມາດໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ແຂວງ ໃນການລົງພື້ນທີ່ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງໂຄງການຢູ່ພາຍໃນແຂວງ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ ໂດຍສະເພາະເຂດຫ່າງໄກສອກຫຼີກ.
ໃນໂອກາດນີ້, ທ່ານ ສຸນີ ນາມມະບົວລີ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກັບການຊ່ວຍເຫຼືອຈາກ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນດ້ານພາຫະນະຮັບໃຊ້ວຽກງານ ເຊິ່ງເປັນປັດໄຈສຳຄັນທີ່ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ເກີດປະໂຫຍດສູງສຸດແກ່ພໍ່ແມ່ປະຊາຊົນຊາວແຂວງສາລະວັນ.
Vehicle Handover Ceremony to the Salavan Provincial Department of Education and Sports
On May 4, 2026, an official ceremony was held at the Salavan Provincial Department of Education and Sports to mark the handover of one Ford Ranger pickup truck to be used for project operations.
The vehicle was officially presented by Ms. Phetsalinh Chanthaphasouk, Director of the German-Lao Association for Development (GLAD), and received by Mr. Sounee Nammaboualy, Member of the Provincial Party Committee and Head of the Salavan Provincial Department of Education and Sports. The event was attended by the project management team and relevant stakeholders as witnesses.
This vehicle handover is part of a collaborative effort aimed at strengthening the capacity of the Provincial Department of Education and Sports in conducting field visits, monitoring, and evaluating project activities throughout the province. This support will ensure greater convenience and efficiency in operations, particularly in remote and hometreach areas.
On this occasion, Mr. Sounee Nammaboualy expressed his sincere gratitude and highly commended the support from the German-Lao Association for Development. He emphasized that this vehicle is a vital asset that will enable the project to achieve its targets and deliver maximum benefits to the people of Salavan Province.
01/05/2026
🛠️ ສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 140 ປີ 🛠️
(01/05/1886 - 01/05/2026)
ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD) ຂໍຈາລຶກບຸນຄຸນ ແລະ ສັນລະເສີນນ້ຳໃຈສູ້ຮົບຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານທົ່ວໂລກ ທີ່ເປັນກຳລັງສຳຄັນໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຮຸ່ງເຮືອງສີວິໄລ.
#ວັນກຳມະກອນສາກົນ #ສະເຫຼີມສະຫຼອງວັນກຳມະກອນ
21/04/2026
ໃນລະຫວ່າງວັນທີ 22-27 ມີນາ 2026 ທີ່ຜ່ານມາ, ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD) ຮ່ວມກັບ ຫ້ອງການສຶກສາທິການ ແລະ ກີລາ ເມືອງສາລະວັນ ແລະ ເມືອງຕະໂອ້ຍ ໄດ້ລົງມອບອຸປະກອນການປູກຝັງ-ລ້ຽງສັດ ໃຫ້ແກ່ຄອບຄົວເປົ້າໝາຍ ພາຍໃຕ້ "ໂຄງການສົ່ງເສີມຜູ້ປະກອບການຂັ້ນບ້ານ ໂດຍຜ່ານການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໄລຍະ II”.
📦 ລາຍລະອຽດການມອບມີຄື:
- ເມືອງຕະໂອ້ຍ: ມອບວັກຊີນ, ຫົວອາຫານສັດປີກ, ອຸປະກອນສ້າງຄອກສັດ, ໜອງປາ ແລະ ແນວພັນພືດ ໃຫ້ແກ່ ບ້ານປະດຸ, ບ້ານປະຈຸກາປາ, ບ້ານລະປືງ ແລະ ບ້ານຊຶງຕະມອງ.
- ເມືອງສາລະວັນ: ມອບອຸປະກອນສ້າງຄອກສັດປີກ ແລະ ໜອງປາ ໃຫ້ແກ່ ບ້ານນາຫວ້າ ແລະ ບ້ານໂນນສະຫວັນ.
🎯 ຈຸດປະສົງຫຼັກ:
ການສະໜອງອຸປະກອນໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ໃຫ້ຊຸມຊົນມີຄວາມສາມາດໃນການຜະລິດສະບຽງອາຫານດ້ວຍຕົນເອງ, ສ້າງຄໍ້າປະກັນດ້ານໂພຊະນາການທີ່ດີໃຫ້ແກ່ຄອບຄົວ ແລະ ທີ່ສຳຄັນແມ່ນການປູພື້ນຖານໄປສູ່ການເປັນຜູ້ປະກອບການຂະໜາດນ້ອຍ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃນອະນາຄົດ.
