ຄະນະ ໂຄສະນາ-ອົບຮົມ ເມືອງເມິງ
ຄົ້ນຄວ້າເຊື່ອມຊຶມແນວທາງຂອງພັກ, ກໍາ?
ຊາວໄຮ່ ຊາວນາ ຊາວສວນ ຄົງດີໃຈລະນໍ້ບາດນີ້
ຝົນຕົກແຕ່ຄືນນີ້ ຮອດຕອນເຊົ້າຍັງຕົກຢູ່
ຈະໄດ້ມີນ້ຳໄວ້ເຮັດນາ ປູກພືດຜັກ, ໝາກໄມ້ ກະງາມ ເກີດດອກອອກຜົນສ້າງເສດຖະກິດຄອບຄົວ ຕໍ່ໄປ

ສະຫາຍ ມຸດ ອຸ່ນທະລາ ພະນັກງານ ຄະນະ ໂຄສະນາ-ອົບຮົມ ເມືອງເມິງ ໄດ້ເດີນທາງເຂົ້າຮ່ວມການຝຶກອົບຮົມ ຢູ່ແຂວງ ອຸດົມໄຊ.
ຂໍໃຫ້ສະຫາຍນຳເອົາບົດຮຽນມາໝູນໃຊ້ຢູ່ກົມກອງໃຫ້ເກີດດອກອອກຜົນ.
ຊົມເຊີຍຢ່າງສຸດໃຈ

