Cyberus Technologies
CYBERUS offers efficient and effective solutions for IT Infrastructure and Cyber Security such as Consultancy, Pe*******on Testing, Incident Response, etc.
Our team is certified, experienced, committed, and never compromised on quality. We are one of the very first Cyber Security companies in Laos that runs by the Lao experts 100%, who have obtained international cyber security certificates. We always thrive for the highest quality, to develop, and to become better. Our company is trusted by both government and private sectors for delivering high-quality and efficient solutions to help secure their systems.
09/06/2026
Cyberus ຍົກລະດັບການຮ່ວມມືກັບ Fortinet ແລະ LaoCERT
ຈັດການແຂ່ງຂັນ SIEM Cyber Security CTF 2026 ເຊິ່ງເປັນການແຂ່ງຂັນດ້ານ Blue Team ຄັ້ງທຳອິດ 🎉🏆
ກິດຈະກຳຄັ້ງນີ້ກໍເພື່ອຊ່ວຍເສີມສ້າງຄວາມຮູ້ ແລະຄວາມພ້ອມໃຫ້ cyber security engineer ໃນລາວໃຫ້ພ້ອມສຳລັບການນຳໃຊ້ ລະບົບລວມສູນຂໍ້ມູນຄວາມປອດໄພໄຊເບີ (SIEM) ເພື່ອບໍລິການ SOC ທີ່ນັບມື້ນັບມີຄວາມສຳຄັນຍິ່ງຂຶ້ນ.
ກ່ອນການແຂ່ງຂັນຜູ້ເຂົ້າຮ່ວມຈະໄດ້ມີໂອກາດເຝິກອົບຮົມໃນການນຳໃຊ້ SIEM ຈາກ Fortinet ເປັນຂັ້ນພື້ນຖານກ່ອນມື້ແທ້ ເຊິ່ງປະກອບດ້ວຍການວິເຄາະ Log ການ Detect, Investigate ແລະ Response ຮັບປະກັນວ່າຜູ້ເຂົ້າຮ່ວມຈະມ່ວນ ແລະໄດ້ຄວາມຮູ້ຫຼາຍແນ່ນອນ 🔥
CTF ຄັ້ງນີ້ຈະເປັນການແຂ່ງດ່ຽວ Solo player
ໃນວັນທີ 19 ມິຖຸນາ 2026 ເວລາ 13:00-17:30 ທີ່ Lao Digital Park
ຫ້າມພາດ!! ຖ້າທ່ານສົນໃຈມາຮ່ວມພັດທະນາຄວາມຮູ້ໄປນຳກັນສະໝັກເລີຍໄດ້ທີ່ລິ້ງລຸ້ມນີ້ ຮີບດ່ວນເດີ້ທີ່ນັ່ງມີຈຳກັດ.
https://forms.gle/QBqRjiHRrs8F1o5C9
01/06/2026
ສຸກສັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
01 ມິຖຸນາ 2026
ເດັກນ້ອຍໃນມື້ນີ້ ຄືອະນາຄົດຂອງຊາດໃນວັນຂ້າງໜ້າ ເຮົາຈົ່ງພາກັນຊ່ວຍກັນສ້າງສະພາບແວດລ້ອມທີ່ປອດໄພທາງສື່ອອນລາຍ ແລະ ໄຊເບີໃຫ້ພວກເຂົາ ເພື່ອເປັນພູມຄຸ້ມກັນໃຫ້ພວກເຂົາໃນການນຳໃຊ້ສື່ດິຈິຕອນຢ່າງປອດໄພ.
22/05/2026
🔺ທ່ານເຄີຍເປັນບໍ່? ເວລາທີ່ພັດທະນາລະບົບຂອງອົງກອນເພື່ອໃຊ້ງານໃນໄລຍະໜຶ່ງ ແລ້ວພົບວ່າ ລະບົບເລີ່ມມີບັນຫາ, ຄ້າງ, ບໍ່ສະຖຽນ…
ເຊິ່ງການພັດທະນາລະບົບໃໝ່ກໍມີຕົ້ນທຶນທີ່ສູງ ແລະ ໃຊ້ເວລາດົນ.
