World Food Programme
Contact information, map and directions, contact form, opening hours, services, ratings, photos, videos and announcements from World Food Programme, Nonprofit Organization, 17°56'19. 3"N 102°38'00. 4"E, Vientiane.
In Laos, the World Food Programme concentrates on four priorities: ensuring that people have enough food throughout the year, ending poor diets, coping with the changing climate, and helping Lao authorities to address all these challenges.
05/06/2026
[English text below] 👩🌾🌾 ນາງ ແບມ, ຜູ້ອໍານວຍຄວາມສະດວກຂັ້ນບ້ານດ້ານໂພຊະນາການ ທີ່ແຂວງເຊກອງ, ຜູ້ທີ່ມີຄວາມຫ້າວຫັນ ແລະ ເປັນແບບຢ່າງໃຫ້ແກ່ຊຸມຊົນຂອງລາວ. ຢູ່ທີ່ ສູນຮຽນຮູ້ໂພຊະນາການຊຸມຊົນ ພາຍໃຕ້ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ອົງການອາຫານໂລກ (WFP), ລາວໄດ້ຮຽນຮູ້ກ່ຽວກັບໂພຊະນາການ, ອາຫານທີ່ມີປະໂຫຍດ ແລະ ວິທີການເຮັດກະສິກຳທີ່ດີຂຶ້ນກວ່າເກົ່າ.
ລາວໄດ້ນຳເອົາຄວາມຮູ້ນີ້ມາຈັດຕັ້ງປະຕິບັດຕົວຈິງ ໂດຍການປູກຜັກ 🥬, ລ້ຽງສັດ 🐓, ພ້ອມທັງປັບປຸງລາຍຮັບ ແລະ ໂພຊະນາການຂອງຄອບຄົວໃຫ້ດີຂຶ້ນ. ໃນເຂດທີ່ມີການປູກກາເຟເປັນອາຊີບຫຼັກ, ນາງ ແບມ ໄດ້ຊຸກຍູ້ໃຫ້ຄອບຄົວອື່ນໆ ຫັນມາສ້າງຄວາມຫຼາກຫຼາຍໃຫ້ແກ່ການດຳລົງຊີວິດ ແລະ ແຫຼ່ງອາຫານຂອງເຂົາເຈົ້າ. ຄວາມສຳເລັດຂອງລາວ ໄດ້ກາຍເປັນແຮງບັນດານໃຈໃຫ້ແກ່ຜູ້ອື່ນ ໃນການສ້າງການປ່ຽນແປງ ໄປໃນທາງທີ່ດີ, ນັ້ນເປັນການຊ່ວຍສ້າງຊຸມຊົນທີ່ລາວຢູ່ໃຫ້ມີສຸຂະພາບທີ່ແຂງແຮງ ແລະ ມີຄວາມຍືດຍຸ່ນໄດ້ດີຂຶ້ນ. 🥗
👩🌾🌾Bam, an active nutrition facilitator in Sekong Province, is a true role model in her community. At the Agriculture For Nutrition Project Phase II - AFN II Farmer Nutrition School, supported by WFP, she learned about nutrition, healthy diets and better farming practices.
She has put this knowledge into action by growing vegetables🥬 raising livestock🐓, and improving her family's income and nutrition. In an area where coffee farming is dominant, Bam encourages other families to diversify their livelihoods and food sources. Her success is inspiring other to make positive changes, helping build healthier and more resilient communities.🥗👏
Agriculture For Nutrition Project Phase II - AFN II International Fund for Agricultural Development (IFAD) World Bank Laos - ທະນາຄານໂລກ Agriculture and Food Security Program
04/06/2026
[English text below] 🇩🇪 ມື້ນີ້, ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດເຢຍລະມັນ ແລະ ທ່ານເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ເພື່ອຮ່ວມແລກປ່ຽນ ແລະ ແບ່ງປັນໃຫ້ເຫັນເຖິງໝາກຜົນທີ່ເປັນຮູບປະທຳພາຍໃຕ້ການຊ່ວຍເຫຼືອຈາກປະເທດເຢຍລະມັນ ຕໍ່ວຽກງານອາຫານໃນໂຮງຮຽນ ຢູ່ ສປປ ລາວ.
