Law and Development Partnership

Law and Development Partnership

Share

LDP ເປັນວິສາຫະກິດກົດໝາຍ ໂດຍທະນາຍຄວາມ

22/02/2026

ຈົ່ງສົ່ງເສີມ ແລະ ປົກປ້ອງຄົນດີ ໃຫ້ຄົນດີ ໄດ້ມີໂອກາດຄວບຄຸມ ຄົນຊົ່ວ ແລະ ສາມາດນຳພາຄົນຊົ່ວ ໃຫ້ກາຍເປັນຄົນດີ
ສັງເກດແນວໃດ ອ່ານຕື່ມລຸ່ມນີ້

17/12/2025

ສະແດງຄວາມດີໃຈ ແລະ ຊົມເຊີຍ ກັບ ແອນນີ້, ນີນີ່, ແມັກກີ້ ແລະ ຊົງ ກື້ ນັກຝຶກງານ LDP ທີ່ສຳເລັດ ຫລັກສູດຝຶກອົບຮົມ ວິຊາຊີບນັກກົດໝາຍ(ສານ, ໄອຍະການ ແລະ ທະນາຍຄວາມ) ຈາກສະຖາບັນຍຸຕິທຳແຫ່ງຊາດ.

Photos from Law and Development Partnership's post 29/09/2025

ບາງເນື້ອໃນ ເອກະສານສຳຄັນ ທີ່ເປັນມະຕິຂອງພັກ ກ່ຽວກັບ 1. ການຍົກສູງປະສິດທິພາບ ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຫລືນິຕິທຳໃນການປົກຄອງ ແລະ 2. ຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ.

ເປັນແນວທາງປະຕິບັດສຳລັບນັກກົດໝາຍ ຕະຫລອດຮອດຜູ້ທີ່ສົນໃຈ

29/09/2025

ທັດສະນະທາງດ້ານຫລັກການ ແລະ ແນວທາງປະຕິບັດຂອງທະນາຍຄວາມ ກ່ຽວກັບການວ່າຄວາມຄະດີອາຍາ ທີ່ຕ້ອງຍຶດຖື ແລະ ປະຕິບັດ ເປັນປົກກະຕິ ເພື່ອຄວາມຍຸຕິທຳທາງອາຍາ ມີດັ່ງນີ້:

1. #ຫລັກການບໍ່ໃຫ້ເອົາບັນຫາທາງແພ່ງມາດຳເນີນເປັນຄະດີອາຍາ, ຂໍ້ຂັດແຍ່ງທີ່ເກີດຂຶ້ນ ມີທີ່ມາຈາກ ຂໍ້ຜູ້ພັນໃນສັນຍານຳກັນ (ສາຍພົວພັນທາງແພ່ງ) ລະຫວ່າງ ຜູ້ຮ້ອງຟ້ອງ ແລະ ຜູ້ຖືກຟ້ອງ (ເປັນລູກຄວາມ) ຫາກທະນາຍຄວາມເຫັນວ່າ ເປັນບັນຫາທາງແພ່ງ ແຕ່ອົງການສືບສວນ-ສອບສວນຫາກໄດ້ຮັບເອົາຮ້ອງຟ້ອງ ມາດຳເນີນທາງອາຍາ ນີ້ ເປັນປະເດັນທີ່ສຳຄັນ ເມື່ອມີຄວາມເຫັນບໍ່ກົງກັນ ວ່າເປັນບັນຫາທາງແພ່ງ ຫລື ອາຍາ ຫລືບໍ? ສະນັ້ນ, ຫາກອົງການສືບສວນ-ສອບສວນ ຍັງບໍ່ຢຸດເຊົາດໍາເນີນ ແລະ ບໍ່ແນະນໍາໃຫ້ຜູ້ຮ້ອງຟ້ອງ ໄປແກ້ໄຂ ຕາມລະບົບແກ້ໄຂຂໍ້ຂັດແຍ່ງທາງແພ່ງປົກກະຕິ, ການນຳພິສູດຕາມຂະບວນການຍຸຕິທຳທາງອາຍາ ຈົນສຸດທາງ ຄື ຕ້ອງມີຄຳວິນິດໄສ-ພິພາກສາຂອງສານປະຊາຊົນ ທີ່ໃຊ້ໄດ້ຢ່າງເດັດຂາດ ເທົ່ານັ້ນ, ທະນາຍຄວາມຕ້ອງມີທັດສະນະຄະຕິທີ່ຖືກຕ້ອງ ຕີບັນຫາລະຫວ່າງ ແພ່ງ ແລະ ອາຍາ ໃຫ້ແຕກ ຕ້ອງບໍ່ສະໜັບສະໜູນ ຫລືປະຕິເສດ ການເອົາບັນຫາແພ່ງມາແກ້ໄຂທາງອາຍາ;
2. #ຫລັກການນິຕິທຳ ໃນການເຄົາລົບ ແລະ ປະຕິບັດ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍ ການຍົກສູງປະສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 112 /ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ແລະ ຕາມລັດຖະທໍາມະນູນ ມາດຕາ 6 ແລະ ມາດຕາ 10, ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ 11, 12, 13, 14 ແລະ 15 ຢ່າງເຂັ້ມງວດ;
3. #ຫລັກການຄວາມສະເໝີພາບຕໍ່ໜ້າກົດໝາຍ ຕ້ອງສະແດງອອກດ້ວຍການ ການຮັບຮູ້ ແລະ ເຄົາລົບ ບົດບາດ ສິດ ແລະ ໜ້າທີ່ ເຊິ່ງກັນ ແລະ ກັນ ລະຫວ່າງ ທະນາຍຄວາມ ແລະ ອົງການສືບສວນ-ສອບ, ໄອຍະການ ແລະ ສານ, ອົງການສືບສວນ-ສອບສວນ ປຽບເໝືອນຕົ້ນທາງ ໃນຂະບວນການຍຸຕິທຳທາງອາຍາ ທີ່ຕ້ອງຄຳນຶງເຖິງສິດຂອງຜູ້ເຂົ້າຮ່ວມໃນການດຳເນີນຄະດີອາຍາ (ຜູ້ຖືກຮ້ອງຟ້ອງ, ຜູ້ຖືກສົງໄສ, ຜູ້ຖືກຫາ ແລະ ຈຳເລີຍ) ລວມມີ ບົດບາດຂອງທະນາຍຄວາມໃນຖານະຜູ້ໃຫ້ຄຳປຶກສາ ແລະ ວ່າຄວາມໃຫ້ຜູ້ຖືກດຳເນີນຄະດີອາຍາ ຕາມກົດໝາຍວ່າດ້ວຍທະນາຍຄວາມ ແລະ ຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບດຽວກັນ;