https://www.facebook.com/100002556352245/posts/6271666722928477/?mibextid=NOb6eG
ເປີດຕຳນານເງິນໃບຄວາຍ (ໃບພັນກີບ)
ນັກອອກແບບ | ປະຫວັດການອອກແບບ | ແນວຄວາມຄິດ
--------------------------------------------
ຂໍ້ມູນໂດຍ: ອາຈານ ອານູໂລມ ສຸວັນດວນ (ຜູ້ອອກແບບ)
ສຳພາດໂດຍ: ທ້າວ ວິລະ ພູນວົງສາ 7/6/2023
ຄົນລາວເຮົາທຸກຄົນທີ່ເຕີບໃຫຍ່ຢູ່ພາຍໃນຜຶນແຜ່ນດິນລາວ ບໍ່ມີໃຜທີ່ຈະບໍ່ເຄີຍເຫັນເງິນກີບ ເພາະທຸກສິ່ງຢ່າງໃຊ້ສອຍໃນຊີວິດປະຈຳວັນລ້ວນແລ້ວຈະຕ້ອງໄດ້ໃຊ້ເງິນຊື້ ແລ້ວທຸກຄົນເຄີຍສົງໃສບໍວ່າ? ແມ່ນໃຜທີ່ເປັນຄົນອອກແບບເງິນທີ່ພວກເຮົາໃຊ້ໃນຊີວິດປະຈຳວັນມາແຕ່ນ້ອຍຈົນໃຫຍ່ ແລະ ພວກເພິ່ນມີໄອເດຍ ຫຼື ແຮງບັນດານໃຈໃນການອອກແບບແນວໃດ? ໂດຍສະເພາະເງິນໃບຄວາຍ ຫຼື ເງິນສາມນາງ ຫຼື ທະນະບັດໃບລະ 1000 ກີບນັ້ນເອງ ແລ້ວແຕ່ທ່ານສະດວກເອີ້ນ. ລວມໄປເຖິງທະນະບັດໃບອື່ນໆ ບົດຄວາມນີ້ຈະພາທຸກທ່ານມາເຈາະເລິກ ການອອກແບບເງິນກີບ ໃບສາມນາງ ຫຼື ໃບຄວາຍໃນຕຳນານ (ເຊິ່ງເປັນທະນະບັດໃບທີ່ຂ້າພະເຈົ້າມັກທີ່ສຸດ) ໄປພ້ອມໆກັນເລີຍ.
ນັກອອກແບບ-ແຕ້ມ ເງິນກີບ ຕັ້ງແຕ່ໃບ 1 ກີບ ໄປຈົນຮອດ ໃບ 1000 ກີບ ແມ່ນຄົນໆດຽວກັນ ແລະ ເພິ່ນມີຊື່ວ່າ ອາຈານ ອານູໂລມ ສຸວັນດວນ ພື້ນຖານເພິ່ນເປັນຄົນແຂວງສະຫວັນນະເຂດ ແຕ່ປັດຈຸບັນນີ້ເພິ່ນໄດ້ສ້າງຄອບຄົວ ແລະ ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ອາຍຸເພິ່ນໃນປັດຈຸບັນນີ້ ແມ່ນ 75 ປີແລ້ວ (ອັບເດດປີ 2023)
ເງິນໃບພັນກີບ ເກີດຂື້ນມາໄດ້ຈັ່ງໃດ? ແລະ ຄວາມໝາຍຂອງຮູບສາມນາງ ແລະ ຮູບງົວ ດ້ານຫຼັງໃບເງິນມີຄວາມໝາຍສຳຄັນແບບໃດ? ລວມເຖິງອົງປະກອບອື່ນໆໃນໃບເງິນໄດ້ແຮງບັນດານໃຈມາແຕ່ໃສ ເຊື່ອວ່າຫຼາຍຄົນຕ້ອງຢາກຮູ້ຢ່າງແນ່ນອນ.
ຍ້ອນກັບໄປເມື່ອຊ່ວງທ້າຍປີ 1975 ອາຈານອານູໂລມ ສຸວັນດວນ ໄດ້ຖືກເຊີນໄປຮາໂນຍປະເທດຫວຽດນາມເພື່ອໄປເຮັດວຽກແຕ້ມຮູບ ແຕ່ອາຈານກໍຍັງບໍ່ທັນຮູ້ເທື່ອວ່າຈະໄດ້ໄປແຕ້ມຮູບຫຍັງ ຈົນເມື່ອໄປຮອດຮາໂນຍ (ປະເທດຫວຽດນາມ) ຈຶ່ງໄດ້ມາຮູ້ພາຍຫຼັງວ່າອາຈານຈະຕ້ອງໄດ້ມາແຕ້ມຮູບເງິນ ເພື່ອກຽມພ້ອມສຳລັບຕ້ອນຮັບລະບອບໃໝ່ທີ່ກຳລັງຈະຖືກສະຖາປະນາຂຶ້ນໃນວັນທີ 2 ທັນວາ 1975 ທີ່ກຳລັງຈະມາຮອດມາເຖິງບໍ່ທໍ່ໃດເດືອນນີ້, ແລະ ນີ້ຄືຈຸດເລີ່ມຕົ້ນຂອງຕຳນານເງິນໃບຄວາຍ ທີ່ພວກເຮົານຳໃຊ້ກັນມາຈົນປັດຈຸບັນນີ້. ດ້ວຍເຫດທີ່ອາຈານບໍ່ຮູ້ວ່າຈະໄດ້ມາແຕ້ມຮູບເງິນ ອາຈານຈຶ່ງບໍ່ໄດ້ກະກຽມອຸປະກອນຫຍັງມາເລີຍ ສິ່ງທີ່ອາຈານພໍຈະຫາໄດ້ໃນເວລາອັນສັ້ນ ມີພຽງແຕ່: ສໍດຳກ້ານດຽວ, ກະດາດຊາຍເນື້ອລະອຽດ (ສຳລັບເອົາມາຝົນສໍໃຫ້ແຫຼມຢູ່ຕະຫຼອດເວລາ), ຢາງລຶບ ແລະ ເຈ້ຍ.
ເຊິ່ງໃນການແຕ້ມຮູບສາມນາງໃນເງິນໃບ 1000 ກີບນີ້ ເຊິ່ງເປັນ Signature ຫຼັກຂອງທະນະບັດໃບນີ້ ແມ່ນອາຈານໄດ້ໃຫ້ຂໍ້ມູນໄວ້ດັ່ງນີ້
#ຄອນເຊັບຮູບສາມນາງ: ຊ່ວງນັ້ນເປັນຊ່ວງປົດປ່ອຍຊາດໃໝ່ໆສິ່ງທີ່ສຳຄັນທີ່ສຸດກໍ່ຄືຄວາມສາມັກຄີຂອງຄົນພາຍໃນຊາດ ເຊິ່ງແນ່ນອນວ່າ ປະເທດລາວຂອງພວກເຮົາແມ່ນປະກອບໄປດ້ວຍ 3 ກຸ່ມຊົນເຜົ່າໃຫຍ່ໆ (ອີງຕາມພູມສັນຖານທີ່ມັກຕັ້ງຫຼັກແຫຼ່ງ) ຄື: ລາວສູງ, ລາວເທິງ, ລາວລຸ່ມ ເຊິ່ງບໍ່ຢາກໃຫ້ມີການແບ່ງແຍກ ຢາກໃຫ້ທຸກຄົນມີຄວາມສະເໜີພາບກັນ ເວລາເງິນຖືກນຳໃຊ້ແທ້ໃນແຕ່ລະທ້ອງຖິ່ນ ໄປຢູ່ໃນມືໃຜກະມີຮູບໂຕເອງຢູ່ໃນນັ້ນພວກເຂົາກະຮູ້ສຶກດີ ແລະ ມີຄວາມຮູ້ສຶກວ່າໂຕເອງກະເປັນເຈົ້າຂອງປະເທດຊາດຮ່ວມກັນ ແລະ ທີ່ສຳຄັນຖ້າແຕ້ມໃນລັກສະນະນີ້ມັນກະສາມາດຜ່ານແບບນຳຂັ້ນເທິງໄດ້ງ່າຍກວ່າ ເພາະຊ່ວງນັ້ນທຸກຝ່າຍກໍກຳລັງໃຫ້ຄວາມສຳຄັນກັບເລື່ອງນີ້ຢູ່ ບໍ່ວ່າຈະຢູ່ໃນສື່ໂຄສະນາ ແລະ ປ້າຍປຸກລະດົມຕ່າງໆ.
#ຂັ້ນຕອນການອອກແບບຮູບສາມນາງ: ຍ້ອນດ້ວຍຄວາມທີ່ອາຈານເພິ່ນມີເວລາຈຳກັດ ແລະ ອຸປະກອນກໍ່ຈຳກັດ ມີແຕ່ ສໍດຳ, ກະດາດຊາຍເນື້ອລະອຽດ, ຢາງລຶບ ແລະ ເຈ້ຍປຶ້ມທຳມະດາ ບວກກັບພອນສະຫວັນດ້ານການແຕ້ມເງິນຂອງອາຈານທີ່ມີມາແຕ່ສະໄໝເປັນນັກຮຽນ ອາຈານຈຶ່ງໄດ້ລົງມືແຕ້ມຮູບສາມນາງສາວລາວ ທີ່ຮາໂນຍ, ປະເທດຫວຽດນາມທັນທີ ເຊິ່ງໃນການແຕ້ມຮູບນັ້ນອາຈານກໍ່ຕ້ອງໄດ້ມີແບບຄ່າວໆເບິ່ງກ່ອນ ອາຈານພໍມີຮູບນາງສາວລາວສູງ (ສາວເຜົ່າມົ້ງ) ແລ້ວ ແຕ່ຍັງຂາດ ຮູບນາງສາວລາວລຸ່ມ (ສາວລາວ) ກັບ ນາງສາວລາວເທິງ (ສາວກຶມມຸ) ອາຈານຈຶ່ງເກີດຄວາມຄິດທີ່ຈະໄປຫາຄົນລາວທີ່ສະຖານທູດລາວ ປະຈຳຫວຽດນາມ ແລ້ວຂໍຮູບຖ່າຍເມຍຂອງຄົນທີ່ເຮັດວຽກຢູ່ນັ້ນເຊິ່ງເປັນຮູບຖ່າຍມື້ກິນດອງໃນຊຸດພື້ນເມືອງ ຫຼື ຮູບຖ່າຍດ່ຽວທີ່ແຕ່ງໂຕໃນຊຸດພື້ນເມືອງກໍໄດ້ ແລະ ໄດ້ຂໍຢືມມາເປັນແບບແຕ້ມ ເຊິ່ງອາຈານໃຊ້ເວລາແຕ້ມຮູບສາມສາວສະຫຼັບກັນໄປມາ 3 ມື້ຈຶ່ງສຳເລັດ (ໝົດໃບທະນະບັດ 1000 ກີບ ໃຊ້ເວລາອອກແບບ-ແຕ້ມ ທັງໝົດ 1 ອາທິດ ຈຶ່ງສຳເລັດ) ແລະ ອອກມາເປັນຮູບສາມນາງທີ່ພວກເຮົາເຫັນໃນເງິນໃບພັນກີບໃນປັດຈຸບັນ, "ຈຸດສັງເກດພິເສດແມ່ນຖ້າສັງເກດດີໆ ພວກເຮົາຈະເຫັນວ່າແມ່ຍິງລາວລຸ່ມທາງກາງແມ່ນຈະແຕ່ງໂຕສະຕາຍແມ່ຍິງລາວເຂດຊຳເໜືອຫຼາຍກວ່າພາກກາງ ເພາະຮູບຕົ້ນສະບັບແມ່ນເປັນຮູບແມ່ຍິງລາວເຂດຊໍາເໜືອ" ເຊິ່ງອາຈານໄດ້ອະທິບາຍເພີ່ມຕື່ມໃຫ້ຟັງແບບນັ້ນ.
#ເປັນຫຍັງຮູບສາມນາງຈຶ່ງມີຄວາມສູງບໍ່ເທົ່າກັນ?: ໃນຂໍ້ນີ້ອາຈານໄດ້ໃຫ້ຂໍ້ມູນໄວ້ວ່າ ອາຈານບໍໄດ້ມີເຈດຕະນາຍົກສູງ ຫຼື ດ້ອຍຄ່າຊົນເຜົ່າໃດຊົນເຜົ່າໜຶ່ງ ແຕ່ມັນເປັນເລື່ອງຂອງການຈັດວາງອົງປະກອບ (Composition) ຫຼາຍກ່ອນ ຖ້າເຮັດໃຫ້ສູງທໍ່ກັນຢືນປະຈັນໜ້າກັນມັນກໍ່ຈະເບິ່ງບໍ່ງາມ ມັນເປັນເລື່ອງຂອງການອອກແບບລ້ວນໆ ບໍ່ແມ່ນເລື່ອງຂອງການເມືອງເຊິ່ງບໍ່ຢາກໃຫ້ທຸກຄົນຄິດໄປໃນທາງແຕກແຍກ.
#ຄອນເຊັບຮູບຝູງງວາດ້ານຫຼັງກັບທົ່ງນາ: ໃນຂໍ້ນີ້ອາຈານໃຫຍ່ ເພິ່ນໄດ້ໃຫ້ຂໍ້ມູນໄວ້ວ່າ ຮູບທາງດ້ານຫຼັງເງິນນັ້ນແມ່ນຮູບງົວເດີ ບໍ່ແມ່ຮູບຄວາຍ ຍ້ອນຢາກສື່ໃຫ້ເຫັນວ່າພື້ນຖານທາງດ້ານເສດຖະກິດຂອງປະເທດລາວເຮົາແມ່ນການປູກຝັງລ້ຽງສັດເປັນຫຼັກ ເຊິ່ງຮູບຕົ້ນສະບັບທີ່ອາຈານໄດ້ເບິ່ງເປັນແບບ ແມ່ນເປັນຮູບຂາວດຳອັນໜຶ່ງເຊິ່ງຕິດຢູ່ຝາຜະໜັງສະຖານທູດລາວປະຈຳນະຄອນຫຼວງຮາໂນຍປະເທດຫວຽດນາມ ໃນປີ 1975 ເຊິ່ງເປັນທົ່ງນາເຂດເມືອງວຽງໄຊ ໃນເຂດຖານທີ່ໝັ້ນປະຕິວັດຂອງຝ່າຍປະເທດລາວ ໃນໄລຍະນັ້ນ.
#ອົງປະກອບອື່ນໆ: ລາຍບານປະຕູດ້ານໜ້າຊ້າຍມື ແມ່ນເອົາມາຈາກຮູບບານປະຕູບານໜຶ່ງຂອງວັດວິຊຸນໃນຫຼວງພະບາງ.
*ເກັດຄວາມຮູ້ເພີ່ມຕື່ມ:
ທະນະບັດໃບລະ 1000 ກີບ ແມ່ນຖືກອອກແບບ-ແຕ້ມຂຶ້ນໃນທ້າຍປີ 1975 (ກ່ອນປົດປ່ອຍ) ໂດຍ ອາຈານ ອານູໂລມ ສຸວັນດວນ (ສີລປະປິນແຫ່ງຊາດ) ແລະ ອາຈານໄດ້ບອກໄວ້ໃນບົດສຳພາດວ່າ ໃບ 1000 ກີບ ເປັນທະນະບັດໃບທີ່ອາຈານມັກທີ່ສຸດ ເພາະມັນເບິ່ງແລ້ວສະບາຍຕາ ແລະ ມີຄວາມເປັນລາວຢູ່ໃນນັ້ນ ແລະນອກຈາກນີ້ ຕັ້ງແຕ່ ທະນາບັດ ໃບ 1000 ກີບລົງມາຈົນຮອດ ໃບ 1 ກີບ ແລະ ໃບ 1 ແສນກີບ 450 ປີ ກະແມ່ນຜົນງານຂອງອາຈານທັງນັ້ນ.
ໃນສະໄໝຕົ້ນໆຂອງລະບອບໃໝ່ ເງິນກີບລາວທຸກໃບແມ່ນຖືກພິມຢູ່ທີ່ໂຮງພິມທະນະບັດໃນສະຫະພາບໂຊຫວຽດ ເລື້ອຍມາ ແຕ່ໃນປັດຈຸບັນນີ້ ໃບ 500-1000 ກີບ ແມ່ນສາມາດຜະລິດເອງພາຍໃນປະເທດລາວໄດ້ແລ້ວ ສ່ວນທະນະບັດໃບລະ 2000-100,000 ກີບ ແມ່ນຍັງພິມຢູ່ ຣັດເຊຍ (ອະດີດສະຫະພາບໂຊຫວຽດ) ຢູ່.
ສຸດທ້າຍນີ້ຂໍຂອບໃຈທຸກທ່ານທີ່ອ່ານບົດຄວາມນີ້ຈົນຈົບ ຜິດພາດປະການໃດຕ້ອງຂໍອະໄພລ່ວງໜ້າ ແລະ ຂໍໃຫ້ທຸກທ່ານຈົ່ງສະແດງຄວາມຄິດເຫັນຢ່າງສຸພາບ.
🙏🙏🙏
ຂໍຂອບໃຈ ອາຈານ ອານູໂລມ ສຸວັນດວນ ທີ່ເອື້ອເຟື້ອຂໍ້ມູນໃຫ້ລູກໆຫຼານໆຜູ້ເກີດໃໝ່ໃຫຍ່ລຸນໄດ້ຮຽນຮູ້ປະຫວັດສາດໄປນໍາກັນ ຫວັງວ່າທຸກໆຄົນຈະຮັກເງິນກີບຂອງພວກເຮົາຫຼາຍຂຶ້ນ ຫລັງຈາກອ່ານບົດຄວາມນີ້ຈົບລົງ.
©️ຂໍອະນຸຍາດສະຫງວນລິຂະສິດບົດສຳພາດ ແລະ ຮູບພາບໜ້າປົກ ຢາກໃຫ້ທຸກຄົນແຊຣເອົາຫຼາຍກວ່າການດູດຮູບແລະຂໍ້ມູນໄປໂດຍບໍໄດ້ຂໍອະນຸຍາດຜູ້ຂຽນ
ຂໍຂອບໃຈ,
ວິລະ ພູນວົງສາ 7/6/2023
#ສະເໜ່ອອກແບບ
#ຮັກໃນຄວາມເປັນລາວ
#ປະຫວັດໃບພັນກີບ

