Computer Science Department .FNS
ພາກວິຊາ ວິທະຍາສາດຄອມພິວເຕີ, ຄວທ, ມຊ
17/03/2026
ຂໍສະແດງຄວາມຍິນດີ ແລະ ຮ່ວມເປັນກຳລັງໃຈໃຫ້ກັບ ປອ. ຄຳຫຼ້າ ພ້ອມດ້ວຍນັກສຶກສາ ທ. ສີຣີສັກ ຈາກພາກວິຊາ ວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ.
ໃນໂອກາດທີ່ໄດ້ເດີນທາງໄປເຂົ້າຮ່ວມການແຂ່ງຂັນ ຮອບຊິງຊະນະເລີດ ໃນລາຍການ Lancang-Mekong Countries Science and Technology Competition 2026.
📍 ງານດັ່ງກ່າວຈັດຂຶ້ນທີ່ ນະຄອນຄູນໝິງ, ສປ ຈີນ.
📅 ລະຫວ່າງວັນທີ 16-19 ມີນາ 2026 ນີ້.
ນີ້ຄືອີກໜຶ່ງບາດກ້າວທີ່ສຳຄັນໃນການສະແດງສັກກະຍະພາບດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຂອງບຸກຄະລາກອນລາວ ເພື່ອແລກປ່ຽນຮຽນຮູ້ກັບກຸ່ມປະເທດໃນລຸ່ມແມ່ນ້ຳຂອງ.
#ຄູນໝິງ2026 #ວິທະຍາສາດແລະເຕັກໂນໂລຊີ
16/03/2026
ເຂົ້າຮ່ວມ workshop ທຳອິດຂອງປີ 2026.
ທີມງານຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ workshop ໃນຫົວຂໍ້ Deep Learning Applications for Object Detection, ທີ່ຄະນະວິສະວະກຳສາດ, ມະຫາວິທະຍາໄລຂອນແກ່ນ. 14-15/03/2026
02/03/2026
🔥🔥 ນັບຖອຍຫຼັງແລ້ວ ວັນທີ 10/03/2026 ປິດຮັບລົງທະບຽນ.
ຜູ້ທີ່ຈະເຂົ້າຮ່ວມງານພົບປະສິດເກົ່າ. ແມ່ນສາມາດເລີ່ມລົງທະບຽນ ເລີຍເດີເຈົ້າ.
🙏🙏🙏 ຂອບໃຈບັນດາທ່ານທີ່ໃຫ້ຄວາມສົນໃຈ ແລະ ຮ່ວມລົງທະບຽນນຳພວກເຮົາ.
📣📣 ແຈ້ງເຊີນອາດີດນັກສຶກສາພາກວິຊາວິທະຍາສາດຄອມພິວເຕີທຸກສາຂາ, ທຸກລຸ້ນ ເພື່ອເຂົ້າຮ່ວມງານພົບປະສິດເກົ່າຂອງພາກ.
👉 ມື້ຈັດງານ, ວັນທີ 04/04/2026
👉 ລາຍລະອຽດຕາມ poster 👇
24/02/2026
ຕ້ອນຮັບຄະນະພັກ, ຄະນະນຳ ຄະນະວິທະຍາສາດທຳມະຊາດ ລົງຕິດຕາມຊຸກຍູ້ພາກວິຊາ. ຄັ້ງວັນທີ 24/02/2026
Click here to claim your Sponsored Listing.
Category
Telephone
Website
Address
Vientiane
7322
Opening Hours
| Monday | 08:00 - 16:00 |
| Tuesday | 08:00 - 16:00 |
| Wednesday | 08:00 - 16:00 |
| Thursday | 08:00 - 16:00 |
| Friday | 08:00 - 16:00 |