4. #ຫລັກການປົກປ້ອງສິດແລະຜົນປະໂຫຍດອັນຊອບທຳຂອງຜູ້ຖືກດໍາເນີນຄະດີໂດຍບໍ່ມີອະຄະຕິ (ປາສະຈາກ 4 ອະຄະຕິ) ຂອງຜູ້ດໍາເນີນຄະດີ ແລະ ຕາມກົດຈັນຍາບັນວິຊາຊີບທະນາຍຄວາມຕໍ່ລູກຄວາມ ທີ່ຕ້ອງສະແດງດ້ວຍການ ຄຳນຶງເຖິງຜົນກະທົບຕໍ່ຮູບຄະດີ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຜູ້ຖືກສົງໄສ (ຜູ້ເຂົ້າຮ່ວມໃນການດຳເນີນຄະດີອາຍາ)ຂອງອົງການດຳເນີນຄະດີ ແລະ ການຮັກສາຄວາມລັບຂໍ້ມູນຂອງລູກຄວາມ ຕາມກົດໝາຍ ໃນການເຄື່ອນໄຫວວ່າຄວາມຂອງຕົນ;
5. #ຫລັກການເຄົາລົບແລະຕ້ອງປະຕິບັດຕາມການກຳນົດທີ່ກົດໝາຍອະນຸຍາດຫລືບໍ່ອະນຸຍາດໃຫ້ກະທຳ ແລະ ບໍ່ແຊກແຊງ ບົດບາດ ເຊິ່ງກັນຢ່າງເຂັ້ມງວດ, ນີ້ກໍເປັນຫລັກການໜຶ່ງທີ່ສໍາຄັນ ຊຶ່ງສະແດງອອກ ໂດຍສະເພາະສິດຂອງທະນາຍຄວາມ ໃນນາມຜູ້ເຂົ້າຮ່ວມໃນການດຳເນີນຄະດີອາຍາ, ມີສິດໄດ້ຮັບຊາບຂໍ້ກ່າວຫາ, ສຳເນົາເອກະສານໃນສຳນວນຄະດີ ໂດຍສະເພາະຄໍາຮ້ອງຟ້ອງ, ຄໍາສັ່ງເປີດການສືບສວນ-ສອບສວນ ແລະ ຄຳສັ່ງຕ່າງໆຂອງອົງການສືບສວນ-ສອບສວນ, ຫາກອົງການດັ່ງກ່າວບໍ່ປະຕິບັດຕາມຂັ້ນຕອນຂອງການດຳເນີນຄະດີ ແລະ ບໍ່ໄດ້ຮັບການຮ່ວມມື ແລະ ໄດ້ມີການທວງຖາມ-ທວງຖາມ ຫລື ສະເໜີຫຼາຍຄັ້ງແລ້ວ ແຕ່ຍັງບໍ່ໄດ້ຮັບການແກ້ໄຂ ຫລື ບໍ່ຕອບສະໜອງ ຫລື ຖືກເມີນເສີຍ, ສະນັ້ນ ການເຮັດໜັງສືສະເໜີ ແລະ ລາຍງານ ໄປຫາພາກສ່ວນທີ່ກ່ຽວຂ້ອງໃນການບັງຄັບໃຊ້ກົດໝາຍ ເປັນຕົ້ນສາຍຕັ້ງທີ່ມີສິດອຳນາດສູງກວ່າຂອງອົງການດຳເນີນຄະດີທີ່ກຳລັງດຳເນີນຄະດີ ແລະ ອົງການກວດກາແຫ່ງລັດ ສະນັ້ນ, ເພື່ອຮັບປະກັນສິດຂອງທະນາຍຄວາມ ໃນການເຂົ້າຮ່ວມການດຳເນີນຄະດີອາຍາ ຕາມກົດໝາຍວ່າດ້ວຍທະນາຍຄວາມ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ເປັນວິທີການສະເພາະຂອງວິຊາຊີບທະນາຍຄວາມ ຕາມກົດໝາຍ ເພື່ອມີການກວດກາ ແລະ ແກ້ໄຂ ໃຫ້ຖືກຕ້ອງຕາມກົດໝາຍ ຕໍ່ໄປແລະ ຫລັກການອຶ່ນໆ ຕາມມາດຕາ 10 ຫາ 26 ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ມາດຕາ ມາດຕາ 5 ກົດໝາຍວ່າດ້ວຍທະນາຍຄວາມ

