Rural Development Agency RDA.

Rural Development Agency RDA.

Share

Our Vision: A model agency that inspires and empowers rural communities. Our vision is to become a model Agency that inspires and empowers rural communities.

Our mission:
Facilitating a holistic self-sustaining capacity strengthening and quality service provision in community education, environmental health and youth empowerment for a healthy and prosperous people of Laos. Overall Objective:
- To provide holistic community learning model for improved and alternative livelihoods.
- To engage and build capacity of communities; youth and women to particip

07/01/2026

ປະກາດຮັບສະໝັກນັກສຶກສາຈົບໃໝ່
ສະໝັກວຽກ ໄດ້ທີ່ລິ້ງ: https://forms.gle/o4niBhsCQSUbMNAy8
ລາຍລະອຽດໜ້າວຽກ: https://rdalaos.org/procurement-trainee/
ຕຳແໜ່ງ: ພະນັກງານຮຽນຮູ້ ບໍລິຫານ-ການເງິນ
ບ່ອນປະຈຳການ: ຫ້ອງການສູນພັດທະນາຊົນນະບົດ, ນະຄອນຫຼວງວຽງຈັນ.
__________________________
ປິດຮັບສະໝັກວັນທີ 14 ມັງກອນ (1) 2026
ສອບຖາມຂໍ້ມູນເພີ່ມຕື່ມ: 020 599 595 19 (ແຂ້)
__________________________

24/12/2025

💡 "ການປ່ຽນແປງພຶດຕິກຳ: ສິ່ງທ້າທາຍທີ່ຍິ່ງໃຫຍ່ກວ່າການສ້າງເຕົາ"
ການເອົາ “ເຕົາຊີວະມວນ” ໄປໃຫ້ຊຸມຊົນ ອາດຈະເບິ່ງຄືເລື່ອງງ່າຍ, ແຕ່ສິ່ງທີ່ທ້າທາຍທີ່ສຸດແມ່ນການເຮັດໃຫ້ເກີດ "ການນຳໃຊ້ທີ່ຍືນຍົງ".

ຈາກການລົງພື້ນທີ່ຂອງທີມງານ RDA, ພວກເຮົາໄດ້ຖອດຖອນບົດຮຽນທີ່ສຳຄັນ ຄື:
❌ ບັນຫາທີ່ພົບ: ບາງບ້ານຍັງນຳໃຊ້ເຕົາລວມບໍ່ຖືກວິທີ ເຊັ່ນ: ເອົາຂີ້ເຫຍື້ອປຽກມາໃສ່ ເຮັດໃຫ້ຈູດບໍ່ໄໝ້, ບາງເທື່ອນຳຂີ້ເຫຍື້ອມາໃສ່ແລ້ວ ບໍ່ຈູດເຕົາທັນທີ.
🌱 ສິ່ງທີ່ພວກເຮົາໄດ້ຮຽນຮູ້: ການພັດທະນາຊີວິດຂອງປະຊາຊົນໃນເຂດຫ່າງໄກ ບໍ່ໄດ້ຈົບລົງພາຍໃນມື້ດຽວ. ມັນຕ້ອງອາໄສ "ການເວົ້າເລື້ອຍໆ ແລະ ພາເຮັດເລື້ອຍໆ" ຜ່ານກິດຈະກຳຫຼາກຫຼາຍຮູບແບບ.

RDA ເຊື່ອວ່າ ທຸກຄົນມີພາວະຜູ້ນຳໃນຕົນເອງທີ່ສາມາດສ້າງການປ່ຽນແປງໄດ້. ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະເປັນ "ຄັງຄວາມຮູ້" ເພື່ອຊ່ວຍໃຫ້ຊຸມຊົນປັບປ່ຽນພຶດຕິກຳ ແລະ ກ້າວໄປຫາຄວາມຈະເລີນຢ່າງຍືນຍົງ.