🥗 ພາຍໃຕ້ການຊ່ວຍເຫຼືອດັ່ງກ່າວ, ເດັກນ້ອຍນັກຮຽນຫຼາຍກວ່າ 23,000 ຄົນ ໃນ 3 ແຂວງພາກໃຕ້ ທີ່ມີຄວາມສ່ຽງດ້ານຄວາມໝັ້ນຄົງທາງດ້ານສະບຽງອາຫານ ແມ່ນໄດ້ຮັບອາຫານທີ່ມີໂພຊະນາການໃນທຸກໆມື້, ເຊິ່ງຊ່ວຍໃຫ້ເຂົາເຈົ້າມີສະມາທິໃນການຮຽນ ແລະ ສາມາດສ້າງອະນາຄົດທີ່ດີກວ່າເກົ່າດ້ວຍການສຶກສາ.
🌱 ໂດຍຜ່ານວິທີການຈັດຕັ້ງປະຕິບັດໂຄງການ "ຈາກສວນສູ່ໂຮງຮຽນ" (farm-to-school), ຊາວກະສິກອນທ້ອງຖິ່ນ, ໂດຍສະເພາະແມ່ນແມ່ຍິງ, ແມ່ນໄດ້ຮັບໂອກາດໃນການສ້າງລາຍຮັບ ໂດຍການສະໜອງຜົນຜະລິດທີ່ສົດໃໝ່ໃຫ້ແກ່ໂຮງຮຽນ. ສິ່ງນີ້ບໍ່ພຽງແຕ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການດຳລົງຊີວິດຂອງເຂົາເຈົ້າເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ເຂົາເຈົ້າສາມາດພິ່ງພາຄົວເອງຢູ່ໃນຊຸມຊົນຂອງເຂົາເຈົ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນອີກດ້ວຍ.
ການຊ່ວຍເຫຼືອຂອງປະເທດເຢຍລະມັນ ໃຫ້ແກ່ ສປປ ລາວ ແມ່ນຖືໄດ້ວ່າເປັນການຊ່ວຍສ້າງລະບົບການຮ່ວມມືລະຫວ່າງຂະແໜງການລະດັບຊາດ ຄື ຂະແໜງກະສິກຳ ແລະ ຂະແໜງສຶກສາທິການ, ເຊິ່ງຊ່ວຍໃຫ້ລາຍຮັບຂອງປະຊາຊົນໃນເຂດຊົນນະບົດມີຄວາມໝັ້ນຄົງ ແລະ ເປັນຕາໜ່າງປົກປ້ອງທາງສັງຄົມໃນເວລາທີ່ປະສົບກັບວິກິດການທາງດ້ານເສດຖະກິດ.
🤝 ພວກເຮົາມີຄວາມຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ການຊ່ວຍເຫຼືອຢ່າງຕໍ່ເນື່ອງຈາກ ກະຊວງການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນເຢຍລະມັນ.
🇩🇪 Today, we had the honor of welcoming a delegation of German parliamentarians and the the German Ambassador to Lao PDR, so we could share with them firsthand the impact of Germany’s support to school meals in Lao PDR.
🥗 Under this support, more than 23,000 children, in the three most food-insecure southern provinces, are receiving a nutritious meal daily, helping them focus in class and build a better future through education.
🌱 Through the project's farm-to-school approach, local farmers, especially women, are gaining opportunities to earn income by supplying fresh produce to schools. This not only strengthens their livelihoods but also helps them remain in the communities and contributes to local economic development.
Germany's contribution to Laos builds a national cross-sectoral system between agriculture and education, which helps stabilise rural incomes and acts as a safety net during economic hardship.
🤝 We are grateful for Bundesministerium für wirtschaftliche Zusammenarbeit und Entwicklung (BMZ) ’s continued support.
Germanyinlaos
[English text below] ອົງການອາຫານໂລກ (WFP) ກໍາລັງໃຫ້ການສະໜັບສະໜູນ ແມ່ຍິງຊາວກະສິກອນ ໃນສອງເມືອງ ຂອງແຂວງຫົວພັນ. ໂດຍຜ່ານການປະສົມປະສານລະຫວ່າງ ການຝຶກອົບຮົມດ້ານກະສິກຳທີ່ສາມາດປັບຕົວເຂົ້າກັບສະພາບອາກາດ, ການໃຫ້ຄວາມຮູ້ດ້ານໂພຊະນາການ, ດ້ານການເງິນ, ແລະ ການວາງແຜນການລົງທຶນ, ລວມທັງການຊ່ວຍເຫຼືອດ້ານເງິນສົດ ເພື່ອຊື້ແນວພັນພືດ, ສັດ ແລະ ອຸປະກອນການຜະລິດທີ່ແທດເໝາະກັບລະດູການ.