ກິດຈະກໍານີ້ເປັນສ່ວນໜຶ່ງໃນການຮ່ວມມືເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃນເຂດຫ່າງໄກໃຫ້ດີຂຶ້ນເລື້ອຍໆ. 🤝✨
[English]
From March 22–27, 2026, the German-Lao Association for Development (GLAD), in collaboration with the District Education and Sports Offices of Salavan and Ta Oi districts, Salavan Province, distributed agricultural and livestock equipment to target groups under the "Promotion of Village Entrepreneurship through Basic Vocational Training Project, Phase II”.
📦 Distribution Details:
- Ta Oi District: Handover of vaccines, poultry feed, stable construction materials, fish ponds, and vegetable seeds to target groups in Padou, Pajukapa, Lapueng, and Xuengtamong villages.
- Salavan District: Handover of poultry stable construction materials and fish ponds to target groups in Nawa and Nonsavanh villages.
🎯 Key Objectives:
This support aims to empower local communities to become self-sufficient in food production, ensuring food security and better nutrition for households. Furthermore, it serves as a foundation for developing small-scale enterprises to generate sustainable income in the future.
This initiative highlights our ongoing commitment to improving the quality of life for people in rural areas. 🤝✨
#ພັດທະນາຊຸມຊົນ #ສົ່ງເສີມວິຊາຊີບ #ສາລະວັນ #ຄວາມໝັ້ນຄົງທາງອາຫານ #ໂພຊະນາການ
13/04/2026
ເນື່ອງໃນໂອກາດປີໃໝ່ລາວ ພ.ສ 2569, ຂໍອວຍພອນໃຫ້ທ່ານ ແລະ ຄູ່ຮ່ວມງານທັງໝົດ ຈົ່ງມີແຕ່ຄວາມສຸກ, ປະສົບຜົນສຳເລັດໃນທຸກພາລະກິດ ແລະ ຂໍຂອບໃຈທີ່ໃຫ້ຄວາມເຊື່ອໝັ້ນຮ່ວມມືກັບພວກເຮົາຕະຫຼອດມາ.
Happy Lao New Year! Wishing you and your entire team happiness and success in everything you do. We truly appreciate your trust and cooperation over the past years.
02/04/2026
ໃນລະຫວ່າງວັນທີ 29-30 ມີນາ 2026 ທີ່ຜ່ານມາ, ທ່ານ ມິຊິເອວ ເດືອກ (Michael Dirkx), ຜູ້ອໍານວຍການໃຫຍ່ອົງການ Schmitz-Stiftungen (WPSS) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າຂອງ “ໂຄງການສົ່ງເສີມຜູ້ປະກອບການຂັ້ນບ້ານ ໂດຍຜ່ານການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໄລຍະ II” ໃນພື້ນທີ່ເປົ້າໝາຍຂອງແຂວງສາລະວັນ.
ການລົງຢ້ຽມຢາມໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ:
🤝 ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ
🤝 ຫ້ອງການສຶກສາທິການ ແລະ ກິລາ ເມືອງຕະໂອ້ຍ ແລະ ເມືອງສາລະວັນ
🤝 ພ້ອມດ້ວຍອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ.
📍 ຈຸດໝາຍການລົງຢ້ຽມຢາມປະກອບມີ:
ເມືອງຕະໂອ້ຍ: ບ້ານຊຶງຕະມອງ, ບ້ານລະປຶງ ແລະ ບ້ານປະດຸ.
ເມືອງສາລະວັນ: ບ້ານນາຫວ້າ.
ການຢ້ຽມຢາມຄັ້ງນີ້ ແມ່ນການຕິດຕາມຜົນການຈັດຕັ້ງປະຕິບັດກິດຈະກຳຕົວຈິງຢູ່ພາກສະໜາມ ໂດຍສະເພາະວຽກງານການສົ່ງເສີມການປູກຝັງ/ລ້ຽງສັດ ທີ່ໄດ້ສະໜອງໃຫ້ແກ່ກຸ່ມເປົ້າໝາຍ, ການກໍ່ສ້າງບັນດາສູນການຮຽນຮູ້ຊຸມຊົນ ແລະ ການພັດທະນາພື້ນຖານໂຄງລ່າງໂດຍສະເພາະລະບົບນໍ້າໃຊ້ພາຍໃນຊຸມຊົນອີກດ້ວຍ. 🌿🐷🐔
From March 29–30, 2026, Mr. Michael Dirkx, Executive Director of Schmitz-Stiftungen (WPSS), conducted a field visit to monitor the progress of the “Promotion of Village Entrepreneurship through Basic Vocational Training Project, Phase II” in target areas of Salavan Province.