🛠️ ເລືອກແບບໃດໃຫ້ເໝາະ? ເຕົາຊີວະມວນແບບເຫຼັກ vs ແບບຊີເມັນ

ມື້ນີ້ RDA ຈະມາແບ່ງປັນປະສົບການຈາກການລົງພື້ນທີ່ສ້າງເຕົາ 27 ເຕົາ ໃນ 3 ແຂວງ ກໍຄືຫົວພັນ ອຸດົມໄຊ ແລະ ຫຼວງນ້ຳທາ. ກ່ຽວກັບຂໍ້ດີ ແລະ ຂໍ້ຍຸ້ງຍາກຂອງເຕົາແຕ່ລະຊະນິດ:
✅ ເຕົາແບບເຫຼັກ: ໃຊ້ງານດີ, ເຄື່ອນຍ້າຍງ່າຍ, ເໝາະກັບການໃຊ້ງານທົ່ວໄປ.
✅ ເຕົາແບບຊີເມັນ (ປູນ): ເຄື່ອນຍ້າຍບໍ່ໄດ້, ນິຍົມໃຊ້ເປັນເຕົາລວມຂອງບ້ານ ມີຄວາມທົນທານຕໍ່ຄວາມຮ້ອນສູງ ແລະ ໃຊ້ງານໄດ້ດົນກວ່າເຕົາເຫຼັກ.

ບໍ່ວ່າຈະເປັນເຕົາຮູບແບບໃດ, ສິ່ງທີ່ສຳຄັນທີ່ສຸດແມ່ນ "ຄວາມເຂົ້າໃຈໃນການນຳໃຊ້". ການບໍ່ເອົາຂີ້ເຫຍື້ອປຽກມາໃສ່ ແມ່ນຫົວໃຈສຳຄັນທີ່ຈະເຮັດໃຫ້ເຕົາຊີວະມວນເຮັດວຽກໄດ້ຢ່າງມີປະສິດທິພາບ.

ມາຮ່ວມຮຽນຮູ້ ແລະ ພັດທະນາຊຸມຊົນໄປກັບພວກເຮົາ!
#ຊຸມຊົນເປັນເຈົ້າການ #ສູນພັດທະນາຊົນນະບົດ

26/11/2025

ຢຸດ! ຄວາມຮຸນແຮງໃນໂລກດິຈິຕອລ ✋💻
ສຳລັບແມ່ຍິງ ແລະ ເດັກຍິງຫຼາຍຄົນ, ໂລກອອນລາຍອາດເຕັມໄປດ້ວຍຄວາມສ່ຽງ.
"ຄວາມຮຸນແຮງ" ບໍ່ໄດ້ເກີດຂຶ້ນພຽງແຕ່ທາງຮ່າງກາຍ, ແຕ່ໃນໂລກດິຈິຕອລ ບາດແຜທາງໃຈກໍເຈັບປວດບໍ່ຕ່າງກັນ.

ເນື່ອງໃນໂອກາດ ແຄມເປນ 16 ວັນ ເພື່ອຕ້ານການໃຊ້ຄວາມຮຸນແຮງທາງເພດ ສູນພັດທະນາຊົນນະບົດ (RDA) ຂໍຮ່ວມຢືນຄຽງຂ້າງປະຊາຄົມໂລກ ເພື່ອປະກາດຈຸດຢືນໃນການ #ຢຸດຕິຄວາມຮຸນແຮງທາງດິຈິຕອລ ຕໍ່ແມ່ຍິງ ແລະ ເດັກຍິງ.

ການຄຸກຄາມ, ການຂົ່ມເຫັງ ຫຼື ການປະຈານທາງອອນລາຍ ບໍ່ແມ່ນເລື່ອງປົກກະຕິ. ມາຮ່ວມກັນສ້າງພື້ນທີ່ອອນລາຍທີ່ປອດໄພ ແລະ ເຄົາລົບເຊິ່ງກັນ ແລະ ກັນ ແລະ ເປັນສ່ວນໜຶ່ງຂອງການປ່ຽນແປງ ໃນວາລະ 16 ວັນແຫ່ງການເຄື່ອນໄຫວນີ້.

ຢ່າເບິ່ງຂ້າມ, ຢ່າທົນງຽບ, ຊ່ວຍກັນລາຍງານ ແລະ ຢຸດຕິທຸກການກະທຳທີ່ຮຸນແຮງ; ເພາະທຸກຄົນສົມຄວນໄດ້ຮັບຄວາມປອດໄພ ບໍ່ວ່າຈະຢູ່ໃສກໍຕາມ.

