YouLike
ກະແສສັງຄົມ, ຄຳຄົມ , ບັນເທິງ
Air India AI171 Boeing 787 Dreamliner ປະສົບອຸປະຕິເຫດຕົກ ຫລັງຈາກ Take off ຈາກສະຫນາມບິນໃນເມືອງ Ahmedabad ມີຜູ້ໂດຍສານ 242 ຄົນ. #ຂໍໃຫ້ທຸກຄົນປອດໄພ 🙏🙏🙏
27/05/2025
ເກີດເຫດໄຟໄໝ້ເຮືອນຢູ່ບ້ານ ດາກສະມໍ ເມືອງດາກຈຶງ ແຂວງເຊກອງ ໃນວັນທີ 19 ພຶດສະພາ 2025 ທີ່ຜ່ານມາ ໃນນັ້ນມີຕູ້ເຊບ 1ໜ່ວຍທີ່ໄດ້ເກັບເງິນໄວ້ຢູ່ໃນຕູ້ເຊບຈຳນວນ 700 ກວ່າລ້ານກີບ ແມ່ນເສຍຫາຍໝົດ.
ຂໍສະແດງຄວາມເສຍໃຈນຳຫຼາຍໆ.
27/05/2025
ສະຫລຸບເຫດການ ຜົວໂຫດນຳມາງໍ້ເມຍ ແຕ່ເມຍບໍ່ຍອມຄືນດີ ສຸດທ້າຍຈົກປືນໄລ່ຍິງເສຍຊີວິດຄາທີ່.
#ເຫດການ #ຄາຕະກໍາ #ລາວໂພສ
23/05/2025
ເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລາຍງານເຫດຄາຕະກຳຢູ່ ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ໃນເວລາປະມານ 14-15 ໂມງ ຂອງວັນທີ 21 ພຶດສະພາ 2025 ໄດ້ມີເຫດການຄາຕະກໍາຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກໍ່ເຫດຊື່ ທ້າວ ເຢັ້ງລໍ່ ອາຍຸ 48 ປີ ອາຊີບ ບໍ່ຮູ້ບ່ອນຢູ່ກໍບໍ່ທັນຮູ້ແນ່ນອນ ແຕ່ບັດປະຈຳຕົວອອກຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ໄດ້ໃຊ້ປືນສັ້ນບໍ່ຮູ້ຊະນິດ ຍິງເມຍ ຜູ້ກ່ຽວຈຳນວນ 1 ລູກ ເຂົ້າທາງຫຼັງຊອດທາງເອິກເບື້ອງຊ້າຍ ເຮັດໃຫ້ ນາງ ອືທ່າວ ອາຍຸ 29 ປີ ປະຊາຊົນ ບ້ານສົມສະໄໝ ຜູ້ເປັນເມຍເສຍຊີວິດຄາທີ່ ຢູ່ໜ້າຮ້ານຂາຍເຄື່ອງຍ່ອຍ (ເຂດສີ່ແຍກໃກ້ກັບໂຮງຮຽນປະຖົມ), ພາຍຫຼັງທີ່ກໍ່ເຫດແລ້ວ ທ້າວ ເຢັ້ງລໍ່ ກໍໄດ້ຂັບລົດຈັກ ຄລິກໄອສີດຳ ມຸ່ງໜ້າໄປທາງຂົວບ້ານສົມສະໄໝ (ເຊິ່ງປັດຈຸບັນຍັງຈັບຕົວບໍ່ທັນໄດ້ເທື່ອ).
ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ຜູ້ເສຍຊີວິດ ກັບຜູ້ກໍ່ເຫດ ເປັນຜົວເມຍກັນ ແລະ ໄດ້ຜິດຖຽງກັນມາກ່ອນແລ້ວ, ຄັ້ງນີ້ຜູ້ເປັນຜົວໄດ້ນຳມາຫາເມຍຢູ່ບ້ານສົມສະໄໝ ເພື່ອຮ້ອງຂໍໃຫ້ເມຍກັບຄືນເມືອນຳຜົວ ແຕ່ເມຍບໍ່ຍອມໄປນຳ ຈຶ່ງເຮັດໃຫ້ຄຽດແຄ້ນ ເລີຍກໍ່ເຫດຄາຕະກຳເມຍ.
ຜ່ານມາຜູ້ກໍ່ເຫດ ເຄີຍຖືກກັກໂຕ ໃນຂໍ້ຫາທຳຮ້າຍຮ່າງກາຍມາແລ້ວ.
ປັດຈຸບັນ, ເຈົ້າໜ້າທີ່ ກຳລັງນຳຊອກຈັບໂຕຜູ້ກໍ່ເຫດມາສືບສວນ-ສອບສວນ ເພື່ອລົງໂທດຕາມກົດໝາຍ.