The visit received a warm welcome from:
🤝 The Salavan Provincial Education and Sports Service (PESS)
🤝 The District Education and Sports Offices (DESO) of Ta Oi and Salavan districts
🤝 Local authorities and community members.
📍 Visit Locations:
Ta Oi District: Seung-Tamong, La-Peung, and Padou villages.
Salavan District: Nawa village.
The primary objective of this mission was to monitor the implementation of field activities, specifically the crop cultivation and livestock programs provided to target groups. Additionally, the visit included an inspection of the construction of Community Learning Centers and essential infrastructure development, particularly community water supply systems. 🌿🐷🐔
#ການພັດທະນາວິຊາຊີບ #ແຂວງສາລະວັນ #ພັດທະນາຊຸມຊົນ
19/03/2026
[English Below]
ໃນລະຫວ່າງວັນທີ 17-20 ມີນາ 2026, ຄະນະຄູອາຈານຈາກໂຮງຮຽນອະນຸບານເປົ້າໝາຍ 📍 "ໂຄງການສົ່ງເສີມການສຶກສາເດັກກ່ອນໄວຮຽນແບບປະສົມປະສານໃນເຂດຊົນນະບົດ" ແຂວງສາລະວັນ ໄດ້ເດີນທາງມາທັດສະນະສຶກສາເພື່ອຖອດຖອນບົດຮຽນການສອນຕົວຈິງ 🎓✨
🏢 ພິເສດ! ໃນວັນທີ 19 ມີນາ 2026:
ຄະນະຄູອາຈານໄດ້ເຂົ້າຢ້ຽມຢາມຫ້ອງການ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD) ເພື່ອຮ່ວມກັນສະຫຼຸບ ແລະ ແລກປ່ຽນເຕັກນິກການສອນໃໝ່ໆ ທີ່ໄດ້ຮຽນຮູ້ຕະຫຼອດການເດີນທາງ.
✅ ເປົ້າໝາຍສຳຄັນ:
💡 ແລກປ່ຽນປະສົບການການສອນລະຫວ່າງຄູ-ອາຈານ.
📝 ວາງແຜນນຳເອົາບົດຮຽນທີ່ໄດ້ ໄປປັບປຸງລະບົບການຮຽນ-ການສອນຢູ່ໂຮງຮຽນອະນຸບານຂອງຕົນເອງໃຫ້ດີຂຶ້ນ.
👧👦 ສ້າງພື້ນຖານການສຶກສາທີ່ເຂັ້ມແຂງໃຫ້ແກ່ເດັກນ້ອຍໃນເຂດຊົນນະບົດ.
ການທັດສະນະສຶກສາຄັ້ງນີ້ ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມຕັ້ງໃຈທີ່ຈະນຳເອົາຄວາມຮູ້ໃໝ່ໆ ໄປພັດທະນາອະນາຄົດຂອງຊາດ!
Between March 17–20, 2026, a delegation of teachers from target kindergarten schools under the "Integrated Rural Early Childhood Education Promotion Project" in Salavan Province traveled for a study tour to exchange practical teaching lessons. 🎓✨
🏢 Special Highlight! On March 19, 2026:
The teaching staff visited the office of the German-Lao Association for Development (GLAD) to summarize their findings and exchange new teaching techniques learned throughout the trip.
✅ Key Objectives:
💡 Exchange teaching experiences among educators.
📝 Plan the implementation of lessons learned to improve the teaching-learning systems at their respective kindergartens.
👧👦 Build a strong educational foundation for children in rural areas.
This study tour was filled with smiles and a shared determination to bring new knowledge back to develop the future of the nation!
#ເດັກກ່ອນໄວຮຽນ #ສາລະວັນ #ພັດທະນາຊົນນະບົດ
18/03/2026
📢 WE ARE HIRING: Communication & Awareness Production Coordinator!
Are you a creative professional passionate about rural development and community empowerment? The German – Lao Association for Development (GLAD) is looking for a motivated Lao National to join our team!
📍 Location: Vientiane (with frequent travel to Salavan & Sekong)
⏳ Duration: 14-month contract
📅 Deadline: March 31, 2026
🔗 More info: https://glad-lao.net/?p=1297
The Role:
You will be the creative lead in developing culturally appropriate materials including videos, posters, and scripts to promote positive behavior change in nutrition, hygiene, and education across rural communities.