ວິດີໂອທີ່ທ່ານຈະໄດ້ເບິ່ງຕໍ່ໄປນີ້ ຖືກຜະລິດຂຶ້ນມາໂດຍ RDA ແລະ STELLA - ສະເຕ່ວລ້າ ພວກເຮົາໄດ້ຮັບການສະໜັບສະໜູນຈາກ ແຜນງານ VOICE, ອົງການ OXFAM ປະຈຳລາວ ຜ່ານໂຄງການ NOW-Us Awards Laos ໃນປີ 2024.

ໃຫ້ຄວາມສຳຄັນກັບສຽງຂອງທຸກຄົນສະເໝີ. ເຖິງວ່າໂຄງການຈະສິ້ນສຸດລົງ, ແຕ່ແຮງບັນດານໃຈ ແລະ ຜົນສຳເລັດທີ່ໄດ້ສ້າງຂຶ້ນ ຈະຍັງຄົງຢູ່ ເພື່ອນຳພາພວກເຮົາໄປສູ່ການປ່ຽນແປງໃນອະນາຄົດຕໍ່ໄປ.

▶️ ຂໍເຊີນຊວນທຸກທ່ານຕິດຕາມວິດີໂອປິດທ້າຍນີ້ ເພື່ອຮ່ວມກັນສ້າງສັນຍານແຫ່ງຄວາມຫວັງ, ສືບຕໍ່ການເດີນທາງສ້າງໂລກດິຈິຕອລທີ່ປອດໄພ ແລະ ສົດໃສສຳລັບແມ່ຍິງ ແລະ ເດັກຍິງທຸກຄົນ!

#16ວັນ #ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງແລະເດັກຍິງ #ສີສົ້ມ #ບໍ່ຍອມຮັບຄວາມຮຸນແຮງ

24/11/2025

"ສ້າງໂອກາດນ້ອຍໆໃຫ້ພວກເຂົາໄດ້ຮຽນຮູ້ ແລະ ຄົ້ນພົບຕົວເອງ"
ໄວໜຸ່ມແມ່ນໄວທີ່ຢູ່ໃນຊ່ວງຜ່ານຈາກໄວເດັກໄປສູ່ໄວຜູ້ໃຫຍ່ ເປັນໄລຍະທີ່ພວກເຂົາຕ້ອງການຄົ້ນຫາຕົວຕົນ ແລະ ວາງພື້ນຖານໃຫ້ກັບອະນາຄົດຂອງຕົນເອງ. ເພື່ອໃຫ້ໄວໜຸ່ມສາມາດກ້າວໄປສູ່ອະນາຄົດທີ່ດີ ພວກເຂົາຈໍາເປັນຕ້ອງໄດ້ຮັບການສົ່ງເສີມ ການຮຽນຮູ້ ການລອງປະຕິບັດ ຈາກປະສົບການຈິງໃນສະຖານະການຕ່າງໆ.

RDA ໄດ້ເຫັນຄວາມສຳຄັນຂອງການພັດທະນາໄວໜຸ່ມ ແລະ ໄດ້ຍົກເອົາວຽກງານນີ້ເປັນສ່ວນສຳຄັນ ຕັ້ງແຕ່ກໍ່ຕັ້ງສູນມາ. ພວກເຮົາຈຶ່ງໄດ້ສ້າງກິດຈະກຳ ການຝຶກອົບຮົບ ແລະ ເປີດຮັບອາສາສະໝັກເຂົ້າຮ່ວມຮຽນຮູ້ໃນໂຄງການຕ່າງໆ ເຊິ່ງລວມມີ:

1. ໂຄງການນັກພັດທະນາຊຸມຊົນເພື່ອການພັດທະນາແບບຍືນຍົງ (ສະໜັບສະໜູນໂດຍ ອົງການ OXFAM ປະຈຳລາວ) ສ້າງເພື່ອໃຫ້ໄວໜຸ່ມທີ່ມີຄວາມສົນໃຈໃນວຽກພັດທະນາຊຸມຊົນ ໄດ້ຮຽນຮູ້ ແລະພັດທະນາທັກສະ ອອກສູ່ການປະຕິບັດຈິງ.
2. ໂຄງການໄວໜຸ່ມອະນຸຮັກສິ່ງແວດລ້ອມ (ສະໜັບສະໜູນໂດຍ ອົງການ OXFAM ປະຈຳລາວ) ເປີດໃຫ້ໄວໜຸ່ມຮຽນຮູ້ກ່ຽວກັບການຮັກສາສິ່ງແວດລ້ອມ ແລະ ລົງພື້ນທີ່ ເພື່ອໃຫ້ຄວາມຮູ້ແກ່ຊຸມຊົນ.
3. ໂຄງການ InYouth (ສະໜັບສະໜູນໂດຍ ແຜນງານ VOICE ຈາກ ອົງການ OXFAM ປະຈຳລາວ) ນຳພາໄວໜຸ່ມຈາກທົ່ວປະເທດມາຮຽນຮູ້ກ່ຽວກັບ ສຸຂະພາບໄວຈະເລີນພັນ ບົດບາດຍິງ-ຊາຍ ແລະ ຄວາມຫຼາກຫຼາຍທາງເພດ ແລ້ວນຳເອົາຄວາມຮູ້ເຫຼົ່ານັ້ນ ມາສ້າງເປັນບົດຮູບເງົາຊຸດທີ່ມີຊື່ວ່າ "ເຮົາ House The Series". (ເບິ່ງຮູບເງົາໄດ້ທີ່ YouTube Cannel: Rural Development Agency)
4. ໂຄງການ EmYouth (ສະໜັບສະໜູນໂດຍ CEPF ຜ່ານ ອົງການ IUCN ປະຈຳລາວ ) ເປັນໂຄງການໃຫ້ຄວາມຮູ້ໃຫ້ແກ່ໄວໜຸ່ມໃນການ ຢຸດຕິການຄ້າຂາຍສັດປ່າແບບຜິດກົດໝາຍ ແລະ ນຳໄປເຜີຍແຜ່ຈັດກິດຈະກຳໃນຊຸມຊົນຂອງເຂົາເຈົ້າ ເພື່ອໃຫ້ຄົນອື່ນໄດ້ຮັບຮູ້ກ່ຽວກັບເລື່ອງດັ່ງກ່າວ (ເຊິ່ງໄດ້ດຳເນີນມາແລ້ວເປັນລຸ້ນທີ 2).
5. ໂຄງການ YES (ສະໜັບສະໜູນໂດຍ The Sombath Somphone Memorial Fund ( SSMF )) ເປັນໂຄງການທີ່ນຳພາໄວໜຸ່ມ ຜະລິດດົນຕີ ເພື່ອເປັນການສ້າງແຮງຜັກດັນໃນການຮັບຮູ້ບັນຫາກ່ຽວກັບ ສຸຂະພາບຈິດ.
6. ໂຄງການ I4Future (ສະໜັບສະໜູນໂດຍ Child's Dream Association )
ເປັນໂຄງການທີ່ເປີດໃຫ້ໄວໜຸ່ມທີ່ຢາກພັດທະນາຕົນເອງ ມາຮຽນຮູ້ ແລະ ແບ່ງປັນປະສົບການຮ່ວມກັນ ໂດຍປັດຈຸບັນກໍາລັງເປີດຮັບຮຸ່ນທີ 2.

ນີ້ແມ່ນພຽງບາງຕົວຢ່າງໂຄງການທີ່ RDA ໄດ້ດຳເນີນມາຢ່າງຕໍ່ເນື່ອງ ເພື່ອສ້າງໂອກາດ ແລະ ພັດທະນາຄວາມອາດສາມາດໃຫ້ແກ່ໄວໜຸ່ມ. ພວກເຮົາຍັງມີອີກຫຼາຍໂຄງການ ເຊິ່ງທ່ານສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ຜ່ານຊ່ອງທາງຕ່າງໆຂອງ RDA ເພື່ອຮູ້ຈັກ ແລະ ເຂົ້າຮ່ວມໂຄງການດີໆແບບນີ້ນຳກັນ.