ຍິນດີຕ້ອນຮັບຂະບວນການນັກສຶກສາທິດສະດີຂັ້ນກາງ ທີ່ໄດ້ລົງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ເມືອງເມິງ.
ການລົງແລກປ່ຽນບົດຮຽນຄັ້ງນີ້ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຢູ່ເມືອງເມິງ, ຈາກນັ້ນນັກສຶກສາໄດ້ປະກອບຄຳຄິດຄຳເຫັນ, ສອບຖາມຂໍ້ສົງໄສ ແລະ ແລກປ່ຽນຄໍາຄິດຄໍາເຫັນ ນຳ ພະນັກງານການນຳ, ພະນັກງານ-ລັດຖະກອນ ພາຍໃນເມືອງຢ່າງກົງໄປກົງມາ.
ຈາກນັ້ນ, ໃນຕອນບ່າຍ ໄດ້ມີຂະບວນການກິລາ ລະຫວ່າງ ນັກສຶກສາທິດສະດີຂັ້ນກາງ ຮຸ່ນທີ 1 ແຂວງບໍ່ແກ້ວ ພົບກັບ ນັກກິລາ+ການນຳຢູ່ເດີນກິລາເມືອງເມິງ.
ສຸດທ້າຍ ທິມນັກສຶກສາ ພ້ອມດ້ວຍຄູ-ອາຈານ ກໍ່ໄດ້ຮ່ວມພາເຂົ້າສາມັກຄີ ນຳພະນັກງານການນຳ, ພະນັກງານລັດຖະກອນພາຍໃນເມືອງ, ມີການລຳວົງສາມັກຄີ ຈົນເຖິງເວລາອັນສົມຄວນຈຶ່ງໄດ້ເລີກລາກັນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ
ແມ່ນຄວາມທ່ານ, ຄວນສົ່ງເສີມການຜະລິດ, ການຊົມໃຊ້.... ຜະລິດຕະພັນພາຍໃນໃຫ້ຫຼາຍ, ຈຳກັດການນຳເຂົ້າຜະລິດຕະພັນ ຫຼື ສິນຄ້າທີ່ ປະຊາຊົນລາວເຮົາສາມາດຜະລິດ, ປູກໄດ້, ຖ້າພາກສ່ວນໃດນຳເຂົ້າເພື່ອບໍລິໂພກ, ຈໍາໜ່າຍ ຄວນມີມາດຕະການບັງຄັບໃຊ້ທີ່ເດັດຂາດ; ເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນ ເຮັດໃຫ້ເງິນຕາບໍ່ຮົ່ວໄຫຼ ອັດຕາເງິນເຟີ້ກະຈະຫຼຸດລົງ ຕາມລໍາດັບ
https://fb.watch/ktskMdbk57/?mibextid=NnVzG8