Key Responsibilities:
- Develop simple, high-impact messages for rural audiences.
- Oversee media production (videos, illustrations, and role-plays).
- Coordinate with government partners and supervise project officers.
- Manage project reporting and IMC meetings.
Requirements:
- Bachelor’s degree in Communication, Media, Education, or related field.
- Minimum 5 years of experience in communication for development.
- Strong scriptwriting and video production skills.
- Fluent in English and Lao.
- Willingness to travel and ability to drive in off-road/mountainous areas.
📩 How to Apply:
Send your CV and Cover Letter (including 2 professional referees) to:
📧 [email protected]
27/02/2026
📢 ໃນຕອນເຊົ້າວັນທີ 26 ກຸມພາ 2026 ທີ່ແຂວງສາລະວັນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງສາລະວັນ, ຮ່ວມກັບອົງການປົກຄອງບ້ານໂພນທັນ ໄດ້ຈັດ ພິທີມອບ-ຮັບ ອາຄານຮຽນ ທີ່ໂຮງຮຽນປະຖົມສົມບູນໂພນທອງ, ເມືອງສາລະວັນ ຢ່າງເປັນທາງການ 🏫✨
🏛️ ໂຄງການກໍ່ສ້າງອາຄານຮຽນຫຼັງນີ້ ແມ່ນໄດ້ຮັບການອຸປະຖຳຫຼັກຈາກພາກສ່ວນຕ່າງປະເທດ ແລະ ການສົມທົບຈາກທ້ອງຖິ່ນ, ລວມມູນຄ່າທັງໝົດ 430,300,000 ກີບ, ຊຶ່ງປະກອບມີ ທຶນຊ່ວຍເຫຼືອລ້າ: ມູນຄ່າ 378,300,000 ກີບ ຈາກ ມູນິທິ W.P.Schmitz Stiftungen ຮ່ວມກັບ ທ່ານ ວິກຕົວ ວຣາເຊັນໂກ (Viktor Vraženko) ຜ່ານທາງ www.giveachance.de ປະເທດເຢຍລະມັນ ແລະ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (ສຢລພ). ພ້ອມດ້ວຍການປະກອບສ່ວນຂອງຊຸມຊົນ: ມູນຄ່າ 52,000,000 ກີບ 🛠️
ການມອບອາຄານຮຽນໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອປັບປຸງສະພາບແວດລ້ອມການຮຽນ-ການສອນ ໃຫ້ມີຄວາມທັນສະໄໝ ແລະ ປອດໄພ, ເພື່ອຊຸກຍູ້ໃຫ້ເດັກນ້ອຍໃນເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ. ພິທີດັ່ງກ່າວໄດ້ດຳເນີນໄປດ້ວຍຄວາມເບີກບານມ່ວນຊື່ນ ໂດຍມີການເຂົ້າຮ່ວມຂອງຄະນະນຳແຂວງ, ເມືອງ, ຜູ້ຕາງໜ້າຈາກ ສຢລພ, ຄູ-ອາຈານ ແລະ ພໍ່ແມ່ປະຊາຊົນຢ່າງພ້ອມພຽງ. 🙏🌟
ໃນຕອນທ້າຍ, ຄະນະກໍາມະການປົກຄອງເມືອງສາລະວັນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງ ພ້ອມທັງມອບໃບກຽດຕິດຄຸນໃຫ້ແກ່ທາງສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ໃນນາມຕາງໜ້າຜູ້ໃຫ້ທຶນ ທີ່ໄດ້ມອບໂອກາດອັນລ້ຳຄ່າໃຫ້ແກ່ການພັດທະນາຊັບພະຍາກອນມະນຸດຂອງຊາດ. 📜🎖️
📢 On the morning of February 26, 2026, in Salavanh Province, the Salavanh District Education and Sports, in collaboration with the Phonthan Village Authority, officially organized the Handover Ceremony for the new school building at Phonthong Primary School, Salavanh District. 🏫✨
🏛️ This school building construction project was primarily supported by international donors and local contributions, with a total value of 430,300,000 LAK, which includes. Grant Aid: Valued at 378,300,000 LAK from the W.P.Schmitz Stiftungen Foundation, in partnership with Mr. Viktor Wlasenko via www.giveachance.de and the German-Lao Association for Development (GLAD). Along with Community Contributions: Valued at 52,000,000 LAK. 🛠️