✅ດັ່ງນັ້ນການປັບປຸງປະສິດທິພາບຂອງລະບົບ ກໍເປັນອີກທາງເລືອກໜຶ່ງທີ່ຈະຊ່ວຍຫຼຸດຜ່ອນຕົ້ນໄດ້ ແລະ ເຮັດໃຫ້ລະບົບເຮັດວຽກໄປຕໍ່.
📌ການປັບປຸງປະສິດທິພາບຂອງລະບົບ (System optimizaion) ແມ່ນການປັບປຸງການເຮັດວຽກຂອງລະບົບອົງກອນໃຫ້ເຮັດວຽກໄດ້ດີຂຶ້ນ, ມີຄວາມສະຖຽນ, ເພີ່ມປະສິດທິພາບຂອງລະບົບໃຫ້ເຮັດວຽກໄດ້ຄ່ອງຕົວຂຶ້ນ.
📞ສຳລັບອົງກອນໃດທີ່ສົນໃຈບໍລິການທີ່ກ່າວມາຂ້າງເທິງສາມາດຕິດຕໍ່ຫາພວກເຮົາໄດ້ທີ່ເບີ 020 52117799
12/05/2026
⏳ ມື້ອື່ນແລ້ວ!
ກຽມຕົວໃຫ້ພ້ອມ ສຳລັບ Cybersecurity Webinar:
"Antivirus ປອດໄພ ແທ້ ຫຼື ບໍ່?"
🗓️ ມື້ອື່ນ 13 ພ.ຄ. | ⏰ 16:00
📺 Facebook Live: Cyberus Technologies
💡 ບໍ່ຕ້ອງລົງທະບຽນ ເຂົ້າຊົມໄດ້ເລີຍ!
08/05/2026
ພົບກັບງານສຳມະນາອອນລາຍ ໃນຫົວຂໍ້ 👉🔒 Antivirus ປອດໄພ ແທ້ ຫຼື ບໍ່?
ງານດັ່ງກ່າວບັນຍາຍຫຼັກໂດຍ ທ່ານ ແສງໄຊ ໄຊຍະຈັກ ຜູ້ຊ່ຽວຊານວຽກງານດ້ານຄວາມປອດໄພທາງໄຊເບີ ແລະ ກໍຍັງເປັນ ຜູ້ອຳນວຍການ ບໍລິສັດ ໄຊເບີຣັດຈຳກັດຜູ້ດຽວ ພ້ອມກັບທີມງານ ຈະມາອັບເດດຂໍ້ມູນກ່ຽວກັບ ລະບົບ ຫຼື ໂປຣແກຣມປ້ອງກັນໄວຣັດທີ່ເຮົາໃຊ້ຢູ່ໃນປັດຈຸບັນແມ່ນເປັນແນວໃດ ຍັງປອດໄພ ຫຼື ບໍ່? ພຽງພໍຕໍ່ກັບການປ້ອງກັນສຳລັບອົງກອນແລ້ວບໍ່?
ນອກຈາກຈະອັບເດດຂໍ້ມູນແລ້ວ ພວກເຮົາກໍຍັງຈະມີສາທິດທາງດ້ານເຕັກນິກ ແລະ ມາເບິ່ງນຳກັນວ່າໂປຣແກຣມປ້ອງກັນໄວຣັດ (Antivirus) ສາມາດຖືກ Bypass ແລະ ຣັນຄຳສັ່ງອັນຕະລາຍ ຫຼື Malware ໄດ້ບໍ່?
ບໍ່ພຽງແຕ່ຮັບຟັງຫົວຂໍ້ນີ້ເທົ່ານັ້ນ, ທ່ານຍັງສາມາດສອບຖາມໂອ້ລົມເລື່ອງຄວາມປອດໄພທາງໄຊເບີຕ່າງໆກັບວິທະຍາກອນຂອງເຮົາໄດ້ເພື່ອເປັນຂໍ້ມູນໄປປັບໃຊ້ກັບອົງກອນຂອງທ່ານອີກດ້ວຍ.