https://www.facebook.com/100064627874171/posts/610977427733181/?mibextid=vSEy4h
ຂົວຂ້າມນໍ້າຄາ ໄປຫາບ້ານນໍ້າຄາລື້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ເປີດໃຫ້ນຳໃຊ້ຢ່າງເປັນທາງການ ພິທີມອບ-ຮັບໄດ້ຈັດຂື້ນໃນວັນທີ 23 ເມສາ 2023 ນີ້ ໂດຍການເຂົ້າຮ່ວມຂອງທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ສົມສັກ ປິ່ນແກ້ວ ເຈົ້າເມືອງເມິງ, ມີບັນດາການນຳຂອງແຂວງ, ເມືອງ, ແຂກຖືກເຊີນ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ໂຄງການກໍ່ສ້າງຂົວຂ້າມນໍ້າຄາ ແມ່ນໄດ້ລົງມືຈັດຕັ້ງປະຕິບັດ ໃນວັນ 4 ມີນາ 2023 ກໍ່ສ້າງເກືອບ 1 ເດືອນ ຈຶ່ງໄດ້ສໍາເລັດ, ເປັນຂົວຕໍ່ພື້ນເປັນເບຕົງ, ໂຄງສ້າງເປັນເຫຼັກ, ພື້ນຂົວປູດ້ວຍໄມ້, ມີຄວາມກວ້າງ 3,5 ແມັດ, ຄວາມຍາວ 30 ແມັດ, ສາມາດຮັບນໍ້າຫນັກໄດ້ 10 ໂຕນ ລວມມູນຄ່າການກໍ່ສ້າງທັງຫມົດ 644.800.000 ກີບ; ໃນນີ້ ໄດ້ຮັບງົບປະມານສະຫນັບສະຫນູນຈາກ ທ່ານ ລີຮູຍ ບໍລິສັດປູກກ້ວຍຫອມ ບ້ານນໍ້າຄາລື້ ຈໍານວນ 580.000.000 ກີບ ແລະ ທຶນສົມທົບ ຂອງປະຊາຊົນນໍ້າຄາລື້ ຈໍານວນ 64.800.000 ກີບ ພ້ອມທັງແຮງງານປະກອບສ່ວນ 315 ເທື່ອຄົນ.
ຜ່ານມາແຕ່ລະປີເມື່ອເຂົ້າສູ່ຊ່ວງລະດູຝົນ ເຊິ່ງນໍ້າຄາປະລິມານນໍ້າຂຶ້ນສູງໄດ້ເຮັດໃຫ້ການສັນຈອນເຂົ້າ - ອອກບ້ານຂອງປະຊາຊົນບ້ານນໍ້າຄາລື້ 100 ກວ່າຄອບຄົວ ແມ່ນພົບຄວາມຫຍຸ້ງຍາກ ແລະ ມາເຖິງປະຈຸບັນການສ້າງຂົວແຫ່ງນີ້ຂື້ນ ຖືວ່າເປັນອີກບາດກ້າວໜຶ່ງໃຫ້ແກ່ປະຊາຊົນບ້ານນໍ້າຄາລື້ ໄດ້ມີຂົວຂ້າມນໍ້າຄາ ເຂົ້າ - ອອກ ບ້ານ ສັນຈອນໄປ - ມາຫາສູ່ກັນ ແລະ ປ່ຽນຊື້ຂ່າຍໄດ້ທຸກລະດູທີ່ຢ່າງສະດວກສະບາຍ.
ທີ່ມາ: Bokeo Newspaper
ຂ່າວ: ສາຍສະໝອນ ແກ້ວວິສິດ
ໄວໜຸ່ມຍຸກໃໝ່ ຈັງແມ່ນເກັ່ງ ມີຄວາມສາມາດຫຼາກຫຼາຍ.. ຊົມເຊີຍເດີ
#ນັກຮຽນມສນ້ຳເມິງ

ສະພາບຝຸ່ນ PM2.5 ຢູ່ເມືອງເມິງ, ພີ່ນ້ອງເມືອງເມິງເຮົາຮັກສາສຸຂະພາບກັນແດ່ເດີ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ສູງອາຍຸ