The purpose of this school building handover is to improve the teaching and learning environment to be modern and safe, encouraging children in remote areas to access quality education. The ceremony proceeded in a joyful atmosphere with the participation of provincial and district leadership, representatives from GLAD, teachers, and local residents. 🙏🌟
In conclusion, the Salavanh District Administration Committee expressed its high appreciation and sincere gratitude, while also presenting Certificates of Appreciation to the German-Lao Association for Development (GLAD), representing the donors who have provided this invaluable opportunity for the development of the nation's human resources. 📜🎖️
#ແຂວງສາລະວັນ #ມອບຮັບອາຄານຮຽນ #ສຢລພ #ພັດທະນາຊຸມຊົນ
18/02/2026
🗓️ ລະຫວ່າງວັນທີ 17-19 ກຸມພາ 2026, ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ພາຍໃຕ້ ໂຄງການ ໂຄງການສົ່ງເສີມການສຶກສາເດັກກ່ອນໄວຮຽນຂັ້ນບ້ານ ໄດ້ຈັດກິດຈະກຳຝຶກອົບຮົມການປຸງແຕ່ງອາຫານເພື່ອໂພຊະນາການໃຫ້ເດັກນ້ອຍ ແລະ ມອບເຄື່ອງສຸຂະອະນາໄມ ຢູ່ທີ່ໂຮງຮຽນອະນຸບານ ບ້ານຕະຮວກ, ເມືອງຕະໂອ້ຍ, ແຂວງສາລະວັນ.
🎯 ຈຸດປະສົງຫຼັກຂອງກິດຈະກຳແມ່ນ ເພື່ອຍົກລະດັບໂພຊະນາການ: ຊ່ວຍໃຫ້ຄູ-ອາຈານ ແລະ ຜູ້ປົກຄອງເຂົ້າໃຈວິທີການເລືອກ ແລະ ປຸງແຕ່ງອາຫານທີ່ມີປະໂຫຍດ 🥕🥬 ເພື່ອຮັບປະກັນໃຫ້ນ້ອງນ້ອຍໄດ້ຮັບສານອາຫານຄົບຖ້ວນຕາມໄວອາຍຸ, ຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ສົມບູນ. 🏃♂️🏃♀️
🗓️ From February 17–19, 2026, the German-Lao Association for Development (GLAD), under the Promoting Early Childhood Education in the Village, organized a training session on nutritional cooking for children and handing over hygiene kits at Ta Houak Kindergarten in Ta Oy District, Salavanh Province.
🎯 Key Objectives: To help teachers and parents understand how to select and prepare healthy, nutritious meals 🥕🥬—ensuring that children receive all the essential nutrients needed for their age to grow up strong and healthy. 🏃♂️🏃♀️
#ໂພຊະນາການເດັກ #ເມືອງຕະໂອ້ຍ #ແຂວງສາລະວັນ #ສຸຂະອານາໄມ #ການສຶກສາລາວ #ບ້ານຕະຮວກ
11/02/2026
🗓️ ລະຫວ່າງວັນທີ 10-12 ກຸມພາ 2026, ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ພາຍໃຕ້ ໂຄງການ ໂຄງການ ສົ່ງເສີມການສຶກສາເດັກກ່ອນ ໄວຮຽນແບບປະສົມປະສານ ໃນເຂດຊົນນະບົດ ໄດ້ຈັດກິດຈະກຳຝຶກອົບຮົມການປຸງແຕ່ງອາຫານເພື່ອໂພຊະນາການ ໃຫ້ແກ່ພໍ່ແມ່ນັກຮຽນຈາກ 3 ບ້ານ ຄື: ບ້ານດິນດາກ, ບ້ານຕຸກລຸກ ແລະ ບ້ານດອນຂະຍຸງ, ເມືອງຕຸ້ມລານ, ແຂວງສາລະວັນ.
🎯 ຈຸດປະສົງຫຼັກຂອງກິດຈະກຳແມ່ນ ເພື່ອສົ່ງເສີມຄວາມຮູ້ໃຫ້ຜູ້ປົກຄອງພໍ່ແມ່ນັກຮຽນມີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນການເລືອກວັດຖຸດິບທີ່ມີໃນທ້ອງຖິ່ນ 🥕🥬 ມາປຸງແຕ່ງເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ໃຫ້ແກ່ລູກຫຼານ ແລະ ປະກອບສ່ວນໃນກິດຈະກໍາການເຮັດອາຫານທ່ຽງແກ່ເດັກນ້ອຍອະນຸບານໃນແຕ່ລະວັນ.
