PAKA-Participatory Development Knowledge Agency
A Non-Profit Learning Organization aiming to promote sustainable development through active learning.
29/05/2026
ກິດຈະກຳພົບປະ ແລະ ແລກປ່ຽນຮຽນຮູ້ ໃນຫົວຂໍ້ “ການສຶກສາ, ວຽກງານອາສາສະໝັກ ແລະ ວຽກງານພັດທະນາຊຸມຊົນ” ລະຫວ່າງ ນັກສຶກສາຈາກ ມະຫາວິທະຍາໄລສິງກະໂປ - National University of Singapore ແລະ ນັກຮຽນຊຸດທີ 12 ຂອງສູນປາກກາ 🌱📚
ໃນກິດຈະກຳຄັ້ງນີ້ ນັກຮຽນຈາກສິງກະໂປ ຈຳນວນ 25 ຄົນ ຍັງໄດ້ນຳສະເໜີ ແລະ ແລກປ່ຽນ ພາບລວມຂອງການລົງພື້ນທີ່ ເພື່ອຈັດກິດຈະກຳອາສາສະໝັກ ສົ່ງເສີມການຮຽນຮູ້ ຢູ່ໂຮງຮຽນປະຖົມ ບ້ານສະໄກ ເມືອງສັງທອງ ເຊິ່ງເປັນການຮຽນຮູ້ຮ່ວມກັນຜ່ານການລົງມືປະຕິບັດຈິງ ແລະ ການແບ່ງປັນປະສົບການດ້ານການພັດທະນາຊຸມຊົນ 🤝🌏
ການພົບປະໃນຄັ້ງນີ້ ເປັນອີກໜຶ່ງໂອກາດສຳຄັນ ໃນການສ້າງສາຍພົວພັນ, ແລກປ່ຽນແນວຄິດ ແລະ ສ້າງແຮງບັນດານໃຈໃຫ້ແກ່ຊາວໜຸ່ມ ໃນການມີສ່ວນຮ່ວມພັດທະນາສັງຄົມ
————————
Learning Exchange & Networking Activity ✨
A meaningful exchange session on the topics of education, volunteerism, and community development between students from a Singapore university and Batch 12 students of PAKA 🌱📚
During the activity, 25 students from Singapore also shared presentations and reflections from their volunteer learning support activities conducted at Sakai Primary School, Sangthong District. The exchange created a valuable opportunity for participants to learn from one another through real community engagement and practical experiences in community development 🤝🌏
This gathering provided an inspiring space for young people to connect, exchange ideas, and strengthen collaboration toward positive social and community impact
28/05/2026
ພາບບັນຍາກາດການຝຶກອົບຮົມ ຫົວຂໍ້ “ພາວະຄວາມເປັນຜູ້ນຳ” ຂອງນ້ອງໆ ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ຊຸດທີ 12.
“ພາວະຄວາມເປັນຜູ້ນຳ” ແມ່ນອີກໜຶ່ງທັກສະສຳຄັນ ສຳລັບໄວໜຸ່ມໃນປັດຈຸບັນ
ເພາະຜູ້ນຳ ບໍ່ໄດ້ໝາຍເຖິງພຽງການເປັນຄົນນຳຄົນອື່ນ ແຕ່ໝາຍເຖິງການຮູ້ຈັກຄິດ, ກ້າຕັດສິນໃຈ, ຮັບຟັງຄົນອື່ນ, ເຮັດວຽກຮ່ວມກັນ ແລະ ກ້າລົງມືສ້າງການປ່ຽນແປງທີ່ດີໃນສັງຄົມ.