ດ້ວຍການຊ່ວຍເຫຼືອຈາກ ລັດຖະບານໄອແລນ (Ireland), ຊາວກະສິກອນ ຈຶ່ງມີຄວາມໝັ້ນໃຈຫຼາຍຂຶ້ນໃນການລົງທຶນເພື່ອອະນາຄົດຂອງເຂົາເຈົ້າ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ປັບປຸງດ້ານໂພຊະນາການ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ພ້ອມທັງສ້າງຄວາມສາມາດໃນການຟື້ນຕົວ ເພື່ອຮັບມືກັບຜົນກະທົບຈາກການປ່ຽນແປງສະພາບອາກາດ. 🌱💙
WFP is supporting women smallholder farmers in two districts of Houaphan province through a combination of climate-resilient agricultural training, nutrition education, financial literacy, and investment planning, as well as cash assistance to buy seeds and tools.
Thanks to the Government of Ireland, farmers are gaining the confidence to invest in their futures, strengthening their livelihoods, improving nutrition and food security, while also building their resilience to withstand climate shocks. 🌱💙
🎥 Watch the story.
Irish Aid Irish Embassy in Vietnam
01/06/2026
[English text below] 🌸 ສຸກສັນວັນເດັກນ້ອຍສາກົນ! 🌸
ມື້ນີ້, ພວກເຮົາມາຮ່ວມສະເຫຼີມສະຫຼອງວັນເດັກນ້ອຍໃນທົ່ວປະເທດລາວ — ຜູ້ທີ່ມີຮອຍຍິ້ມທີ່ສົດໃສ, ສຽງຫົວທີ່ເຕັມໄປດ້ວຍຄວາມສຸກ, ແລະ ປາສະຈາກຄວາມກັງວົນ. 💙
ເດັກນ້ອຍທຸກຄົນສົມຄວນໄດ້ຮັບການເບິ່ງແຍງທີ່ດີ, ເຕີບໃຫຍ່ດ້ວຍຄວາມຫວັງ, ຄວາມຮັກ, ແລະ ການເຂົ້າເຖິງອາຫານທີ່ມີໂພຊະນາການ ເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ຮຽນຮູ້ ແລະ ແຂງແຮງ. ຜ່ານການສະໜັບສະໜູນອາຫານທ່ຽງໃນໂຮງຮຽນ ແລະ ສົ່ງເສີມໂພຊະນາການ, ອົງການອາຫານໂລກ (WFP) ຍັງຄົງມູ່ງໝັ້ນສືບຕໍ່ເຮັດວຽກຢ່າງເຕັມທີ່ ເພື່ອຮັບປະກັນໃຫ້ເດັກນ້ອຍມີສຸຂະພາບທີ່ແຂງແຮງ, ປະສົບຄວາມສຳເລັດໃນການຮຽນ, ແລະ ຮ່ວມກັນສ້າງອະນາຄົດທີ່ສົດໃສກວ່າເກົ່າ.🍚📚
🌸 Happy International Children’s Day! 🌸
Today, we celebrate childen across Laos — their bright smiles, joyful laughter, and the simple happiness of a carefree childhood. 💙
Children deserve to grow up with hope, love, and access to nutritious meals that help them learn and thrive. Through its support for school meals and nutrition, WFP continues to work to ensure that children stay healthy, succeed in school and build a brighter future. 🍚📚
25/05/2026
[English text below] ⛈️ ໃນແຕ່ລະປີຂອງລະດູຝົນ, ຫຼາຍຄອບຄົວທີ່ທຸກຍາກ ແລະ ບອບບາງ ໃນເມືອງຊ່ອນ ແຂວງຫົວພັນ ຕ້ອງປະເຊີນກັບຄວາມບໍ່ແນ່ນອນໃນການເຂົ້າເຖິງແຫຼ່ງສະບຽງອາຫານ. ໃນປີນີ້, ສະຖານະການແມ່ນຍິ່ງມີຄວາມທ້າທາຍຫຼາຍຂຶ້ນ ເນື່ອງຈາກວິກິດການນ້ຳມັນເຊື້ອໄຟທົ່ວໂລກທີ່ກຳລັງຜັນຜວນຢູ່ ໄດ້ສົ່ງຜົນໃຫ້ລາຄາອາຫານ ແລະ ສິ່ງຂອງຈຳເປັນພື້ນຖານມີລາຄາສູງຂຶ້ນ.