ສຳລັບທ່ານໃດທີ່ມີຄວາມສົນໃຈເລື່ອງການຮັກສາຄວາມປອດໄພທາງດ້ານໄຊເບີໃຫ້ແກ່ທຸລະກິດ, ອົງກອນ ຫຼື ເຮັດວຽກສາຍນີ້ຢູ່ ຢ່າລືມມາຮັບຟັງ ແລະ ແລກປ່ຽນນຳກັນເດີ!
📌ພົບກັນໄດ້ໃນ:
📅 13 ພຶດສະພາ 2026 | ⏰ 16:00
📺 Live on Facebook: Cyberus Technologies
Online Webinar 👉🔒 is your Antivirus safe?
This webinar is hosted by Sengxay Xayasack,Cybersecurity Specialist, CEO of Cyberus, and assisted by the Cyberus Cybersecurity Team.
Digitization has made antivirus the cornerstone of every organization's defense against malware. But in today’s sophisticated threat landscape, is 'standard protection' actually enough to keep your business safe? It’s time to look beyond the basics!
In this webinar, we will broadcast the latest updates and technical analysis on antivirus software for business and organization demands.
Which includes a full breakdown of antivirus software within SME and corporate organizations, a live demonstration of antivirus bypass, and a Q&A discussion for our online attendees.
We invite anyone interested in the business and organizational impact of cybersecurity to join us in this webinar!
📅 13 May 2026 | ⏰ 16:00
📺 Live on Facebook: Cyberus Technologies
07/05/2026
ການຝຶກອົບຮົມ Cybersecurity Awareness Training ທີ່ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ
ໃນວັນທີ 30 ເມສາ 2026, ບໍລິສັດ ໄຊເບີຣັດ ຈຳກັດຜູ້ດຽວ ໄດ້ຮັບກຽດເປັນຜູ້ຈັດການຝຶກອົບຮົມໃຫ້ແກ່ທີມງານຂອງ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ເພື່ອເປັນການສ້າງຄວາມຕະໜັກຮູ້ທາງດ້ານຄວາມປອດໄພທາງໄຊເບີ ແລະ ສ້າງຄວາມເຂົ້າໃຈພື້ນຖານໃຫ້ແກ່ພະນັກງານທຸກຄົນໃນອົງກອນໃຫ້ເປັນເຈົ້າການໃນການປ້ອງກັນຕົນເອງຈາກໄພຄຸກຄາມທາງໄຊເບີທີ່ນັບມື້ນັບເພີ່ມຂຶ້ນຢ່າງວ່ອງໄວ.
ການຝຶກອົບຮົມດັ່ງກ່າວນອກຈາກຈະໄດ້ຮຽນຮູ້ກ່ຽວກັບຂໍ້ມູນທາງດ້ານຄວາມປອດໄພທາງໄຊເບີ, ໄພຄຸກຄາມຕ່າງໆ ແລະ ວິທີການຮັບມືກັບໄພທີ່ອາດເກີດຂຶ້ນແລ້ວ, ໃນລະຫວ່າງການຝຶກອົບຮົມ ກໍຍັງມີການສາທິດການໂຈມຕີອົງກອນເພື່ອໃຫ້ທຸກຄົນໄດ້ເຫັນພາບອີກດ້ວຍ.
ຂໍຂອບໃຈອີກຄັ້ງມາຍັງ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ທີ່ໄວ້ວາງໃຈໃຫ້ ບໍລິສັດພວກເຮົາ ຈັດການຝຶກອົບຮົມໃຫ້ແກ່ພະນັກງານ ເພື່ອຊ່ວຍເປັນອີກແຮງໜຶ່ງໃນການສ້າງຄວາມຕະໜັກຮູ້ກ່ຽວກັບເລື່ອງໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພໃຫ້ແກ່ອົງກອນ.