ການສ້າງພື້ນທີ່ໃຫ້ໄວໜຸ່ມໄດ້ຮຽນຮູ້ ແລະ ຝຶກຝົນທັກສະຄວາມເປັນຜູ້ນຳ ເປັນເລື່ອງສຳຄັນ ເພາະໄວໜຸ່ມຄືພະລັງສຳຄັນໃນການຂັບເຄື່ອນຊຸມຊົນ ແລະ ສັງຄົມໃນອະນາຄົດ
#ນັກພັດທະນາຊຸມຊົນຊຸດ12
26/05/2026
📸 ອັບເດດບັນຍາກາດການຝຶກອົບຮົມ ຫົວຂໍ້: “ການເປັນຜູ້ອຳນວຍຄວາມສະດວກຊຸມຊົນ” ຂອງນ້ອງໆ ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ຊຸດທີ 12 🌱
ການເປັນ “ຜູ້ອຳນວຍຄວາມສະດວກ” ແມ່ນອີກໜຶ່ງທັກສະສຳຄັນສຳລັບນັກພັດທະນາຊຸມຊົນ ເພາະການເຮັດວຽກກັບຊຸມຊົນ ແລະ ກຸ່ມເປົ້າໝາຍ ບໍ່ແມ່ນພຽງແຕ່ການໄປສອນ ຫຼື ບອກຂໍ້ມູນ ແຕ່ເປັນການຮັບຟັງ, ສ້າງການມີສ່ວນຮ່ວມ ແລະ ເປີດພື້ນທີ່ໃຫ້ທຸກຄົນໄດ້ຮ່ວມຄິດ ແລະ ຮ່ວມຕັດສິນໃຈ
ໃນການຝຶກຄັ້ງນີ້ ນ້ອງໆໄດ້ຝຶກທັກສະທີ່ສຳຄັນ ເຊັ່ນ
- ການສ້າງການມີສ່ວນຮ່ວມ
- ການຈັດກະບວນການຮຽນຮູ້
- ການເຮັດວຽກກັບຄົນທີ່ມີພື້ນຖານຄວາມຄິດທີ່ແຕກຕ່າງກັນ ແລະ ອື່ນໆ
ທັກສະເຫຼົ່ານີ້ ຈະຊ່ວຍໃຫ້ນ້ອງໆສາມາດເຂົ້າຫາຊຸມຊົນໄດ້ດີຂຶ້ນ, ສ້າງຄວາມໄວ້ວາງໃຈ ແລະ ສາມາດຮ່ວມກັບຊຸມຊົນໃນການຄົ້ນຫາແນວທາງພັດທະນາທີ່ເໝາະສົມໄດ້
#ສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ
#ນັກພັດທະນາຊຸມຊົນຊຸດ12
ພົບກັບ ຄຳຄູນ ວືອິນຢ້າວ (Koon Ssm) ສິດເກົ່າສູນປາກກາ ແລະ ຜູ້ເຂົ້າຮ່ວມໂຄງການ Cambodia Laos Young Leaders Programme ຊຸດປີ 2025-2026 ໄດ້ແບ່ງປັນຄວາມຮູ້ສຶກ ແລະ ປະສົບການຈາກການສຶກສາແລກປ່ຽນດ້ານວັດທະນະທຳ ກັບຊົນເຜົ່າພື້ນເມືອງເມົາຣີ ທີ່ປະເທດນິວຊີແລນ ໂດຍເນັ້ນເຖິງການອະນຸລັກ ແລະ ສືບທອດວັດທະນະທຳດັ້ງເດີມໃຫ້ແກ່ຄົນຮຸ່ນໃໝ່.
ຄຳຄູນ ເປັນໄວໜຸ່ມຊົນເຜົ່າກະຕູ ຈາກແຂວງເຊກອງ ຜູ້ທີ່ມີຄວາມຮັກ ແລະ ສົນໃຈໃນວຽກງານພັດທະນາຊຸມຊົນມາຕັ້ງແຕ່ນ້ອຍ ໂດຍເລີ່ມຈາກການເປັນອາສາສະໝັກໃນຊຸມຊົນ. ປັດຈຸບັນ ຄຳຄູນ ກຳລັງເຮັດວຽກຢູ່ທີ່ ສະມາຄົມຄົນພິການທາງສະໝອງ ແລະ ປັນຍາ ເພື່ອສົ່ງເສີມການຮຽນຮູ້ ຂອງເດັກຄົນພິການທາງດ້ານສະໝອງ.
ຜ່ານການເຂົ້າຮ່ວມໂຄງການ, ຄຳຄູນ ໄດ້ຮຽນຮູ້ tools ແລະ methods ຫຼາຍຮູບແບບ ທີ່ສາມາດນຳມາປັບໃຊ້ໃນການວິເຄາະບັນຫາທີ່ເກີດຂຶ້ນກັບເດັກນ້ອຍຄົນພິການທາງດ້ານສະໝອງ, ພໍ່ແມ່ຜູ້ປົກຄອງ ແລະ ຄູອາຈານ. ນອກຈາກນັ້ນ ຍັງໄດ້ຮຽນຮູ້ແນວທາງໃນການວາງແຜນ ແລະ ແກ້ໄຂບັນຫາແບບມີສ່ວນຮ່ວມ ທີ່ເປີດໂອກາດໃຫ້ທຸກຝ່າຍໄດ້ມີສ່ວນຮ່ວມໃນການອອກແບບວິທີແກ້ໄຂ ເພື່ອໃຫ້ເກີດຄວາມຍືນຍົງໃນໄລຍະຍາວ.