17/11/2025

ວ່າແນວໃດໄວໜຸ່ມ!!! ສໍາລັບໄວໜຸ່ມຜູ້ທີ່ມີຄວາມຕ້ອງການຢາກສ້າງການປ່ຽນແປງໃຫ້ຕົນເອງເພື່ອອະນາຄົດ ສູນພັດທະນາຊົນນະບົດ ເປິດຮັບສະໝັກໄວໜຸ່ມເຂົ້າຮ່ວມໂຄງການ “ ຮຽນຮູ້ເພື່ອອະນາຄົດ ຫຼື I4Future ” ໂຄງການນີ້ເປັນໂຄງການທີ່ເປີດໂອກາດໃຫ້ກັບໄວໜຸ່ມໄດ້ມາຮຽນຮູ້, ທົດລອງ ແລະ ລົງປະຕິບັດຕົວຈິງ ເພື່ອສ້າງປະສົບການທີ່ດີໃຫ້ກັບຕົນເອງ ສິ່ງທີ່ຈະໄດ້ຮຽນຮູ້ ແລະ ເງື່ອນໄຂໃນການຮັບສະໝັກ ສາມາດອ່ານໃນຮູບທີ່ໂພສລົງນີ້ໄດ້ເລີຍ ສົນໃຈສະໝັກສາມາດກົດລິ້ງສະໝັກທີ່ຢູ່ໃນຄອມເມັ້ນຂອງໂພສນີ້ ຫຼື ສະແກນຄິວອາໂຄດທີ່ຢູ່ໃນຮູບໂພສເຕີຂອງພວກເຮົາ
ສອບຖາມຂໍ້ມູນສາມາດຕິດຕໍ່:
ເບີໂທ :
020 7801 0015 ຕານ້ອຍ (ໄດ້ທັງໂທ ແລະ ສົ່ງ WhatApp ໄດ້);
020 2888 5944 ແຂກ (ໄດ້ທັງໂທ ແລະ ສົ່ງ WhatApp ໄດ້);
ຫຼື ສົ່ງຂໍ້ຄວາມເຂົ້າມາໃນ page: Rural Development Agency RDA.
ຂໍ້ມູນເພີ່ມຕື່ມທີ່: https://rdalaos.org/2026-i4f/
________________________________________
#ໂຄງການຮຽນຮູ້ເພື່ອອະນາຄົດ



rdalaos.org

Photos from Cambodia Indigenous Youth Association-CIYA's post 15/11/2025

RDA extends its sincere gratitude to the International Union for Conservation of Nature (IUCN Cambodia IUCN Laos) and Cambodia Indigenous Youth Association-CIYA for graciously hosting this exchange. We also appreciate the exceptionally warm welcome received from the community. We have gained valuable knowledge, particularly concerning the Kouy Community's culture, traditional cuisine, and traditional dance.

04/11/2025

🎉🎉🎉🎉
ປະກາດຮັບສະໝັກພະນັກງານຮຽນຮູ້
ຕຳແໜ່ງ: ພະນັກງານຮຽນຮູ້ ບໍລິຫານ ແລະ ຈັດຊື້-ຈັດຈ້າງ
ບ່ອນປະຈຳການ: ຫ້ອງການສູນພັດທະນານາຊົນນະບົດ, ນະຄອນຫຼວງວຽງຈັນ.
__________________________________________
ປິດຮັບສະໝັກວັນທີ 18 ພະຈິກ (11) 2025
ຂໍ້ມູນເພີ່ມຕື່ມໄດ້ທີ່: https://rdalaos.org/procurement-trainee/
ສອບຖາມຂໍ້ມູນເພີ່ມຕື່ມ: 020 56 949 353 (ຄູນ)

28/10/2025

🌱♻ ຂໍຂອບໃຈມາຍັງ: "ສູນພັດທະນາຊົນນະບົດ Rural Development Agency RDA. ແລະ ວັດປ່ານາຄຸນນ້ອຍ" ນະຄອນຫຼວງວຽງຈັນ, ທີ່ໄດ້ຮ່ວມບໍລິຈາກຝາຂວດກະຕຸກນ້ຳປລາສຕິກ ນ້ຳໜັກ 8 kg.
ເພື່ອນຳໄປລີໄຊເຄິລ ຜະລິດເປັນໂຕະຮຽນ ສຳລັບມອບໃຫ້ໂຮງຮຽນທີ່ຍັງຂາດເຂີນຕໍ່ໄປ ໃນແຂວງຫຼວງພະບາງ🌏✨📚💚
📌ຮ່ວມກັນບໍລິຈາກຝາຂວດກະຕຸກນ້ຳ ເພື່ອເປັນການລຸດຜ່ອນຂີ້ເຫຍື້ອພາສຕິກ ແລະ ສ້າງສິ່ງແວດລ້ອມໃຫ້ມີຄວາມຍືນຍົງຕໍ່ໄປ ♻🌏
📞 ສອບຖາມຂໍ້ມູນເພີ່ມເຕີມ: 020 23 246 519