https://www.facebook.com/100064627874171/posts/599018808929043/?sfnsn=mo&mibextid=VhDh1V
🔥 ອ້າຍກົດໝາຍເອີຍ ນ້ອງຂໍຖາມແດ່ ຄືນນີ້ນ້ອງໄປອາບນໍ້າແລ້ວແຟນນ້ອງ ລັກກວດໂທລະສັບ (ອ່ານແຊັດ, ເບີ່ງຮູບພາບຕ່າງໆໃນໂທລະສັບ) ນ້ອງສາມາດເອົາຜິດທາງກົດໝາຍໄດ້ບໍ?
⭕️ ອ້າຍກົດໝາຍ ມີຄຳເຫັນວ່າ: ເປັນຄຳຖາມທີ່ຂຳໆເນາະ ແຕ່ນີ້ຄືຄວາມຈິງ ແລະ ບໍ່ຄິດວ່ານ້ອງຈະເອົາມາແລກປ່ຽນກັບອ້າຍເນາະ (ອ້າຍຂໍຍົກໃຫ້ນ້ອງເປັນຕົວແທນຂອງໝູ່ບ້ານເລີຍເດີ ພ້ອມກັບສຽງຫົວຄ່ອຍໆ) ຟັງເບິ່ງຄືເປັນເລື່ອງນ້ອຍສຳລັບຄູ່ບ່າວສາວ ແຕ່ສຳລັບບາງຄູ່ແລ້ວ ນີ້ແມ່ນບັນຫາທີ່ເຮັດໃຫ້ ຄວາມສຳພັນແຕກຫັກໄດ້ເລີຍ.
ຕາມຫຼັກກົດໝາຍແລ້ວ ຊັບສິນທຸກຢ່າງເມື່ອເຮົາເປັນເຈົ້າຂອງກຳມະສິດ ເຮົາກໍມີສິດທີ່ຈະ ນຳໃຊ້, ຊີ້ຂາດ, ປົກປັກຮັກສາ ແລະ ໄດ້ຮັບໝາກຜົນ ຊື່ງບໍ່ມີໃຜສາມາດມາລ່ວງລະເມີດສິດນັ້ນໄດ້ ແລະ ຖ້າໃຜນຳໃຊ້ຊັບຂອງນ້ອງໂດຍບໍ່ໄດ້ຮັບອານຸຍາດຈາກນ້ອງຈະຖືວ່າລະເມີດກຳມະສິດ, ແຟນນ້ອງລັກກວດໂທລະສັບນ້ອງກໍເຊັ່ນກັນ ຖ້າບໍ່ໄດ້ຮັບອານຸຍາດ ອາດຈະມີຄວາມຜິດທາງອາຍາກໍເປັນໄດ້ ອິງຕາມ ປະມວນກົດໝາຍອາຍາ ປີ 2017 ມາດຕາ 229 ວັກ 2 ກໍານົດໄວ້ວ່າ: ບຸກຄົນໃດຫາກໄດ້ລັກເປີດ ຈົດໝາຍ, ຈົດໝາຍເອເລັກໂຕຣນິກ, ໂທລະເລກ ຫຼື ເອກະສານອື່ນ ຫຼື ລັກຟັງໂທລະຊັບຂອງຜູ້ອື່ນ ຊຶ່ງເປັນການກໍ່ຄວາມເສີຍຫາຍໃຫ້ຜູ້ອື່ນນັ້ນ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 6 ເດືອນ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ.
ດັ່ງນັ້ນ, ເພື່ອເປັນການປົກປ້ອງຕົນເອງ ອ້າຍກົດໝາຍຂໍເຕືອນ ຄູ່ບ່າວ-ສາວ ພ້ອມທັງກັບທຸກໆຄົນທີ່ເຫັນຂໍ້ຄວາມນີ້ ໃຫ້ມີສະຕິ ໃຫ້ຂໍອະນຸຍາດກ່ອນການນຳໃຊ້ຊັບສິນຂອງຄົນອື່ນ ຖ້າບໍ່ດັ່ງນັ້ນ ທ່ານອາດຈະເຂົ້າຢູ່ນຂະບວນການກະທໍາຜິດຢູ່ກໍເປັນໄດ້.
ຖ້າທ່ານມີຄໍາຖາມ ກ່ຽວກັບເລື່ອງກົດໝາຍ
ກະລຸນາຕິດຕໍ່: ອ້າຍກົດໝາຍ ນາກນໍ້າ 030 5815443
ນັກກົດໝາຍຈາກບໍລິສັດ ກົດໝາຍ ແລະ ການພັດທະນາການຮ່ວມມື LDP.
#ອ້າຍກົດໝາຍ
ການຈູດດອກໄມ້ໄຟສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 40 ປີ

ຊົມເຊີຍວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 40 ປີ ຢ່າງສຸດໃຈ.
ເນືອງໃນໂອກາດ ວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ, ເມືອງເມິງ ແຂວງ ບໍ່ແກ້ວ ພວກເຮົາ ໄດ້ສ້າງຂະບວນການຫຼາຍຢ່າງເພື່່ອເປັນຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆເຊັ່ນ: ຂະບວນການກິລາ, ຂະບວນການອອກແຮງງານລວມ, ຂະບວນການແຂ່ງຂັນສິລະປະວັນນະຄະດີ, ການປ້ອງກັນເວນຍາມ, ການແຂ່ງຂັນວຽກດີຄົນເດັ່ນ ແລະ ອື່ນໆ; ເຊິ່ງໃນມື້ນີ້ມວນຊົນເມືອງເມິງພວກເຮົາໄດ້ພ້ອມພາກັນເດີນທາງມາທີ່ເດີນກິລາປ່າອ້ອຍ ເມືອງຫ້ວຍຊາຍ ເພື່ອກຽມຄວາມພ້ອມໃນການເດີນຂະບວນ ເຂົ້າຮ່ວມການສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄັ້ງນີ້, ຊຶ່ງນໍາພາໂດຍ ທ່ານ ສົມສັກ ປິ່ນແກ້ວ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆເມິງ, ມີບັນດາທ່ານການນໍາຂອງເມືອງ, ປະຊາຊົນບັນດາເຜົ່າ, ນັກຮຽນ, ສີລະປະ, ນັກສະແດງ, ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ....ຂໍເຊີນບັນດາທ່ານແຂກຜູ້ມີກຽດເຊີນຊົມການສະແດງສິນຄ້າຂອງເມືອງເມິງພວກເຮົາດ້ວຍ.
ໃນງານຍັງມີສິນຄ້າ, ການສະແດງບັນດາເຜົ່າ ແລະ ການສະແດງອື່ນໆຂອງປະຊາຊົນພາຍໃນແຂວງບໍ່ແກ້ວ, ເຊີນບັນດາທ່ານແຂກທາງໃກ້ ແລະ ໄກ, ທັງພາຍໃນ ແລະ ຕ່າງປະເທດ ເຊີນຊົມ ແລະ ທ່ອງທ່ຽວໄດ້.

ສະຫຼອງປະຕູໂຂງວັດສີໂພນໄຊສັນຕິລາດ ບ້ານວຽງໃໝ່#สหลองประตูโขงวัดบ้านเวียงใหม่ สปปลาว ຂະບວນແຮຕົ້ນເງິນຕົ້ນຄຳເຂົ້າວັດ ເພື່ອສະຫຼອງປະຕູໂຂງວັດບ້ານວຽງໃໝ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ເຊີນຟັງລາຍການ ບໍ່ແກ້ວ ວັນນີ້
ອອກອາກາດທຸກໆວັນ ຈັນ-ສຸກ

ຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການກໍານົດການໃຊ້ຈ່າຍງົບປະມານຂອງລັດ
ຂໍ້ຕົກລົງສະບັບນີ້ປ່ຽນແທນ ເລກທີ 1000/ກງ, ລົງວັນທີ 12 ທັນວາ 2018