ອີກໜຶ່ງວິດີໂອຜົນງານທີ່ໜ້າສົນໃຈ ຂອງນ້ອງໆນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ຊຸດທີ 12 ທີ່ສ້າງຂຶ້ນເພື່ອໃຫ້ສັງຄົມໄດ້ເຫັນເຖິງປະເດັນ “ຄວາມບໍ່ເທົ່າທຽມທາງເພດ” ທີ່ຍັງເກີດຂຶ້ນໃນຄອບຄົວ ແລະ ໃນສັງຄົມ. ຜ່ານບົດເລື່ອງໃນວິດີໂອນີ້ ນ້ອງໆຢາກສະທ້ອນໃຫ້ເຫັນວ່າ ທຸກຄົນຄວນໄດ້ຮັບໂອກາດທີ່ເທົ່າທຽມກັນ ບໍ່ວ່າຈະເປັນເພດໃດ.
📌 “ການຜະລິດສື່ເພື່ອການພັດທະນາ”
ເປັນ 1 ໃນ 15 ຫົວຂໍ້ການຝຶກອົບຮົມຂອງສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ສຮຮ) ທີ່ມີເປົ້າໝາຍເພື່ອເສີມສ້າງທັກສະໃຫ້ໄວໜຸ່ມ ແລະ ສົ່ງເສີມການໃຊ້ສື່ເພື່ອການພັດທະນາສັງຄົມ
ຜ່ານການຝຶກນີ້ ໄວໜຸ່ມສາມາດນຳທັກສະການຜະລິດສື່ໄປປັບໃຊ້ໄດ້ທັງ
👉 ການສ້າງລາຍຮັບໃຫ້ຕົນເອງ
👉 ແລະ ການຜະລິດສື່ເພື່ອສົ່ງເສີມການປ່ຽນແປງທາງສັງຄົມ 🌍
ໃນຫົວຂໍ້ນີ້ ນ້ອງໆໄດ້ຮຽນຮູ້ກ່ຽວກັບ
• ຄວາມໝາຍ ແລະ ຄວາມເຂົ້າໃຈຂອງຄວາມບໍ່ເທົ່າທຽມທາງເພດ
• ສາເຫດ ແລະ ຜົນກະທົບທີ່ເກີດຂຶ້ນໃນສັງຄົມ
• ວິທີການສື່ສານເພື່ອສ້າງຄວາມເຂົ້າໃຈ ແລະ ສົ່ງເສີມຄວາມເທົ່າທຽມ
• ການຜະລິດວິດີໂອ ແລະ storytelling ເພື່ອສະທ້ອນປະເດັນສັງຄົມ
ການຝຶກຍັງເນັ້ນໃຫ້ນຳໃຊ້ເຄື່ອງມືທີ່ມີຢູ່ແລ້ວ ເຊັ່ນ ໂທລະສັບມືຖື (Smartphone) ເພື່ອໃຫ້ທຸກຄົນສາມາດສ້າງສື່ໄດ້ຢ່າງເຂົ້າເຖິງງ່າຍ 💡📲
25/05/2026
ພວກເຮົາມີຄວາມຍິນດີຕ້ອນຮັບ 5 Young Leaders 2025–2026 ຂອງໂຄງການ Cambodia Laos Young Leaders Programme ກັບຄືນສູ່ປະເທດລາວ ຫຼັງຈາກໄດ້ເດີນທາງໄປສຶກສາ ແລະ ຮຽນຮູ້ ຫຼັດສູດ ການພັດທະນາແບບຍືນຍົງ ທີ່ປະເທດ New Zealand ເປັນເວລາ 3 ເດືອນ.
Workshop ຕ້ອນຮັບໃນຄັ້ງນີ້ ໄດ້ເລີ່ມຕົ້ນດ້ວຍກິດຈະກຳ Self-care ແລະ Mental Health ເພື່ອສ້າງພື້ນທີ່ແຫ່ງການຮັບຟັງ ແລະ ການດູແລຕົນເອງ ຫຼັງຈາກນັ້ນ Young Leaders ທັງ 5 ຄົນ ໄດ້ແບ່ງປັນປະສົບການການຮຽນຮູ້, ການໃຊ້ຊີວິດ ແລະ ມຸມມອງໃໝ່ໆ ຈາກການໃຊ້ເວລາຢູ່ທີ່ New Zealand ພ້ອມທັງ ນຳສະເໜີ Action Project ຂອງແຕ່ລະຄົນ ເພື່ອນຳຄວາມຮູ້ ແລະ ປະສົບການ ກັບມາສ້າງການປ່ຽນແປງໃນຊຸມຊົນຂອງຕົນເອງ.