ກ່ອນລະດູຝົນຈະມາຮອດ, ແມ່ຍິງຫຼາຍກວ່າ 460 ຄົນ ໃນ 11 ໝູ່ບ້ານຂອງເມືອງຊ່ອນ, ລວມທັງ ນາງ ປ້ານ, ໄດ້ຮັບທຶນຊ່ວຍເຫຼືອເປັນເງິນສົດ ຜ່ານໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານໄອແລນ ເພື່ອເສີມສ້າງຄວາມເຂັ້ມແຂງໃນການຮັບມືກັບຄວາມທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງສະພາບພູມອາກາດ ແລະ ວິກິດການທາງດ້ານເສດຖະກິດ, ພ້ອມທັງສ້າງວິຖີຊີວິດທີ່ໝັ້ນຄົງກວ່າເກົ່າ. ເຊິ່ງລາວ ມີແຜນທີ່ຈະນຳໃຊ້ເງິນດັ່ງກ່າວເພື່ອຊື້ຕາໜ່າງເຮັດຮົ້ວ ແລະ ລ້ຽງສັດນ້ອຍເພີ່ມຂຶ້ນ.
ຂໍຂອບໃຈມາຍັງ ສະຖານທູດໄອແລນ ປະຈຳ ຫວຽດນາມ ແລະ ອົງການຊ່ວຍເຫຼືອລ້າຂອງລັດຖະບານໄອແລນ ທີ່ໄດ້ໃຫ້ການສະໜັບສະໜູນຊຸມຊົນ ເພື່ອໃຫ້ສາມາດຮັບມືກັບວິກິດການຕ່າງໆໄດ້ດີຂຶ້ນ, ພ້ອມທັງຮັບປະກັນແຫຼ່ງອາຫານ ແລະ ລາຍຮັບທີ່ໝັ້ນຄົງກວ່າເກົ່າ.
⛈️Every year during the rainy season, many vulnerable families in Xon district of Houaphan province face uncertainty in accessing enough food. This year, the situation is even more challenging, as the ongoing global fuel crisis has driven up the cost of food and basic necessities.
Just before the start of the rainy season, more than 460 women in 11 villages of Xon district, including Parn, received a cash grant through a project supported by the Government of Ireland, to strengthen their resilience to challenges such as climate and economic shocks, and build more secure livelihoods. Parn plans to use the money to buy fencing and raise more small animals.
Thanks to the Irish Embassy in Vietnam and Irish Aid for supporting the communities to better withstand shocks and secure a more stable source of food and income.
24/05/2026
[english text below] ທ່ານ ສໍລະພົງ ກ່າວວ່າ: ການດຳເນີນງານລ່ວງໜ້າ ຊ່ວຍເພີ່ມການປົກປ້ອງອີກຊັ້ນໜຶ່ງໃຫ້ແກ່ຊຸມຊົນ ໃນເວລາທີ່ພວກເຂົາຕ້ອງປະເຊີນກັບວິກິດການຕ່າງໆ. ເຊິ່ງລາວມີຄວາມພາກພູມໃຈທີ່ໄດ້ຮ່ວມງານກັບ ລັດຖະບານ ໃນການຫັນປ່ຽນບຸລິມະສິດແຫ່ງຊາດໄປສູ່ການປະຕິບັດຕົວຈິງ ແລະ ເສີມສ້າງລະບົບຕ່າງໆເພື່ອໃຫ້ເກີດຜົນກະທົບທີ່ຍືນຍົງ. ດ້ວຍການຮ່ວມມື ແລະ ຄຳໝັ້ນສັນຍາທີ່ມີຮ່ວມກັນ, ພວກເຮົາພວມສ້າງຄວາມເຂັ້ມແຂງໃຫ້ແກ່ການດຳລົງຊີວິດ ແລະ ຊຸມຊົນໃຫ້ມີຄວາມໝັ້ນຄົງຍິ່ງຂຶ້ນ.