28/09/2025

ຄວາມຜິດພາດ ຄວາມເສຍຫາຍ ມີລາຄາທີ່ຕ້ອງຈ່າຍ ແລະ ຕ້ອງມີຜູ້ຮັບຜິດຊອບຕາມກົດໝາຍ

Photos from Law and Development Partnership's post 10/09/2025

#ໂລກແລະມະນຸດກຳເນີດຂຶ້ນມາ
#ກົດບໍ່ໃຫ້ບຽດບຽນກັນ
#ຮັບປະກັນດ້ວຍສິນທັມແລະກົດໝາຍ
#ກົດແຫ່ງກຳ

09/09/2025

ຄີເວີດ(Key words ຄຳສັບທີ່ສຳຄັນ)ຂອງກົດແຫ່ງກົດໝາຍ: ມະນຸດສ້າງຂຶ້ນ, ເປັນທີ່ຍອມຮັບ, ຜູ້ສ້າງແລະຜູ້ປະຕິບັດ ມີຄວາມສະເໝີພາບ, ບໍ່ມີໃຜຢູ່ນອກແລະເໜືອກົດໝາຍ, ມີກົນໄກບັງຄັບໃຫ້ປະຕິບັດ(ປະສິດທິພາບ), ຄຳນຶງສິດ ແລະ ຄວາມຍຸຕິທຳ......

ຄີເວີດ(Key words ຄຳສັບທີ່ສຳຄັນ)ຂອງກົດແຫ່ງຄວາມຍຸຕິທຳ : ຄວາມຖືກຕ້ອງ, ດີງາມ, ສິນທຳພື້ນຖານ, ທ່ຽງທຳ ຫລື ຄະຕິ ຕໍ່ ຄວາມຈິງ ແລະ ເຫດຜົນ, ເຄົາລົບກົດໝາຍ.....

ອີກກົດໝຶ່ງທີ່ສຳຄັນ, ແນ່ນອນ ແລະແທ້ຈິງ ຄື #ກົດແຫ່ງກຳ ທີ່ຍຸຕິທຳສະເໝີ

ປັດໄຈ 4 ເປັນສິ່ງຮັບປະກັນໃຫ້ແກ່ການໃຊ້ຊີວິດຂັ້ນພື້ນຖານຂອງມະນຸດ ແຕ່ສິ່ງທີ່ຕ້ອງມີສະເໝີພາບກັນ ຄືປັດໄຈທີ 5 ຫາກບໍ່ມີແລ້ວ ເຖິງຈະມີປັດໄຈ4ຫລາຍເທົ່າໃດ ກໍບໍ່ມີຄວາມໝາຍ ນັ້ນຄື "ຄວາມຍຸຕິທັມ".

09/09/2025

ກົດໝາຍຈະເປັນໝັນຫາກຍັງບໍ່ເຂົ້າເຖິງ ບໍ່ເຂົ້າໃຈກົດແຫ່ງກົດໝາຍ ກົດແຫ່ງຄວາມຍຸຕິທຳ

30/08/2025

ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການກວດກາແຫ່ງລັດ ມີບົດບາດ ສຳຄັນ ແລະ ໂດຍກົງ ຂັ້ນສູນກາງ ໃນການດຳເນີນຄະດີ ສໍ້ລາດບັງຫລວງ, ເປັນອົງການທີ່ຖືກສ້າງຕັ້ງຂຶ້ນຕາມລັດຖະທຳມະນູນ ມາດຕາ 103-106, ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ປະມວນກົດໝາຍອາຍາ ໝວດທີ 10 ມາດຕາ 354 ຫາ 369.

ຜູ້ນຳອົງກອນດັ່ງກ່າວ ບໍ່ວ່າຜູ້ເກົ່າ ແລະ ຜູ້ໃໝ່ ມີບົດບາດຄຳສັນ ໃນການປະກອບສ່ວນສ້າງຄວາມເຂັ້ມແຂງ ແລະ ບັງຄັບໃຊ້ກົດໝາຍໃຫ້ມີຄວາມສັກສິດ.

ຂໍສະແດງຄວາມຊົມເຊີຍ ແລະ ເປັນແຮງ ກຳລັງໃຈ ສະໜັບສະໜູນ ໃຫ້ທຸກທ່ານທີ່ກ່ຽວຂ້ອງ ໃນການປະຕິບັດສິດ ແລະ ໜ້າທີ່ ຕ້ານ ແລະ ດຳເນີນຄະດີສໍ້ລາດບັງຫລວງ ແລະ ປົກປັກສາຫລັກການປົກຄອງດ້ວຍກົດໝາຍ ຕາມລັດຖະທຳມະນູນ.