⸻
We are delighted to welcome back the 5 Young Leaders 2025–2026 of the Cambodia Laos Young Leaders Programme to Laos after completing a 3-month learning journey in New Zealand focused on sustainable development practices.
This welcoming workshop began with sessions on Self-care and Mental Health, creating a safe and supportive space for reflection, connection, and wellbeing. The five young leaders also shared their learning experiences, daily life, and personal growth during their time in New Zealand. In addition, each participant presented their Action Project plans, aiming to apply their knowledge and experiences to create positive impacts within their own communities.
🧴🌍 “Micro Plastic” ອາດເປັນສິ່ງນ້ອຍໆ ທີ່ພວກເຮົາເບິ່ງບໍ່ເຫັນ
ແຕ່ມັນກຳລັງເຂົ້າໃກ້ຊີວິດຂອງພວກເຮົາ ຜ່ານນ້ຳ, ອາຫານ ແລະ ສິ່ງແວດລ້ອມອ້ອມໂຕໂດຍທີ່ຫຼາຍຄົນອາດບໍ່ຮູ້ຕົວ.
ວິດີໂອນີ້ແມ່ນອີກໜຶ່ງຜົນງານຂອງ ນ້ອງໆນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ຊຸດທີ 12 ທີ່ຕັ້ງໃຈສົ່ງສານເພື່ອ ໃຫ້ສັງຄົມໄດ້ເຫັນເຖິງຜົນກະທົບຂອງ Micro Plastic ທີ່ມີຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ 🌱ເພາະການປ່ຽນແປງ ເລີ່ມຈາກການຮູ້ທັນ ແລະ ການລົງມືເຮັດຂອງພວກເຮົາເອງ ♻️
📌 “ການຜະລິດສື່ເພື່ອການພັດທະນາ”
ເປັນ 1 ໃນ 15 ຫົວຂໍ້ການຝຶກອົບຮົມ ຂອງສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ສຮຮ) ທີ່ຈັດຂຶ້ນເພື່ອເສີມສ້າງທັກສະໃຫ້ໄວໜຸ່ມ ໂດຍເຫັນຄວາມສຳຄັນວ່າ ສື່ ເປັນສິ່ງທີ່ຢູ່ໃກ້ຊິດກັບຄົນໃນສັງຄົມປັດຈຸບັນ
ຜ່ານການຝຶກນີ້ ໄວໜຸ່ມສາມາດນຳທັກສະການຜະລິດສື່ໄປປັບໃຊ້ໄດ້ທັງ
👉 ການສ້າງລາຍຮັບໃຫ້ຕົນເອງ
👉 ແລະ ການຜະລິດສື່ເພື່ອສົ່ງເສີມການພັດທະນາຊຸມຊົນ
ໃນຫົວຂໍ້ນີ້ ນ້ອງໆໄດ້ຮຽນຮູ້ກ່ຽວກັບ
• ຄວາມໝາຍ, ປະເພດ ແລະ ຄວາມສຳຄັນຂອງສື່
• ເຕັກນິກການຖ່າຍພາບ ແລະ ການຖ່າຍວິດີໂອ
• ພື້ນຖານການສ້າງເລື່ອງສັ້ນ ແລະ story board
• ການຖ່າຍທຳ, ການຕັດຕໍ່ ແລະ ອື່ນໆ
ການຝຶກຍັງເນັ້ນໃຫ້ນຳໃຊ້ເຄື່ອງມືທີ່ນ້ອງໆມີຢູ່ແລ້ວ ເຊັ່ນ ໂທລະສັບມືຖື (Smartphone) ພ້ອມກັບການແນະນຳແອັບພລິເຄຊັນຕ່າງໆ ເພື່ອໃຫ້ການສ້າງສື່ເປັນເລື່ອງໃກ້ຕົວ ແລະ ທຸກຄົນສາມາດເຮັດໄດ້ 💡📲
16/05/2026
Sabaidee project let by the young dynamics students of the NUS is begin since Monday and now at Sakai primary school, Sangthong district.
PAKA is proud to be part of and very pleased to facilitate this meaningful project that will contribute to educational benefits for Lao boys and girls of the Sakai primary school.
Sure, special thanks to Prof Jinlu and his students team🙏🏻 PAKA looks forward to more opportunities to work together.