ຫຼ້າສຸດ, ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໄດ້ໂພສເຟສບຸກ ຈະໃຫ້ລາງວັນນຳຈັບຜູ້ກໍ່ເຫດ ເປັນຈຳນວນເງິນ 50 ລ້ານກີບ, ໃຜພົບເຫັນຜູ້ຖືກສົງໃສ ຮີບຮ້ອນແຈ້ງຂໍ້ມູນຕໍ່ເຈົ້າໜ້າທີ່ໂດຍດ່ວນ, ຫລື ໂທຫາຍາດຂອງຜູ້ເສຍຊີວິດ 020 98997754.
ທີ່ມາ: ໜັງສືພິມຄວາມສະຫງົບ,ໜ່ວຍງານຂ່າວອາຊະຍາກຳ
21/05/2025
ເກີດເຫດລົດພ່ວງຕຳລົດຈັກ ຢູ່ເສັ້ນທາງຕະຫລາດຫົວຂົວ ເມືອງໄຊເສດຖານ ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ ເວລາປະມານ 14:30 ວັນທີ 21/05/2025
ຈາກເຫດການດັ່ງກ່າວ ເຮັດໃຫ້ການສັນຈອນຕິດຂັດ ທ່ານໃດມີວຽກດ່ວນ ຄງນຫລີກລ່ຽງເສັ້ນທາງດັ່ງກ່າວ
#ໜັງສືພິມລາວພັດທະນາ #ເຫດການ #ອຸປະຕິເຫດ
18/05/2025
Celebrating my 5th year on Facebook. Thank you for your continuing support. I could never have made it without you. 🙏🤗🎉
13/05/2025
#ແຊສໄວ້ #ເບີສຸກເສີນ ສາຍດ່ວນຄວນຮູ້ ເມື່ອເກີດເຫດຕ່າງໆ📌
#ຄວາມຮູ້ #ລາວໂພສ
11/05/2025
🎉 Just completed level 3 and am so excited to continue growing as a creator on Facebook!
07/05/2025
ຂ່າວດີ!! ຄົນລາວເຂົ້າຊົມຟຣີ ນໍ້າຕົກຄອນພະເພັງ ແລະ ນໍ້າຕົກສົມພະມິດ.
1. ການເຂົ້າທ່ຽວຊົມແມ່ນບໍ່ໄດ້ເສຍຄ່າຜ່ານປະຕູຢ້ຽມຊົມ ສໍາລັບຄົນລາວ, ສັນຊາດລາວ ສາມາດເຂົ້າຊົມໂດຍບໍ່ໄດ້ເສຍຄ່າຜ່ານປະຕູ.
2. ສໍາລັບບຸກຄົນໃດຈະເຂົ້າທ່ຽວຊົມແມ່ນໃຫ້ແຈ້ງເອກະສານທີ່ສະແດງ ແລະ ຢັ້ງຢືນເຖິງການເປັນພົນລະເມືອງລາວເຊັ່ນ: ບັດປະຈໍາຕົວ, ພາສປອດ(Passport), ສໍາມະໂນຄົວ ຫຼື ໃບຢັ້ງຢືນອື່ນໆ. ຖ້າຫາກບຸກຄົນໃດບໍ່ມີເອກະສານຢັ້ງຢືນ ແມ່ນໃຫ້ພົວພັນກັບຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຈົ້າຫນ້າທີ່ ປກສ ປະຈໍາເຂດພັດທະນາເສດຖະກິດໃຫມ່ສີທັນດອນ ເພື່ອຂໍການຢັ້ງຢືນເຂົ້າຊົມ. ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ
06/05/2025
ວັນທີ 5 ພຶດສະພາ 2025 ເກີດເຫດ ບັ້ງໄຟແຕກ ມີຜູ້ເສຍຊີວິດ 1 ຄົນ ຢູ່ບ້ານເປີບ ເມືອງແປກ ແຂວງຊຽງຂວາງ.
ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດໃນເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ.
05/05/2025
ຂໍສະແດງຄວາມເສຍໃຈ ມາຍັງຄອບຄົວຂອງທະຫານກ້າ ທີ່ເສຍສະຫລະຊີວິດປົກປ້ອງບ້ານເມືອງ ຈາກເຫດການຄົນຮ້າຍໂຈມຕີ ທີ່ຊາຍແດນ ພູຜາໝົ່ນ ເມືອງປາກທາ ແຂວງບໍ່ແກ້ວ.
🙏ຂໍໃຫ້ດວງວິຍານຂອງພວກທ່ານໄປສູ່ສຸຂະຕິ🙏
Click here to claim your Sponsored Listing.
Category
Website
Address
Vientiane Capital
Vieng-Chan