LCN

LCN

Share

ເຜີຍແຜ່ຂ່າວສານພາຍໃນລາວ ເເລະ ຕ່າງປະ?

Photos from LCN's post 30/04/2022

ຂ່າວດີ !!! ທຶນ C.S.C ຂອງລັດທະບານຈີນ 🇨🇳 ມາແລ້ວ !
👉 ຄ່າຮຽນ ຟຣີ
👉 ຄ່າຫໍພັກ ຟຣີ
👉 ມີເບ້ຍລ້ຽງ 2500 ຢວນ /ເງິນລາວແມ່ນຕົກຢູ່
ທີ່ 5.000.000ກີບ
ກຳນົດສົ່ງແບບຟອມຮອດວັນທີ່ 6/5/22
ສອບຖາມລາຍລະອຽດເພີ່ມຕື່ມທີ່
ສູນການສຶກສາ ມູຫຼານ
ໂທ: 030 2899 886, 020 5589 8565

28/04/2022

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26​ ເມສາ ແລະ ປິດລົງ ໃນວັນທີ 27 ເມສາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ໄດ້ ຮັບຟັງການລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ ແລະ ໄດ້ເຫັນດີ ດ້ານຫຼັກການໃຫ້ມີການປັບຄ່າແຮງຂັ້ນຕ່ຳໃໝ່, ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປຶກສາຫາລື ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ທີ່ມີການໃຊ້ແຮງງານ ຈຳນວນຫຼວງຫຼາຍ ຕື່ມອີກ ກ່ຽວກັບ ອັດຕາຄ່າແຮງງານຂັ້ນຕ່ຳໃໝ່ ແລະ ກຳນົດເວລາເລີ່ມຕົ້ນຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ, ຈາກນັ້ນ ນຳໄປລາຍງານໃນກອງປະຊຸມສູນກາງ ໃນເດືອນພຶດສະພາ 2022 ເພື່ອຂໍການຊີ້ນຳ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ໃນຕໍ່ໜ້າ.

ສຳລັບທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022, ກອງປະຊຸມ ໄດ້ມີທິດຊີ້ນຳ ບາງດ້ານ ດັ່ງນີ້:
ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ມີຜົນໄດ້ຮັບຕົວຈິງຫຼາຍຂື້ນກວ່າເກົ່າ, ໃນນັ້ນ ໃຫ້ສຸມໃສ່ບາງວຽກງານຈໍານວນໜຶ່ງ ດັ່ງນີ້:
ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະ ການປະຢັດລາຍຈ່າຍບໍລິຫານ, ລາຍຈ່າຍສໍາລັບການຈັດຊື້ຖ້າບໍ່ຈໍາເປັນແທ້ ກໍໃຫ້ເລື່ອນໄປກ່ອນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຖ້າບໍ່ຈໍາເປັນແທ້ ກໍ່ອາດມອບໃຫ້ເອກະອັກຄະລັດຖະທູດ ຂອງ ສປປ ລາວ ທີ່ຢູ່ປະເທດນັ້ນເຂົ້າຮ່ວມແທນ ຫຼື ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ; ພ້ອມກັນນັ້ນ ກໍຮີບຮ້ອນຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໂດຍໄວ.

28/04/2022

ຫາລືການສົ່ງເສີມກາເຟລາວ ໃຫ້ເປັນໜຶ່ງປະເທດ ໜຶ່ງຜະລິດຕະພັນ
ທ່ານ ເພັດ ພົມພິພັກ ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເພື່ອການປຶກສາຫາລື ກ່ຽວກັບສະພາບການເພີ່ມຂຶ້ນ ຂອງລາຄາສິນຄ້ານໍາເຂົ້າກະສິກໍາ ແລະ ພະລັງງານ ແລະ ການສົ່ງເສີມກາເຟລາວໃຫ້ເປັນ ໜຶ່ງປະເທດ ໜຶ່ງຜະລິດຕະພັນ.
ທ່ານ ນາຊາຣ໌ ຮາຢັດ ໄດ້ກ່າວວ່າ: ອົງການ FAO ໄດ້ໃຫ້ຄວາມສົນໃຈໃນການພັດທະນາ “ການເຕີບໂຕທາງເສດຖະກິດສີຂຽວ ຕາມແລວທາງລົດໄຟ” ຂໍ້ລິເລີ່ມແຮນອິນແຮນ (HIHI) ໂດຍສະເພາະ ກາເຟ ເຊິ່ງໄດ້ສະເໜີໃຫ້ຖືກຄັດເລືອກເປັນຜະລິດຕະພັນຂອງ ສປປ ລາວ ການລິເລີ່ມວຽກງານ “ໜຶ່ງປະເທດ ໜຶ່ງຜະລິດຕະພັນ” ໂດຍຈະໄດ້ນຳສະເໜີຜ່ານທາງອອນລາຍ ໃນລະດັບພາກພື້ນ ໃນຕົ້ນເດືອນພຶດສະພາ ທີ່ຈະມາເຖິງ ເຊິ່ງຈຸດປະສົງຂອງການລິເລີ່ມໃນລະດັບສາກົນນີ້ ເພື່ອຄັດເລືອກ ແລະ ສົ່ງເສີມຜະລິດຕະພັນໜຶ່ງດຽວ ຈາກແຕ່ລະປະເທດທີ່ໄດ້ຮັບການຍອມຮັບ ວ່າມີທ່າແຮງທີ່ສໍາຄັນ.
ໃນການພົບປະຄັ້ງນີ້, ທ່ານ ນາຊາຣ໌ ຮາຢັດ ໄດ້ຍົກບາງປະເດັນກ່ຽວກັບການເພີ່ມຂຶ້ນຂອງການນຳເຂົ້າສະບຽງອາຫານ, ຜະລິດຕະພັນກະສິກຳ ແລະ ບາງໜ້າວຽກຂອງອົງການ FAO ທີ່ຈະໄດ້ດຳເນີນການວິເຄາະປະເມີນ ເພື່ອເຂົ້າໃຈເຖິງຜົນກະທົບ ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນປະເທດ ອີກດ້ວຍ.

Want your business to be the top-listed Media Company in Vientiane?
Click here to claim your Sponsored Listing.

Website

Address


Vientiane