Topiclaos

Topiclaos

Share

ທັນໂລກ ກັບ TOPICLAOS ຫົວຂໍ້ປະເທດລາວທີ່ຄົນລາວຕ້ອງຮູ້

31/08/2026

📣 ຮັບສະໝັກເພື່ອນຮ່ວມງານຫຼາຍຕ່ຳເເໜ່ງ ສຳລັບທ່ານໃດສົນໃຈມາເປັນຄອບຄົວດຽວກັບ ລາວ ໂທລະຄົມ

ແບບຟອມສະໝັກວຽກ ແລະ ມາດຖານ ເງື່ອນໄຂ: https://drive.google.com/drive/folders/1_kURY3IzPvUb3wTzPeswtgQWWiH5-xE4

ລິ້ງລົງທະບຽນສະໝັກວຽກ: https://docs.google.com/forms/d/1JB-eOLSmopD8NPs9O03hFajEl3YlrOfaQh_BJIAKqQk/edit

ສອບຖາມຂໍ້ມູນເພີ່ມຕື່ມ:
ທ່ານນາງ ດາວັນ ອິນທະວົງ 020 5432 5999
ທ່ານນາງ ສຸພັດຕາ ສິມມາລາວົງ 020 5538 3707

ທີ່ມາ: Lao Telecom

#ຮັບສະໝັກເພືອນຮວ່ມງານ

Photos from Topiclaos's post 31/08/2026

ແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ວັນທີ 31 ສິງຫາ 2026, ກອງບັນຊາການທະຫານແຂວງອຸດົມໄຊ, ນຳພາໂດຍ ພົຈວ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍອ້າຍນ້ອງທະຫານ ຈຳນວນ 226 ສະຫາຍ ແລະ ນຳໃຊ້ພາຫະນະລົດໃຫ່ຍຂົນສົ່ງ 6 ຄັນ ລົງໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຕ່ລະຈຸດເຂດເທດສະບານເມືອງໄຊ,ເມືອງຫຼາ ແລະເມືອງ ນາໝໍ້

ພາບ: ກອງບັນຊາການທະຫານ ແຂວງອຸດົມໄຊ.

Photos from Topiclaos's post 31/08/2026

ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ
ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 139 ຄົນ ຍິງ 54 ຄົນ ລວມມີ 4 ສັນຊາດ.
ສະເພາະ ໂຮງແຮມ ແມ້ງໂກຮຟ: ສາມາດກັກຕົວຜູ້ກະທຳຜິດໄດ້ ຈໍານວນ 114 ຄົນ ຍິງ 50 ຄົນ, ມີ 4 ສັນຊາດ ຄື: ສັນຊາດ ໄທ ມີ 105 ຄົນ ຍິງ 48 ຄົນ, ສັນຊາດ ຈີນ 7 ຄົນ ຍິງ 1 ຄົນ, ສັນຊາດ ຈີນ-ໄຕ້ຫວັນ 1 ຄົນ, ສັນຊາດ ກຳປູເຈຍ 1 ຄົນ; ຢຶດເຄື່ອງຂອງກາງ ທີ່ນໍາໃຊ້ເຂົ້າໃນການທະທໍາຜິດ ມີຄອມພິວເຕີໂນດບຸກ ຈໍານວນ 17 ໜ່ວຍ, ໂທລະສັບມືຖື ຈໍານວນ 321 ໜ່ວຍ, ໄອແພັດ ຈໍານວນ 11 ໜ່ວຍ, ແທັບເລັດ ຈໍານວນ 10 ໜ່ວຍ, ຈໍແຊ ຄອມພິວເຕີ້ ຈໍານວນ 2 ໜ່ວຍ, ຫົວນໍ້າຢາ ຢາສູບໄຟຟ້າ ຈໍານວນ 24 ອັນ, ຢາສູບໄຟຟ້າ ຈໍານວນ 5 ອັນ, ນໍ້າຢາປະສົມ ນໍ້າກະທ້ອມ ຈໍານວນ 4 ແກ້ວ ແລະ ໃບກະທ້ອມ ບັນຈຸໃນຖົງອີກ 1 ຖົງ.
ແລະ ຈຸດທີ 2 ແມ່ນອາພາດເມັ້ນ ກໍລໍລີ່: ສາມາດກັກຕົວຜູ້ກະທໍາຜິດໄດ້ ຈໍານວນ 25 ຄົນ, ຍິງ 4 ຄົນ ລວມມີ 3 ສັນຊາດ ຄື: ສັນຊາດ ໄທ ມີ 12 ຄົນ ຍິງ 4 ຄົນ, ສັນຊາດຈີນ ມີ 7 ຄົນ ແລະ ສັນຊາດ ຈີນ-ໄຕ້ຫວັນ 6 ຄົນ; ຢຶດເຄື່ອງຂອງກາງ ໄດ້ມີຄອມພິວເຕີຕັ້ງໂຕະ ຈໍານວນ 8 ໜ່ວຍ, ຄອມພິວເຕີໂນດບຸກ ຈໍານວນ 9 ໜ່ວຍ, ໂທລະສັບມືຖື ຈໍານວນ 119 ໜ່ວຍ, ໄອແພັດ ຈໍານວນ 3 ໜ່ວຍ, ເມັດຂາວຄ້າຍຄື ສານເສບຕິດຈໍານວນ 2 ຖົງນ້ອຍ (ຍັງບໍ່ທັນພິສູດ ແລະ ສັ່ງນໍ້າໜັກ), ກັບໄຟ ຈໍານວນ 39 ແກັດ.