ສາມາດອ່ານກົດໝາຍທີ່ກ່ຽວຂ້ອງ ຕາມລິ້ງ:
ລັດຖະທຳມະນູນ: https://www.laoofficialgazette.gov.la/kcfinder/upload/files/77,20,3,2025.pdf

ປະມວນກົດໝາຍອາຍາ:https://www.laoofficialgazette.gov.la/kcfinder/upload/files/26%E0%BA%AA%E0%BA%9E%E0%BA%8A2018.pdf
1. ກົດໝາຍວ່າດ້ວຍການກວດກາລັດ:https://www.laoofficialgazette.gov.la/kcfinder/upload/files/202325%E0%BA%AA%E0%BA%9E%E0%BA%8A2022.pdf
2. ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ:https://www.laoofficialgazette.gov.la/kcfinder/upload/files/52%20.28.6.2024.pdf
3. ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ:https://www.laoofficialgazette.gov.la/kcfinder/upload/files/%E0%BA%94%E0%BA%B3%E0%BB%80%E0%BA%99%E0%BA%B5%E0%BA%99%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BA%AD%E0%BA%B2%E0%BA%8D%E0%BA%B237.pdf

ພິທີມອບ-ຮັບ ໜ້າທີ່ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຜູ້ໃໝ່

ໃນວັນທີ 28 ສິງຫາ 2025, ທີ່ສະໂມສອນຄະນະກວດກາສູນກາງພັກ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ຮັກສາການຫົວໜ້າກົມ ຜູ້ເກົ່າ ແລະ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງຜູ້ໃໝ່ຂຶ້ນ ລະຫວ່າງສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ(ຜູ້ເກົ່າ) ແລະ ສະຫາຍ ສຸພາວົງ ວັນທານຸວົງ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ(ຜູ້ໃໝ່), ໂດຍໃຫ້ກຽດເປັນປະທານຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກຫ້ອງການ, ກົມຈັດຕັ້ງ-ພະນັກງານ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອ່ານຂ່າວອື່ນໆ ຫຼືຍ້ອນຫຼັງໄດ້ທີ່: www.sethakit-psx.la
#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ

Photos from ບ້ານ ດອນໄຊອຸດົມ-ເຂດ2 Donsai Oudom village's post 29/08/2025
Photos from Law and Development Partnership's post 29/08/2025

ຜູ້ຖືກສືບສວນ-ສອບສວນ(ຖືກຫາ) ຄະດີ ສໍ້ລາດບັງຫລວງ ມີສິດເອົາ ແລະ ພົບທະນາຍຄວາມ ຕາມມາດຕາ 44 ຂໍ້ 6 ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ.

ຢາກຮູ້ວ່າ ຈະຄິດເຖິງທະນາຍຄວາມບໍນໍ້? ແລະ ທະນາຍຄວາມເອງຄິດວ່າແນວໃດ?

#ຄວາມຍຸຕິທຳທາງອາຍາ
#ການຄຳນຶງເຖິງສິດຂອງຜູ້ຖືກຫາ

ສາມາດອ່ານກົດໝາຍເພິ່ມເຕີມ ຕາມລິ້ງນີ້:
1. ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງhttps://www.laoofficialgazette.gov.la/kcfinder/upload/files/52%20.28.6.2024.pdf
2. ກົດໝາຍວ່າດ້ວຍທະນາຍຄວາມhttps://www.laoofficialgazette.gov.la/kcfinder/upload/files/23%E0%BA%AA%E0%BA%9E%E0%BA%8A2022.pdf

Want your practice to be the top-listed Law Practice in Vientiane?
Click here to claim your Sponsored Listing.

Website

Address


Huay Hong Village
Vientiane
HOM9

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00