ບໍ່ວ່າທ່ານຈະເປັນພະນັກງານ-ລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ກໍ່ສາມາດຊ່ວຍເຫຼືອກັນພັດທະນາເມືອງເມິງເຮົາໃຫ້ ຈະເລີນຂື້ນໄດ້.
ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ຜູ້ປ່ຽນຂໍທານກວ່າ 400ຄົນ ໃຫ້ມີອາຊີບ, ຮູ້ອອກແຮງງານຜະລິດ ຈົນຊີວິດດີຂຶ້ນ
ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ (ນັກພັດທະນາດີເດັ່ນແຫ່ງຊາດ) ກັບ ໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປົ້າໝາຍຫລັກຂອງໂຄງການ ເພື່ອຫັນປ່ຽນການດໍາລົງຊີວິດຂອງປະຊາຊົນທີ່ ‘ຂໍທານ’ ເປັນອາຊີບຫາກິນ ໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່, ຮູ້ເຮັດການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ.
ເປົ້າໝາຍເກົ່າ 27 ຄອບຄົວ ເພີ່ມຂຶ້ນອີກ 50 ຄອບຄົວ, ລວມທັງໝົດເປັນ 77 ຄອບຄົວ, 482 ຄົນການຈັດຕັ້ງປະຕິບັດສອງໂຄງການ ລວມໄລຍະເວລາທັງໝົດ 3 ປີກວ່າ(01 ມັງກອນ 2016 ເຖິງ 30 ກຸມພາ 2019) ໂດຍໄດ້ຄົ້ນຄວ້າ, ຊົດເຊີຍເອົາດິນຈາກປະຊາຊົນ 48ເຮັກຕາກວ່າ ມາເປັນກໍາມະສິດຂອງລັດ, ມອບໃຫ້ປະຊາຊົນໃນເປົ້າໝາຍ ນຳໃຊ້ສືບທອດໄດ້ (ແຕ່ຫ້າມຊື້ຂາຍ ພ້ອມນີ້, ຍັງໄດ້ຊ່ວຍປັບປຸງ ດ້ານວຽກງານການສຶກສາ, ສາທາລະນະສຸກ, ວຽກສະຫວັດດີການສັງຄົມ ແລະ ສາສະໜາ ຕື່ມອີກ. (ສະລຸບຕີລາຄາຄືນໃນກອງປະຊຸມ ວັນທີ 15 ກັນຍາ 2022)
ທີ່ມາ: ຂປລ

ຊົມເຊີຍກອງປະຊຸມປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ໄລຍະກາງສະໄໝ ຂອງເມືອງເມິງ
#ພາບການປະດັບປະດາທຸງຊາດ,ທຸງພັກ ແລະ ທຸງທິວຕາມຫົນທາງພາຍໃນເມືອງ

ສັງລວມຜົນກະທົບທີ່ເກີດຈາກອຸທຸກະໄພ ຢູ່ເມືອງເມິງ ເລີ່ມແຕ່ວັນທີ 26-28 ສິງຫາ ແລະ 5 ກັນຍາ 2022 ເມືອງເມິງໄດ້ຮັບຜົນກະທົບຢ່່າງໜັກໜ່ວງ # ທິມງານ BUNNA LIFE ຂໍເປັນແຮງໃຈໃຫ້ ປະຊາຊົນ ແ...

ແຈ້ງການຫ້ອງວ່າການເມືອງ
ວ່າດ້ວຍການຈັດຕັ້ງການປ້ອງກັນເວນຍາມ ສໍານັກງານ-ອົງການ ແລະ ບ້ານ ພາຍໃນເມືອງ.
1. ໃຫ້ລາຍງານຫ້ອງວ່າການເມືອງທຸກໆວັນສຸກ
2. ຫາກພົບເຫັນບັນໃດທີ່ຮີບດ່ວນ ຫຼື ເຄັງຮ້ອນ ແມ່ນໃຫ້ລາຍງານໂດຍທັນທີ່.
3. ສາມາດລາຍງານຜ່ານຊ່ອງທາງຕ່າງໆໄດ້: ເບີໂທ 020 9797 2200 ຫຼື 020 9711 039, 020 23505065.
ຫຼື ສາມາດລາຍງານຜ່ານ ເພສ ຄະນະໂຄສະນາ-ອົບຮົມ ເມືອງເມິງ ໄດ້ເລີຍ.
ຄະນະຄວບຄຸມໄພພິບັດຂັ້ນເມືອງ ລົງແກ້ໄຂເສັ້ນທາງ ເມືອງເມິງຫາກຸ່ມບ້ານນ້ຳຍູ້
ສະພາບເສັ້ນທາງເປເພຫຼາຍບ່ອນ, ເສົາໄຟຫັກ, ນ້ຳຖ້ວມ, ເສັ້ນທາງຂາດ ເຮັດໃຫ້ບໍ່ສາມາດສັນຈອນໄປມາໄດ້
ພາບ ແລະ ວິດີໂອ: ທ່ານ ບຸນງາ ເພັດສຳລານ ຮອງຫົວໜ້າຫ້ອງວ່າການເມືອງເມິງ
ຊົມເຊີຍນັກສຳມະນາກອນ ບໍາລຸງທິດສະດີໄລຍະສັ້ນ 9 ວັນ ຊຸດທີ 1 ຂອງເມືອງເມິງ.
#ເສຍດາຍຟາຍຮູບເສຍຫາຍບໍ່ສາມາດອັບໂຫຼດຮູບໃຫ້ໄດ້

ບັນທຶກການເດີນທາງໄປເມືອງເມິງ EP1 ຢ່າລຶມກົດຕິດຕາມ, ກົດ Like ກົດ share ຊ່ອງຂອງພວກເຮົາແດ່https://youtube.com/user/khsv366facebook: ຄະນະ ໂຄສະນາ-ອົບຮົມ ເມືອງເມິງ

https://youtu.be/61XuWG8voJI
ປີນີ້ກະບໍ່ໄດ້ຈັດອີກແລ້ວ
#ງານປະກວດນັກຮ້ອງສຽງດີແລະບົດຟ້ອນຂອງເມືອງເມິງ
ຝາກກົດຕິດຕາມ ກົດ Like ກົດ share ຊ່ອງ Youtubeແດ່ເດີ: https://youtube.com/user/khsv366
ບົດຟ້ອນ ເຜົ່າລາວເອີຍ+ສາມສ້າງກ້າວໄປ ບົດຟ້ອນ: ເຜົ່າລາວເອີຍ+ສາມສ້າງກ້າວໄປສະແດງໂດຍ: ລວມໝູ່ ຍິງ-ຊາຍ ຫ້ອງວ່າການເມືອງເມິງ # ງານແຂ່ງຂັນ ນັກຮ້ອງສຽງດີ ແລະ...

ສະຖານທີ່ທ່ອງທ່ຽວແຫ່ງໃໝ່

ຊົມເຊີຍຜົນສໍາເລັດ.
ສຳເລັດຢ່າງຈົບງາມ ກອງປະຊຸມສະພາ ສະໄໝສາມັນເທື່ອ 3 ພ້ອມຮັບເອົາ 8 ເນື້ອໃນ ສຳຄັນ.
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 13 ມິຖຸນາ ຫາ ວັນທີ 8 ກໍລະກົດ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາບົດລາຍງານສໍາຄັນດັ່ງນີ້:
1. ກອງປະຊຸມ ໄດ້ຟັງການລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.
2. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ.
3. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ.
4. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ.
5. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ໂດຍສະເພາະ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ.
6. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4
7. ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍສ້າງໃໝ່ ແລະ ປັບປຸງທັງໝົດ 9 ສະບັບ
8. ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຮອງປະທານກຳມາທິການຈຳນວນໜຶ່ງ ຂອງສະພາແຫ່ງຊາດ ແລະ ການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດທີ່ວ່າງລົງ.
ຂໍ້ມູນ: ຂປລ
#ວາລະສານທາເກັດ #ຂ່າວລາວ #ລາວ #ຂ່າວດ່ວນ #ຂ່າວເສດຖະກິດ #ຂ່າວສັງຄົມ #ຂ່າວທຸລະກິດ #ອັບເດດຂ່າວ
ສາມາດເຂົ້າໄປເບິ່ງຂ່າວອື່ນໆທີ່ທ່ານບໍ່ຄວນພາດໄດ້ທີ່ http://www.targetlaos.com/