25/04/2026
ກຸ່ມຜູ້ນໍາໜຸ່ມ 10 ຄົນ ຈາກໂຄງການ Cambodia Laos Young Leaders Programme ປີ 2025 ໄດ້ໃຊ້ເວລາ 1 ອາທິດທີ່ ເມືອງ Wellington ເພື່ອຮຽນຮູ້ກ່ຽວກັບສະພາປະເທດນິວຊີແລນ ແລະ ໄດ້ພົບປະກັບອົງກອນ ແລະ NGOs ອື່ນໆ ເພື່ອແລກປ່ຽນກ່ຽວກັບວຽກງານພັດທະນາ 🌏✨
ໃຜທີ່ສົນໃຈຢາກພັດທະນາພາວະຄວາມເປັນຜູ້ນຳ ແລະ ທັກສະດ້ານພັດທະນາແບບຍືນຍົງ ສະຫມັກໄດ້ແລ້ວມື້ນີ້ ຈົນເຖິງ ວັນທີ 31 ພຶດສະພາ ຜ່ານລິ້ງເວບໄຊທ໌: tinyurl.com/CLYLP-NewZealand
15/04/2026
ແບບຟອມອອນລາຍ ໂຄງການ CLYLP ເປີດໃຫ້ສະໝັກແລ້ວມື້ນີ້ ຈົນເຖິງ 31 ພຶດສະພາ✨🤩
Applications for CLYLP 2026 are now open! ✨🎉
Are you working in a Civil Society Organisation (CSO), Non-Governmental Organisation (NGO), or Social Enterprise in Cambodia or Laos? Ready to grow your leadership and drive change in your community?
The Cambodia Laos Young Leaders Programme (CLYLP) is now accepting applications for 2026 cohort! This a fully funded programme offering young leaders the chance to explore fresh approaches to sustainable development in both their home country 🇱🇦 🇰🇭 and Aotearoa New Zealand 🇳🇿.
Each participant will identify a development challenge in their community, craft a research question, and design a participatory action project to address it.
🗓️ Deadline: 31st May 2026
🔗 Apply now via tinyurl.com/CLYLP-NewZealand
13/04/2026
ສະບາຍດີປີໃໝ່ລາວ 🎉💦 ເນື່ອງໃນໂອກາດປີໃໝ່ລາວ ປະຈຳປີ 2026 ນີ້, ທີມງານ ສູນປາກກາ ພ້ອມກັບ ນັກພັດທະນາຊຸມຊົນ ແບບມີສ່ວນຮ່ວມ ຊຸດທີ 12 ຈັດພິທີບາສີສູ່ຂວັນ ເພື່ອສືບສານຮັກສາປະເພນີອັນດີງາມ ແລະ ເປັນການຮວບຮວມພະລັງໃຈ ສ້າງຄວາມອົບອຸ່ນ ແລະ ຄວາມສາມັກຄີໃນທີມງານ ພ້ອມທັງສົ່ງຄວາມປາຖະໜາດີໄປຍັງຄູ່ຮ່ວມງານ ແລະ ຊຸມຊົນທຸກພາກສ່ວນຂໍອວຍພອນໃຫ້ທຸກທ່ານ ແລະ ຄອບຄົວຈົ່ງມີແຕ່ຄວາມສຸກ ຄວາມສົມຫວັງ ສຸຂະພາບແຂງແຮງ ການງານກ້າວໜ້າ ປະສົບຜົນສຳເລັດ ແລະ ເຕັມໄປດ້ວຍໂຊກລາບ ແລະ ສິ່ງດີໆ ຕະຫຼອດປີໃໝ່ນີ້!
ພິທີບາສີສູ່ຂວັນ ເປັນອີກໜຶ່ງປະເພນີທີ່ສະທ້ອນເຖິງຄຸນຄ່າຂອງວັດທະນະທຳລາວ ທີ່ເນັ້ນໃຫ້ຄວາມສຳຄັນກັບການຮັກແພງ ການແບ່ງປັນ ແລະ ການອວຍພອນໃຫ້ແກ່ກັນ ເພື່ອເປັນສິລິມົງຄຸນໃນການເລີ່ມຕົ້ນປີໃໝ່.
——
Happy Lao New Year 🎉💦 On the occasion of Lao New Year 2026, PAKA team, together with the Participatory Community Development trainees (Batch 12), organized a Baci (Soukhouan) ceremony to preserve and celebrate this meaningful Lao tradition. This special moment brings people together to strengthen our spirit, create warmth, and build unity within the team, while also sending our best wishes to our partners and communities across all sectors. We would like to wish everyone and your families happiness, good health, success in your work, and fulfillment in all that you do. May this New Year be filled with good fortune, prosperity, and many positive opportunities throughout the year!
The Baci ceremony reflects the core values of Lao culture, love, sharing, and giving blessings to one another, bringing good luck and positivity as we begin the New Year together.
Click here to claim your Sponsored Listing.
Contact the organization
Website
Address
Phontong Chommany Village
Vientiane