ກິດຈະກຳໃນຄັ້ງນີ້ ເປັນການສ້າງພື້ນຖານດ້ານສຸຂະພາບທີ່ດີໃຫ້ແກ່ເດັກນ້ອຍ ໂດຍເລີ່ມຕົ້ນຈາກການມີສ່ວນຮ່ວມຂອງຄອບຄົວ ແລະ ຊຸມຊົນຢ່າງແທ້ຈິງ! ❤️🌟
🗓️ From February 10–12, 2026, the German-Lao Association for Development (GLAD), under the Intergrated Early Childhood Education Development Project in Rural Area, organized a nutritional cooking training for parents from three villages: Ban Dindak, Ban Touklouk, and Ban Donkhayoung in Toumlan District, Salavan Province.
🎯 The main objective of this activity is to empower parents with a deeper understanding of how to select local ingredients 🥕🥬 to prepare highly nutritious meals for their children. Additionally, it aims to encourage their active participation in preparing daily school lunches for kindergarten students.
This initiative builds a strong foundation for children's health, starting with the genuine involvement of families and the community! ❤️🌟
#ໂພຊະນາການເດັກ #ພັດທະນາຊຸມຊົນ #ເມືອງຕຸ້ມລານ #ແຂວງສາລະວັນ
11/02/2026
🗓️ ລະຫວ່າງວັນທີ 10-12 ກຸມພາ 2026, ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ພາຍໃຕ້ ໂຄງການ ພັດທະນາການສຶກສາກ່ອນໄວຮຽນໂດຍຊຸມຊົນມີສ່ວນຮ່ວມ ໄດ້ຈັດກິດຈະກຳຝຶກອົບຮົມການປຸງແຕ່ງອາຫານເພື່ອໂພຊະນາການໃຫ້ເດັກນ້ອຍ ຢູ່ທີ່ໂຮງຮຽນອະນຸບານ ບ້ານດາກບອງ, ເມືອງດາກຈຶງ, ແຂວງເຊກອງ.
🎯 ຈຸດປະສົງຫຼັກຂອງກິດຈະກຳແມ່ນ ເພື່ອຍົກລະດັບໂພຊະນາການ: ຊ່ວຍໃຫ້ຄູ-ອາຈານ ແລະ ຜູ້ປົກຄອງເຂົ້າໃຈວິທີການເລືອກ ແລະ ປຸງແຕ່ງອາຫານທີ່ມີປະໂຫຍດ 🥕🥬 ເພື່ອຮັບປະກັນໃຫ້ນ້ອງນ້ອຍໄດ້ຮັບສານອາຫານຄົບຖ້ວນຕາມໄວອາຍຸ, ຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ສົມບູນ. 🏃♂️🏃♀️
✅ ໃນໂອກາດນີ້, ທາງໂຄງການຍັງໄດ້ ມອບອຸປະກອນສຸຂະອານາໄມ (ຊຸດຖູແຂ້ວ) 🪥🦷 ໃຫ້ແກ່ນ້ອງນັກຮຽນທຸກຄົນ ເພື່ອປູກຝັງນິໄສການຮັກສາສຸຂະພາບທີ່ດີແຕ່ຍັງນ້ອຍ ແລະ ປ້ອງກັນພະຍາດຕ່າງໆອີກດ້ວຍ.
🗓️ From February 10–12, 2026, the German-Lao Association for Development (GLAD), under the Early Childhood Education Development Project by Community Participation, organized a training session on nutritional cooking for children at Dak B**g Kindergarten in Dak Cheung District, Sekong Province.
🎯 Key Objectives: To help teachers and parents understand how to select and prepare healthy, nutritious meals 🥕🥬—ensuring that children receive all the essential nutrients needed for their age to grow up strong and healthy. 🏃♂️🏃♀️
✅ On this occasion, the project also distributed hygiene kits (toothbrush sets) 🪥🦷 to all students. This initiative aims to instill healthy habits from a young age and protect them from various illnesses.
#ໂພຊະນາການເດັກ #ເມືອງດາກຈຶງ #ແຂວງເຊກອງ #ສຸຂະອານາໄມ #ການສຶກສາລາວ #ບ້ານດາກບອງ
Click here to claim your Sponsored Listing.
Contact the organization
Telephone
Website
Address
Vientiane
0103
Opening Hours
| Monday | 09:00 - 17:00 |
| Tuesday | 09:00 - 17:00 |
| Wednesday | 09:00 - 17:00 |
| Thursday | 09:00 - 17:00 |
| Friday | 09:00 - 17:00 |