ນິທານກ້ອມຕອນ: ຕູ້ສີ ແລະ ຕູ້ສາ ລົມກັນເລື່ອງ ເງິນຕາ!
----
🧑 #ຕູູ້ສີ: ສະຫາຍວ່າ ບັນຫາທີ່ບ້ານເຮົາປະສົບ ພະວະເງິນເຟີ ໜັກ ແລະ ການທີ່ທະນາຄານ ຂາດສະພາບຄ່ອງ ເລື່ອງເງິນຕານີ້ ມັນເປັນແນວໃດ!
👨🏻 #ຕູ້ສາ: ໂຕຢາກຮູ້ແທ້ໆວະ?
🧑 #ຕູ້ສີ: ເວົ້າໃຫ້ເຮົາຟັງເບິ່ງດູ!
👨🏻 #ຕູ້ສາ: ຕາມເຮົາໄດ້ງິນ ສະພາກາເຟ ລົມກັນເດີ! ບໍ່ແມ່ນເຮົາເວົ້າໄດ໋! ມັນເປັນແນວນີ້. ໄລຍະສອງາມປີນີ້ ຕ້ອງຍອມຮັບວ່າ ສະພາບເສດຖະກິດ ຝຶດເຄື່ອງ, ເລີ່ມແຕ່ການລະບາດຂອງໂຄວິດ ທ້າຍປີ 2019, ຈົນມາປະສົມກັບ ການເກີດສົງຄາມ ທີ ອູແກຣນ, ເຊິ່ງສ້າງຜົນກະທົບໄປທົ່ວໂລກ. ຄວາມຈິງແລ້ວ ເກືອບວ່າທຸກໆ ປະເທດ ແມ່ນພົບບັນຫາ ເສດຖະກິດຝຶດເຄື່ອງ ແລະ ຄ່າຄອງຊີບທີ່ ຖີບຕົວຂຶ້ນ. ແຕ່ເຮົາຂໍເຂົ້າປະເດັນ ເລື່ອງສະພາບເງິນເຟີ້ ແລະ ການຂາດສະພາບຄອງເລື່ອງເງິນຕາມີແບບນີ້.
1. ບ້ານເຮົາແມ່ນຍັງ ຄຸ້ມຄອງ ການແລກປ່ຽນເງິນຕາບໍ່ໄດ້, ຮ້ານແລກປ່ຽນເງິນຕາຫຼາຍເກີນໄປ ແລະ ຊະຊາຍ, ບໍ່ສາມາດຄວາມຄຸມໄດ້. ແປວ່າ ເງິນຕາຕ່າງປະເທດ ຢູ່ກັບ ພາກເອກະຊົນຫຼາຍກວ່າ ຢູ່ໃນລະບົບຂອງທະນາຄານ. ອັນນີ້ຕາມການສັງເກດການ.
ຖ້າເຮົາເດີນທາງໄປຕ່າງປະເທດ ເອົາງ່າຍໆ ໄປໄທ ໄປຫວຽດນາມ ແລະ ຟີລິປິນ ສິງກາໂປ ໃກ້ໆເຮົານີ້, ການທີ່ຈະຊອກຮ້ານແລກປ່ຽນນີ້ ຍາກສົມຄວນ, ຕ້ອງແລກກັບ ທະນາຄານເທົ່ານັ້ນ ແລະ ອັດຕາແລກປ່ຽນ ກໍ່ມີມາດຕະການເດັດຂາດ ແລະ ເປັນເອກະພາບ. ອັນສໍາຄັນ #ເຂົາບໍ່ຮັບເງິນຕາຕ່າງປະເທດເດັດຂາດ. ເພາະຖ້າເຈົ້າໜ້າທີ່ຈັບໄດ້ ໂທດໜັກ!
ເພາະສະນັ້ນ, ຈະເຫັນວ່າ ບາງຄັ້ງ ຮ້ານແລກປ່ຽນເງິນຕາ ຫຼື ການແລກປ່ຽນເງິນຕາຊະຊາຍ ກໍ່ເປັນຈຸດສະນວນ ຂອງການ ປັ່ນອັດຕາແລກປ່ຽນ. ທີ່ເຂົາເອີ້ນວ່າ ປັ່ນປ່ວນເງິນຕາ. ບາງທີ່ເຮົາຈະສັງເກີດເຫັນ ປະຊາຊົນເຮົານີ້ລະບາງກຸ່ມຄົນ ກໍ່ໂພດແລະປ່ຽນເງິນຕາມເຟສ ບຸກ ແບບຊະຊາຍ ໂດຍບໍ່ສົນໃຈກົດໝາຍ. ຂໍພຽງແຕ່ໄດ້ກໍາໄລ ຈາກການຂາຍເງິນຕາ ໃຫ້ກັບຄົນ ທີ່ສະເໜີ ລາຄາໃຫ້ສູງກວ່າຄົນອື່ນໆ. ແນ່ນອນ, ມັນສູງກວ່າ ທະນາຄານທີ່ກໍານົດ ອັດຕາແລກປ່ຽນທາງການ. ປະຊາຊົນ ເຫຼົ່ານັ້ນ ກໍ່ດີໃຈທີ່ໄດ້ກໍາໄລ ແຕ່ພວກເຂົາ ລືມຄິດວ່າ ຄືຜູູ້ທີ່ປັ່ນໃຫ້ ເງິນກີບເຟີ ສຸດທ້າຍ ມັນກໍ່ກະຈາຍເປັນວົງກວ້າງ ແລະ ຕົນເອງ ກໍ່ໄດ້ຮັບຜົນກະທົບຄືກັນ. ເພາະວ່າ ໂດຍລວມ ພຶດຕິກໍາດັ່ງກ່າວ ມັນເຮັດໃຫ້ ເງິນກີບເຟີ ໂດຍບໍ່ຮູ້ສຶກຕົວ. ສະນັ້ນ, ໃຜມັກເຮັດແບບນີ້ ຕ້ອງປັບປຸງປ່ຽນແປງຕົນເອງສາ. ໃຫ້ຄິດໄກໆແດ່ຈັກໜ້ອຍ ແລະ ນັບຖືລະບຽບກົດໝາຍ.
ດ້ວຍເຫດນີ້, ຈິງຄິດວ່າ ຕ້ອງເດັດຂາດ ກັບກົນໄກ່ ແລກປ່ຽນເງິນຕາ ແບບລວມສູນ ຜ່ານລະບົບ ທະນາຄານ ເພື່ອເຮັດໃຫ້ ຄັ້ງເງິນລວມ ສາມາດຮູ້ໄດ້ ຕົວເລກ ເງິນຕາທີ່ຊັດເຈນ ແລະ ຄວບຄວມ ການແລກປ່ຽນຊະຊາຍ ແລະ ປັ່ນລາຄາ.
2. ການອານຸຍາດ ຫົວໜ່ວຍທຸລະກິດ ເກັບເງິນຄ່າສິນຄ້າ ແລະ ບໍລິການ ເປັນເງິນຕາ, ອັນນີ້ ກໍ່ເປັນການຂ້າຄຸນຄ່າ ຂອງເງິນກີບໄປໃນຕົວ. ເພາະວ່າ ທຸກຄົນສາມາດ ໃຊ້ຈ່າຍເງິນຕາຕ່າງປະເທດ ແບບອິດສະຫຼະ, ບໍ່ຈໍາເປັນຕ້ອງແລກເປັນເງິນກີບ. ຈົນເຂົາເວົ້າກັນເຕັມຕະຫຼາດເດ່ ວ່າ ຢູ່ເມືອງລາວໃຊ້ ເງິນບາດເງິນໂດລາເງິນຢວນ. ແລະ ແມ້ແຕ່ຄົນລາວໂດຍສ່ວນໃຫຍ່ ກໍ່ລືມຊາດ ບໍ່ຢາກຈະຊ່ວຍໃນການ ຮັກສາສະຖຽນລະພາບຂອງເງິນກີບ. ຕົວຢ່າງໃຫ້ເຫັນ ຕົວຈິງຄື ການຂາຍສິນຄ້າເປັນເງິນບາດ ເງິນໂດລາ, ຂາຍດິນຢູ່ບ້ານນອກຄອກນາ ກະຂາຍເປັນແມັດ ລະເທົ່ານີ້ບາດ ເທົ່ານີໂດລາ. ແບບວ່າ ບໍ່ສົນເງິນກີບ. ທີ່ຈິງເວລາຊື້ ເອົາເງິນກີບໃຫ້ເພິ່ນກໍ່ເອົາຢູ່ດອກ, ແຕ່ວ່າ ການກໍານົດອັດຕາແລກປ່ຽນ ພັດສູງກວ່າທະນາຄານອີກ, ໂດຍອ້າງວ່າ ໄປແລກເອົາເງິນບາດ ເງິນໂດລາ ຢູ່ນອກ. ອັນນີ້, ມັນກໍ່ໂຄ້ງໄປຫາ ຂໍ້ທີ 1 ຂ້າງເທິງ ທີ່ບັນດາຮ້ານແລກປ່ຽນເງິນຕາທາງນອກ ຫຼື ຮ້ານແລກເງິນເຖື່ອນອື່ນໆ ມີເງິນຕາຫຼາຍກວ່າທະນາຄານ ແລະ ພ້ອມໃຫ້ແລກ ໃນອັດຕາທີ່ສູງກວ່າ.
ເພາະສະນັ້ນ, ຄົນລາວທຸກຄົນ ທີ່ເປັນເຈົ້າຂອງປະເທດຊາດ ແລະ ຖ້າຍັງເຫັນວ່າ ພວກເຮົາຢາກມີເງິນກີບ, ຕ້ອງໄດ້ຊ່ວຍກັນ ຮັກສາສະຖຽນລະພາບ. ຄືຕ້ອງຮັບເອົາເງິນກີບຢ່າງດຽວເທົ່ານັ້ນ. ໃຜມີເງິນຕາ ກໍ່ຕ້ອງໄປແລກທີ່ທະນາຄານ.
ສິ່ງທີ່ສໍາຄັນໄປກວ່າອື່ນໝົດນັ້ນ, ຄືມາດຕະການລົງໂທດ ຜູ້ທີ່ຝ່າຝືນ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາ. ທີ່ຈິງກົດໝາຍມີມາດົນແລ້ວ ແລະ ມີລາຍລະອຽດຄົບຖ້ວນ. ແຕ່ວ່າ! ບໍ່ສາມາດບັງຄັບໃຊ້ຢ່າງເຕັມທີ່, ເຈົ້າໜ້າທີ່ທີ່ຮັບຜິດຊອບ ກໍ່ບໍ່ສາມາດໄປບັງຄັບ ປັບໃໝ ພໍ່ຄ້າຊາຍຂາຍ ແລະ ປະຊາຊົນ ທີ່ລະເມີດ ກົດໝາຍດັ່ງກ່າວ ໄດ້ຢ່າງເດັດຂາດ.
ແນ່ນອນ, ຖ້າຍັງບໍເດັດຂາດ ກໍ່ເປັນການຍາກ ໃນການແກ້ໄຂວິກິດເງິນເຟີ້ເງິນຝຶດ. ສ່ວນປະຊາຊົນໄທເຮົາເຈົ້າຂ້ອຍ ກໍ່ບໍ່ຕ້ອງຈົ່ມຫຼາຍ ຖ້າພວກເຮົາຍັງນິຍົມໃຊ້ເງິນຕາຕ່າງປະເທດຫຼາຍກວ່າເງິນກີບ, ມັນກໍ່ຈະປະສົບບັນຫານີ້ຢູ່ບໍ່ເຊົາ...
ເວົ້າຫຼາຍຢາຍຫ່າງ... ສະຫາຍເຂົາໃຈແດ່ຈັກໜ້ອຍບໍ່ ສີເອີຍ!
🧑 #ຕູ້ສີ: ກະພໍເຂົ້າໃຈຢູ່! ວ່າແຕ່ວ່າ! ດິນນາໂຕຊິຂາຍໄລ່ລະແສນບາດບໍ່? ເຮົາວ່າຢາກໄດ້ຈັກສອງສາມໄລ່....😂