Pre-emptive action offers an added layer of protection for communities when they face shocks, says Sorraphong Pasomsouk who is proud to serve alongside the Government of Laos, turning national priorities into action and strengthen systems for lasting impact. Through partnership and shared commitment, we are building resilient livelihoods and stronger communities.
22/05/2026
[English text below] ການຊ່ວຍເຫຼືອລ້າຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນເຢຍລະມັນ ໄດ້ຊ່ວຍໃຫ້ ນາງ ສຸກສະຫວັນ, ຜູ້ທີ່ອາໄສຢູ່ໃນແຂວງເຊກອງ, ປ່ຽນແປງມຸມມອງຕໍ່ອະນາຄົດຂອງຕົນເອງ.
ຈາກທີ່ເຄີຍອອກຈາກບ້ານໄປຊອກຫາວຽກເຮັດງານທຳທີ່ມີລາຍໄດ້ດີກວ່າຢູ່ປະເທດໄທ, ມື້ນີ້ ສຸກສະຫວັນ ໄດ້ສຳເລັດການຝຶກອົບຮົມທີ່ສະໜັບສະໜູນໂດຍອົງການອາຫານໂລກ ຢູ່ພາຍໃນບ້ານຂອງລາວເອງ. ປັດຈຸບັນ, ນາງໄດ້ລ້ຽງໄກ່ພັນໄຂ່ ແລະ ປູກຜັກສວນຄົວ ເພື່ອສະໜອງໃຫ້ແກ່ໂຮງຮຽນ ແລະ ຕະຫຼາດໃນຊຸມຊົນ.
ມື້ນີ້, ສຸກສະຫວັນ ມີລາຍໄດ້ພຽງພໍເພື່ອລ້ຽງດູຄອບຄົວ ແລະ ຍັງໄດ້ຢູ່ໃກ້ຊິດເພື່ອເບິ່ງແຍງພໍ່ແມ່ທີ່ເຖົ້າແກ່ຂອງລາວ.
ຂໍຂອບໃຈກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນເຢຍລະມັນ ທີ່ບໍ່ພຽງແຕ່ສະໜັບສະໜູນນັກຮຽນເທົ່ານັ້ນ, ແຕ່ຍັງໄດ້ສະໜັບສະໜູນການສ້າງອາຊີບທີ່ຊ່ວຍໃຫ້ຫຼາຍຄອບຄົວມີອະນາຄົດທີ່ໝັ້ນຄົງ ແລະ ມີຄວາມຫວັງຫຼາຍຂຶ້ນຢູ່ທີ່ບ້ານເກີດຂອງຕົນເອງ.
A grant from Bundesministerium für wirtschaftliche Zusammenarbeit und Entwicklung (BMZ) has helped Souksavanh, who lives in Sekong province, change her perspective on her future.
Once forced to leave home for Thailand in search of better income opportunities, Souksavanh completed training provided by WFP in her village. She is now raising layer chickens and growing vegetables to supply to schools and markets.
Today, Souksavanh earns enough to support her family and can stay close to care for her elderly parents.
Thanks to Bundesministerium für wirtschaftliche Zusammenarbeit und Entwicklung (BMZ) for supporting not only schoolchildren, but also livelihoods that help families build a more stable and hopeful future at home.
Germanyinlaos
21/05/2026
[English text below] ອາຫານແມ່ນສິ່ງທີ່ເຊື່ອມໂຍງຜູ້ຄົນເຂົ້າຫາກັນ, ແລະ ການເຂົ້າໃຈເຖິງຄຸນຄ່າທາງໂພຊະນາການຂອງການຜະລິດອາຫານເຮັດໃຫ້ການປຸງແຕ່ງອາຫານມີຄວາມໝາຍຫຼາຍຂຶ້ນ. ເຊິ່ງບໍ່ແມ່ນພຽງແຕ່ການເຮັດໃຫ້ອີ່ມທ້ອງອີກຕໍ່ໄປ, ແຕ່ແມ່ນການຮັບປະກັນໃຫ້ມີອາຫານທີ່ດີຕໍ່ສຸຂະພາບ, ແລະ ມີໂພຊະນາການ ເຊິ່ງເປັນປະໂຫຍດຕໍ່ຜູ້ທີ່ຕ້ອງການຫຼາຍທີ່ສຸດ ເຊັ່ນ: ແມ່ຍິງຖືພາ ແລະ ເດັກນ້ອຍ.