🌱♻ Thank you to: "Rural Development Agency RDA. and Wat Panakhun Noy" Vientiane Capital, who donated 8 kg of plastic bottle caps.
To be recycled to make school desks for schools that still lack them in Luang Prabang province🌏✨📚💚
📌Together, we donate water bottle caps to reduce plastic waste and create a more sustainable environment ♻🌏
📞 For more information: 020 23 246 519

#ຫຼຸດຜ່ອນຂີ້ເຫຍື້ອພລາສຕິກ #ປ່ຽນຝາຂວດເປັນໂຕະຮຽນ #ວັດປ່ານາຄຸນນ້ອຍ

16/10/2025

📢 ຈາກ "ຜູ້ຮັບ" ສູ່ "ຜູ້ເປັນເຈົ້າການ"! ແມ່ຍິງຊົນນະບົດກຳລັງເປັນຜູ້ນຳພາ ການປັບໂຕເຂົ້າກັບການປ່ຽນແປງສະພາບດິນຟ້າດິນຟ້າອາກາດ 🌱

ການວິໄຈແບບມີສ່ວນຮ່ວມ ໂດຍນຳໃຊ້ເຄື່ອງມື "ສຽງຈາກຮູບພາບ" (Photovoice) ພາຍໃຕ້ໂຄງການ We-ACT ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ ໃນການປັບຕົວຕໍ່ກັບ ຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ. ໂຄງການນີ້ດຳເນີນໂດຍການຮ່ວມມືລະຫວ່າງ CARE International in Lao PDR, SAEDA LAO ແລະ RDA ໂດຍຮັບທຶນສະໜັບສະໜູນຈາກ Brot für die Welt

RDA ໄດ້ນຳເຄື່ອງມື Photovoice ຫຼື “ສຽງຈາກຮູບພາບ” ມາໃຊ້ໃນການວິໄຈແບບມີສ່ວນຮ່ວມ ເພື່ອໃຫ້ແມ່ຍິງໃນຊຸມຊົນໄດ້ສະທ້ອນມຸມມອງ ແລະ ສຽງຂອງຕົນເອງ ຜ່ານຮູບພາບ ແລະ ການວິເຄາະບັນຫາທີ່ພົບພໍ້. ຂະບວນການນີ້ປະກອບມີ 3 ວົງຈອນ ຄື:
1️⃣ ຊອກຫາບັນຫາທີ່ກະທົບກັບຊຸມຊົນ.
2️⃣ ຄັດເລືອກ ແລະ ດຳເນີນກິດຈະກຳທີ່ຊຸມຊົນສະເໜີ.
3️⃣ ທົບທວນ ແລະ ສືບຕໍ່ພັດທະນາຈາກຜົນທີ່ໄດ້.

ຜົນການວິໄຈການສະທ້ອນໃຫ້ເຫັນວ່າ:
ຊຸມຊົນບໍ່ແມ່ນ “ຜູ້ຮັບ” ແຕ່ແມ່ນ “ຜູ້ກຳນົດ” ການພັດທະນາ.
ແມ່ຍິງຊົນເຜົ່າທ້ອງຖິ່ນ ຊຶ່ງເຄີຍຖືກເບິ່ງຂ້າມ ບັດນີ້ໄດ້ກ້າວຂຶ້ນມາເປັນຜູ້ນຳ ໃນການປັບຕົວຕໍ່ກັບຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດ ໂດຍນຳໃຊ້ປະສົບການຈາກຊີວິດຈິງ.
ສາມາດດາວໂຫລດບົດລາຍງານໄດ້ທີ່: https://shorturl.asia/q5VHe

🌾 ນາງ ປຶເຕາະ, ນາງ ເງິະ, ນາງ ອາເຊິະ, ນາງ ມີຕຸ ແມ່ຍິງຊົນເຜົ່າອາຄາ ຈາກ ບ້ານຈອມໝອກ ແລະ ບ້ານແສນຂັນຄຳໃໝ່ ເມືອງລອງແຂວງ ຫຼວງນ້ຳທາ ໄດ້ຂຶ້ນເວທີແບ່ງປັນປະສົບການ ເຊິ່ງສະແດງໃຫ້ເຫັນພະລັງຂອງແມ່ຍິງໃນການນຳພາການປ່ຽນແປງ!