ຄວາມປອດໄພທາງໄຊເບີຂອງອົງກອນຄືໜ້າທີ່ຂອງ "ທຸກຄົນ" ເພາະປັດຈຸບັນ "ຄົນ" ຖືວ່າເປັນຈຸດອ່ອນທີ່ຜູ້ບໍ່ຫວັງດີໃຊ້ໂຈມຕີຫຼາຍ. ສະນັ້ນ ການຝຶກອົບຮົມເພື່ອສ້າງຄວາມຕະໜັກຮູ້ທາງໄຊເບີໃຫ້ແກ່ພະນັກງານ ຖືວ່າເປັນການຫຼຸດຜ່ອນຄວາມເສຍຫາຍທີ່ອາດຈະເກີດຂຶ້ນ ບໍ່ວ່າຈະເປັນຊື່ສຽງ ຫຼື ຊັບສິນ ຕໍ່ກັບອົງກອນໃນອະນາຄົດ.
📌ສຳລັບອົງກອນໃດທີ່ສົນໃຈຢາກໃຫ້ພວກເຮົາ ຈັດການຝຶກອົບຮົມຄວາມປອດໄພທາງໄຊເບີ ສາມາດຕິດຕໍ່ຫາພວກເຮົາໄດ້ທີ່:
Tel: 020 5211 7799, 020 9298 7799
Email: [email protected]
06/05/2026
🔒 Antivirus ປອດໄພ ແທ້ ຫຼື ບໍ່?
ທ່ານໝັ້ນໃຈບໍ່ວ່າ Antivirus ທີ່ທ່ານກຳລັງໃຊ້ຢູ່ນັ້ນ ປົກປ້ອງຂໍ້ມູນໄດ້ແທ້ບໍ່? ສາມາດປ້ອງກັນໄດ້ຫຼາຍເທົ່າໃດ ແລະ ພຽງພໍແລ້ວ ຫຼື ບໍ່ສຳລັບອົງກອນທ່ານ?
ມາຮ່ວມອັບເດດຂໍ້ມູນ ແລະ ຫາຄຳຕອບໄປນຳກັນ ກັບ ຜູ້ຊ່ຽວຊານທາງດ້ານຄວາມປອດໄພທາງໄຊເບີ ໃນ Cybersecurity Webinar ຂອງ Cyberus Technologies!
👉ແລ້ວມາພົບກັນຕາມວັນເວລາ ແລະ ຊ່ອງທາງນີ້ເລີຍ!
📅 13 ພຶດສະພາ 2026 | ⏰ 16:00
📺 Live on Facebook: Cyberus Technologies
ແລ້ວພົບກັນເດີ 🤗
01/05/2026
ຊົມເຊີຍ ວັນກຳມະກອນສາກົນ ຄົບຮອບ 140 ປີ 🛠️✨
(01 ພຶດສະພາ 1886 - 01 ພຶດສະພາ 2026)
ເນື່ອງໃນໂອກາດວັນກຳມະກອນສາກົນ, ບໍລິສັດ ໄຊເບີຣັດ ຈຳກັດຜູ້ດຽວ ຂໍອວຍພອນໄຊໃຫ້ແກ່ແຮງງານລາວທຸກຖ້ວນໜ້າ 🇱🇦 ຈົ່ງມີສຸຂະພາບແຂງແຮງ 💪 ຂໍໃຫ້ການດຳເນີນວຽກງານຂອງທຸກທ່ານເຕັມໄປດ້ວຍໂອກາດໃໝ່ໆ 🌟 ແລະ ປະສົບຜົນສຳເລັດດັ່ງທີ່ຫວັງໄວ້. 📈 🏗️🏢🏙️
24/04/2026
📸ພາບບັນຍາກາດ Cyberus ໃນງານ The national startup fest 2026
✨ຂໍຂອບໃຈທຸກຄົນທີ່ເຂົ້າມາຢ້ຽມຊົມບູທ ແລະ ຫຼິ້ນກິດຈະກຳນຳພວກເຮົາ✨
Click here to claim your Sponsored Listing.
Category
Contact the business
Telephone
Website
Address
Vatnak Village, Saysettha District
Vientiane
01000