ສະບາຍດີປີໃໝ່ລາວ

ພັນທະຂອງພົນລະເມືອງດີ ມີຄວາມຮັບຜິດຊອບໃນການ ປ້ອງກັນ ໂຄວິດ-19!
ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຢ່າງສຸດໃຈ
คลิกที่นี่เพื่อเป็นสมาชิก?
ประเภท
ติดต่อ ธุรกิจของเรา
เบอร์โทรศัพท์
เว็บไซต์
ที่อยู่
เวลาทำการ
จันทร์ | 08:00 - 17:00 |
อังคาร | 08:00 - 17:00 |
พุธ | 08:00 - 17:00 |
พฤหัสบดี | 08:00 - 17:00 |
ศุกร์ | 09:00 - 17:00 |
114 Singhanatbumroong Road, Jongkam
Amphoe Muang Mae Hong Son, 58000
64 Pang Lo Nikhom Road , Chong Kham
Amphoe Muang Mae Hong Son, 58000
"ทุกข์น้อยลง สุขมากขึ้น"
99 ถนนปางล้อนิคม ตำบลจองคำ อำเภอเมือง จังหวัดแม่ฮ่องสอน
Amphoe Muang Mae Hong Son, 58000
ประชาสัมพันธ์กิจกรรมตำรวจ
อุทยานแห่งชาติน้ำตกแม่สุรินทร์
Amphoe Muang Mae Hong Son, 58000
เพจทางการของอุทยานแห่งชาติน้ำตกแม?
105/6 ถนนขุนลุมประพาส
Amphoe Muang Mae Hong Son, 58000
โทร/โทรสาร 053-613-022