🔍 ຢາກຮູ້ບໍ່ວ່າຊຸມຊົນສາມາດກາຍເປັນ "ເຈົ້າການ" ໃນການພັດທະນາໄດ້ແນວໃດ?
👉 ອ່ານບົດຄວາມເຕັມໆ ແລະ ຄົ້ນພົບ 3 ຫຼັກການສຳຄັນສຳລັບການພັດທະນາທີ່ຍືນຍົງໄດ້ທີ່: https://rdalaos.org/we-act2025/

30/09/2025

ເຕີມໄຟໃຫ້ໄວລຸ້ນ ເປັນກິດຈະກຳຫຼ້າສຸດທີ່ທີມງານສະເຕ່ວລ້າ ຈັດຂື້ນມາເພື່ອໃຫ້ອ້າຍເອື້ອຍຈາກຫຼາຍໆພາກສ່ວນ ໄດ້ມາສ້າງແຮງບັນດານໃຈ ຫຼື ແບ່ງເປັນເຄັດບໍ່ລັບທີ່ເຂົາເຈົ້າໃຊ້ໃນຊີວິດປະຈຳວັນ ຫຼື ເຮັດສິ່ງດີໆໃຫ້ກັບຊຸມຊົນ ແລະ ສັງຄົມ.

ມື້ນີ້ຈະພາທຸກຄົນມາ ຮູ້ຈັກກັບ ເອື້ອຍ ຈັນທະລັງສີ ສີສຸວັນ ຫຼື ເອື້ອຍສີ່ ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການຂອງສູນພັດທະນາຊົນນະບົດ (RDA) ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ, ເຊີ່ງເປັນອົງກອນບໍ່ຫວັງຜົນກໍາໄລ ທີ່ເຮັດວຽກຮ່ວມກັບໄວໜຸ່ມ, ຊຸມຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ, ເພື່ອການສົ່ງເສີມການພັດທະນາຊຸມຊົນແບບຍືນຍົງຢູ່ໃນລາວ. ທັງດ້ານສິ່ງແວດລ້ອມ, ໂພຊະນາການ, ສຸຂານາໄມ ແລະ ການຄໍາປະກັນສະບຽງອາຫານ.

ດ້ວຍປະສົບການ ແລະ ເຄືອຄ່າຍທີ່ກວ້າງຂວາງ ລາວສ້າງໂອກາດໃຫ້ຊຸມຊົນມີສ່ວນຮ່ວມໃນການຕັດສິນໃຈ ແລະ ເສີມສ້າງທັກສະອາຊີບຜ່ານຜູ້ປະກອບການຂະໜາດນ້ອຍໃນສັງຄົມ, ຊຸມຊົນ ແລະ ຊົນນະບົດຂອງ ສປປ ລາວ ໃນພາກພື້ນ.

ເອື້ອຍສີ່ຄິດວ່າ Food waste ສ້າງຜົນກະທົບຕໍ່ກັບສິ່ງແວດລ້ອມຍ້ອນວ່າ ການບໍລິໂພກທີ່ສີ້ນເປືອງ ຫຼື ປະຖີ້ມອາຫານຈົນກາຍເປັນອາຫານເສດເຫຼືອ ແມ່ນສິ່ງທີ່ໜ້າລະອາຍຫຼາຍ, ເພາະຍັງມີເດັກນ້ອຍ ແລະ ແມ່ຍິງຖືພາ ຂາດອາຫານທີ່ຫຼາກຫຼາຍ ເປັນບັນຫາທີ່ນັກພັດທະນາຄືພວກເຮົາຕ້ອງໄດ້ຕໍ່ສູ້ ແລະ ໃຫ້ຄວາມຮູ້ແບບຮີບດ່ວນຕໍ່ກັບທຸກຄົນໃນຊຸມຊົນ. ນອກຈາກນັ້ນເມື່ອໄດ້ຍີນຄໍາຖາມວ່າ ຄິດແນວໃດກັບ ຜົນກະທົບຕໍ່ສິ່ງແວດລ້ອມຂອງອາຫານທີ່ເສດເຫຼືອ ແນ່ນອນມັນກະທົບຕໍ່ແຮງງານກະສິກອນ ພະລັງງານການຜະລິດ ແລະ ສ້າງມົນລະພິດໃຫ້ສິ່ງແວດລ້ອມຈາກສິ່ງເສດເຫຼືອຂອງອາຫານເຫຼົ່ານີ້.