ການໄດ້ເຫັນຜູ້ຊາຍຫຼາຍຄົນເຂົ້າຮ່ວມໃນການຝຶກອົບຮົມການສາທິດການປຸງແຕ່ງອາຫານ ພາຍໃຕ້ໂຄງການ ກະສິກຳເພື່ອໂພຊະນາການໄລຍະທີ່2 ໃນແຂວງອຸດົມໄຊຄັ້ງນີ້ແມ່ນເຮັດໃຫ້ພວກເຮົາມີຄວາມປະທັບໃຈຫຼາຍ. ພວກເຂົາໄດ້ແລກປ່ຽນຄວາມຮູ້ກ່ຽວກັບວັດຖຸດິບຈາກທ້ອງຖິ່ນຢ່າງສ້າງສັນ ພ້ອມທັງເປີດຮັບແນວຄວາມຄິດໃໝ່ໆກ່ຽວກັບໂພຊະນາການ ແລະ ການກຽມອາຫານ - ທີ່ສຳຄັນກວ່ານັ້ນ, ພວກເຂົາໄດ້ມີສ່ວນຮ່ວມໃນການແບ່ງປັນໜ້າທີ່ກັນເພື່ອຮັບປະກັນໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີສຸຂະພາບທີ່ດີຂຶ້ນ.
Food brings people together, and understanding the nutritional value of food production makes cooking more purposeful. It is no longer only about filling stomachs, but about ensuring healthy, balanced, and nutritious meals 🥗benefitting those who need them most, such as pregnant women 🤰and young children.👶
It was inspiring to see many men participating in the cooking demonstration master training sessions under Agriculture For Nutrition Project Phase II - AFN II in Oudomxay province. They actively shared their knowledge of local ingredients while embracing new ideas on nutrition and food preparation - more importantly, taking on shared roles to ensure healthier meals for their families and communities.💙
Agriculture For Nutrition Project Phase II - AFN II International Fund for Agricultural Development (IFAD) Agriculture and Food Security Program World Bank Laos - ທະນາຄານໂລກ
19/05/2026
[English text below] ການທີ່ໄດ້ເຫັນເດັກນ້ອຍຈາກຄອບຄົວທີ່ທຸກຍາກຂາດເຂີນ ໄດ້ໄປໂຮງຮຽນ ແລະ ໄດ້ກິນອາຫານທີ່ມີໂພຊະນາການໃນໂຮງຮຽນ — ເຊິ່ງສ່ວນຫຼາຍແມ່ນອາຫານທີ່ມີໂພຊະນາການພຽງຄາບດຽວຂອງພວກເຂົາໃນແຕ່ລະມື້🍲 ເປັນພາບທີ່ປະທັບໃຈຫຼາຍ. ຊ່ວງເວລາແບບນີ້ເອງ ທີ່ເປັນແຮງບັນດານໃຈໃຫ້ເພື່ອນຮ່ວມງານຂອງພວກເຮົາ, ລວມທັງ ວຽງສະຫວັນ, ທີ່ມີແຮງບັນດານໃຈ ສືບຕໍ່ເຮັດວຽກໃນທຸກໆມື້ ເພື່ອໃຫ້ເດັກນ້ອຍສາມາດເຕີບໃຫຍ່ຢ່າງມີສຸຂະພາບທີ່ແຂງແຮງ ແລະ ສາມາດເດີນຕາມຄວາມຝັນຂອງພວກເຂົາໄດ້. 🌈
Seeing children from disadvantaged families stay in school and enjoy a warm meal – often their only meal of the day – truly touches the heart. Moments like these motivate WFP colleagues, including Viengsavanh, to keep working every day so that children can grow healthy and pursue their dreams. 🌈
Click here to claim your Sponsored Listing.
Category
Contact the organization
Telephone
Address
Vientiane
01160
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:00 |