Photos from Topiclaos's post 31/08/2026

ໃນວັນເສົາ ທີ 29 ສິງຫາ 2026, ລົງແກ້ໄຂກຸ່ມແກ້ງສະແກມເມີ 4 ຈຸດ ກັກຕົວໄດ້ 30 ຄົນ ຍິງ 1 ຄົນ, ປະກອບມີ 3 ສັນຊາດ ຈີນ 22 ຄົນ ຫວຽດນາມ 7 ຄົນ ແລະ ລາວ 1 ຄົນ ເປັນຍິງ, ຢຶດເຄື່ອງຂອງກາງໄດ້ຈຳນວນຫຼາຍ ເປັນຕົ້ນ ຄອມພິວເຕີໂນດບຸກ, ໂທລະສັບມືຖື, ຊິມກາດ, ບັອກຊິມ ແລະ ເຄື່ອງອື່ນໆຈຳນວນໜຶ່ງ. ທີ່ມາ: ຄວາມສະຫງົບ

Photos from Topiclaos's post 30/08/2026

ອັບເດດສະພາບຫຼັງນໍ້າຫລຸດລົງແລ້ວ ຢູ່ແຂວງຫລວງນໍ້າທາ ຕອນແລງ 30/8/2026 ເສັ້ນທາງ ແລະເຮືອນເສຍຫາຍໜັກ.

30/08/2026

#ທ່ານຮູ້ຫຼືຍັງ #ແຊຣແບ່ງປັນກົດໝາຍໃຫ້ທຸກທ່ານຮູ້ຕື່ມ👇🏻👇🏻

30/08/2026

J&T ເພີ່ນກະແຈ້ງແລ່ນລົດບໍ່ໃດ້ຄືກັນ ລະມັດລະວັງນໍາກັນເດີ້ພີ່ນ້ອງ
ຮັກແພງກັນເດີ້ຍາມວິກິດ❤️🇱🇦❤️❤️

📌ແຈ້ງດ່ວນສາຍທີ່ລົດແລ່ນບໍ່ໄດ້ມື້ນີ້

Photos from Topiclaos's post 30/08/2026

ອັບເດດລ່າສຸດ ວັນທີ 30 ສິງຫາ 2026 ຕິດຕາມສະຖານະການຢ່າງໃກ້ ຊິດຫຼາຍພື້ນທີ່ ຂອງເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢ່າງໝັກໜ່ວງ.
ນ້ຳຖ້ວມຄັ້ງນີ້, ເປັນການຖ້ວມໃຫຍ່ສຸດ ໃນຮອບຫຼາຍປີ,
ຝົນຍັງຕົກເລື່ອຍໆໃນຫຼາຍພື້ນທີ່ ນ້ຳອາດຈະຍັງເພີ່ມສູງຂຶ້ນ ໂດຍສະເພາະ ຄົນທີ່ຢູ່ໃກ້ນ້ຳແຊ ແລະ ສາຍນ້ຳອື່ນໆ ຕ້ອງມີສະຕິລະມັດລະວັງ.

29/08/2026

ທ່ານ ພັກເອກ ວັນ ສີເຟືອງ ເປັນຮອງປະທານສານປະຊາຊົນສູງສຸດຄົນໃໝ່ ແລະອະນຸມັດໃຫ້ຮອງຄົນເກົ່າ ອອກພັກການ-ຮັບອຸດໜູນບຳນານ

29/08/2026

ທີ່ແຂວງຫຼວງນໍ້າທາ

Website

Address

Vientiane