ເພື່ອຫຼຸດ Food waste ສິ່ງທີ່ເອື້ອຍສີ່ເລືອກເຮັດແມ່ນ:
• ວາງແຜນການກິນ ແລະ ໃຊ້ວັດຖຸດິບໃຫ້ພໍດີ.
• ຖ້າມີອາຫານຫຼາຍ ຈະແບ່ງປັນໃຫ້ຄົນໃກ້ຕົວ ຫຼື ເພື່ອນຮ່ວມງານ.
• ສ່ວນທີ່ເປັນອາຫານເສດເຫຼືອແມ່ນ ນໍາໄປໃຫ້ຂີ້ກະເດືອນທີ່ອອຟຟິດ ເພື່ອການຍ່ອຍສະລາຍກັບຄືນສູ່ທໍາມະຊາດ.

ອາຫານເສດເຫຼືອບໍ່ແມ່ນເລື່ອງໄກຕົວ ແຕ່ຄືສິ່ງທີ່ເຮົາທຸກຄົນຊ່ວຍຫຼຸດຜ່ອນກັນໄດ້ ເລີ່ມຈາກການວາງແຜນການກິນແບບພໍດີ ແລະ ຈັດການເສດອາຫານໃຫ້ກັບຄືນສູ່ທຳມະຊາດ ລອງມາສ້າງ ວັດທະນະທຳ ບໍ່ຖິ້ມອາຫານຖ້າບໍ່ຈຳເປັນ ເພື່ອຊ່ວຍຮັກສາສິ່ງແວດລ້ອມ ແລະ ສ້າງຄວາມຫມັ້ນຄົງທາງສະບຽງອາຫານໄປພ້ອມກັນ. ແລ້ວເຈົ້າເດມີວິທີຈັດການກັບເສດອາຫານແບບໃດແດ່?ມາແບ່ງປັນກັນໄດ້ເລີຍ.

ສຳລັບຄອມເມັ້ນໃດທີ່ຖືກໃຈທີມງານ ເຮົາມີຂອງທີ່ລະນຶກງາມໆໃຫ້ 3 ລາງວັນລາຍລະອຽດອ່ານຕໍ່ໄດ້ໃນຄອມເມັ້ນເລີຍ.

10/09/2025

🥳🥳📣 Congratulations🥳🥳📣

ຂໍສະແດງຄວາມຍິນດີກັບທຸກຄົນທີ່ຖືກຄັດເລືອກ ເຂົ້າຮ່ວມງານ ກອງປະຊຸມສຳມະນາເຜີຍແຜ່ຜົນໄດ້ຮັບຂອງການວິໄຈແບບມີສ່ວນຮ່ວມໂດຍໃຊ້ເຄື່ອງມື ສຽງຈາກຮູບພາບ (Photovoice)

📅 ວັນທີ 17–18 ກັນຍາ(9) 2025.

📍 ສະຖານທີ່ຈັດງານ: ໂຮງແຮມສຸພັດຕາ, ນະຄອນຫຼວງວຽງຈັນ.

ພວກເຮົາຕື່ນເຕັ້ນຫຼາຍທີ່ຈະໄດ້ພົບກັບທຸກທ່ານ!

ເພື່ອຢັ້ງຢືນການເຂົ້າຮ່ວມ, ກະລຸນາຕິດຕໍ່ພວກເຮົາກ່ອນໃນວັນທີ 12 ກັນຍາ(9) 2025 ຜ່ານຊ່ອງທາງ WhatsApp 020 916 222 49 (ປຸຍ)

ຂໍຂອບໃຈທຸກຄົນທີ່ໃຫ້ຄວາມສົນໃຈ! ພວກເຮົາຫວັງວ່າຈະໄດ້ຮ່ວມງານກັບທຸກທ່ານ!


CARE International in Lao PDR@ผู้ติดตาม@แฟนตัวยงEECL ເຄືອຂ່າຍການສືກສາແລະສ້າງຈິດສຳນືກດ້ານສິ່ງແວດລ້ອມເພື່ອການປ່ຽນແປງໃນລາວSAEDA LAOBrot für die Weltຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

Want your organization to be the top-listed Government Service in Vientiane?
Click here to claim your Sponsored Listing.

Telephone

Address


Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:15