GooseJob
Turning talent into teams and dreams into jobs—with us.
16/05/2026
ລາຍຊື່ຜູ້ໂຊກດີທີ່ໄດ້ຂອງແຈກຈາກນ້ອງ GooseJob ໃນງານ Build with AI 💛🐧.
ຂອບໃຈທຸກຄົນທີ່ມາຮ່ວມຫລິ້ນກິດຈະກຳນໍາກັນເດີ້.
#ກິດຈະກຳ #ແຈກອງລາງວັນ
15/05/2026
[English Below]
ວຽກກໍລົ້ນມື... ວຽກບ້ານກໍເຕັມເຮືອນ! 😫 ຢ່າປ່ອຍໃຫ້ຊີວິດວຸ່ນວາຍໄປກວ່ານີ້ ໃຫ້ Goose Job ເປັນຜູ້ຊ່ວຍສ່ວນຕົວຂອງທ່ານ. 🐧✨
ບໍ່ວ່າຈະເປັນ:
🧹 ອະນາໄມບ້ານ: ສະອາດທຸກຊອກທຸກມຸມ ຄືໄດ້ບ້ານໃໝ່.
🛠️ ສ້ອມແປງເຄື່ອງໄຟຟ້າ: ເຄື່ອງເພ ຫຼື ໄຟບໍ່ຕິດ ເຮົາຈັດການໃຫ້.
❄️ ລ້າງແອ: ແອເຢັນ ສຸຂະພາບດີ ຫາຍໃຈເຕັມປອດ.
📦 ຈັດສົ່ງພາຍໃນມື້: ສົ່ງໄວ ທັນໃຈ ບໍ່ຕ້ອງຖ້ານານ.
ກົດຈອງງ່າຍໆ ຜ່ານແອັບ Goose Job ໄດ້ເລີຍ! 📲
-
Don't let the chaos take over! Let Goose Job be your personal assistant. 🐧✨
Our services include:
🧹 Home Cleaning: Every nook and cranny cleaned to perfection—it’ll feel like a brand-new home.
🛠️ Electrical Repairs: Broken appliances or flickering lights? We’ve got it covered.
❄️ AC Cleaning: Keep it cool and breathe easy with a deep-cleaned AC for better health.
📦 Same-Day Delivery: Fast and reliable delivery—no more long waits!
Book easily through the Goose Job app today! 📲
#ວຽກເຮືອນ
14/05/2026
ແລ້ວພົບກັນເດີ້ທຸກຄົນທີ່ງານ Build With AI Vientiane 2026.
by GDG Vientiane
12/05/2026
ເຣິ່ດດດ!!!
01/05/2026
[English Below]
ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 140 ປີ! 🛠️🐧💛
ນ້ອງ GooseJob ຂໍສົ່ງກຳລັງໃຈໃຫ້ 'ຍອດມະນຸດນັກສູ້ງານ' ທຸກໆທ່ານ! ຂອບໃຈທີ່ທຸ່ມເທແຮງກາຍແຮງໃຈ ເພື່ອສ້າງສາສິ່ງດີໆໃຫ້ສັງຄົມ. ຂໍໃຫ້ທຸກທ່ານມີສຸຂະພາບແຂງແຮງ, ມີຄວາມສຸກກັບວຽກທີ່ຮັກ ແລະ ປະສົບຜົນສຳເລັດໃນທຸກເປົ້າໝາຍ!
-
Happy 140th International Labour Day! 🛠️🐧💛
GooseJob wants to send a big shout-out to all the 'Workday Heroes' out there! Thank you for your hard work and dedication in building a better society. Wishing everyone great health, joy in the work you love, and success in reaching all your goals!
#ວັນກຳມະກອນ
30/04/2026
ມາຮູ້ຈັກກັບພວກເຮົາຕື່ມ...ວ່າເປັນຫຍັງພວກເຮົາຈຶ່ງຢາກເຮັດແພລັດຟອມ GooseJob
ໃນຍຸກທີ່ເສດຖະກິດດິຈິຕອນ (Digital Economy) ເຂົ້າມາມີບົດບາດສຳຄັນ ແລະ ຮູບແບບການເຮັດວຽກຂອງຄົນຮຸ່ນໃໝ່ກຳລັງປ່ຽນໄປ, ຕະຫຼາດແຮງງານໃນລາວກຳລັງຕ້ອງການຄວາມຢືດຢຸ່ນຫຼາຍກວ່າທີ່ເຄີຍເປັນ.
ມື້ນີ້ LaoXperts ຈະພາໄປສຳຜັດກັບແນວຄວາມຄິດ ແລະ ວິໄສທັດຂອງ ທ່ານ ນາງ ຈັນສຸດາ ສຸດທິຈັກ ຫຼື ປຸກກີ້, Product Owner ຂອງ GooseJob — ແພັດຟອມຈ້າງງານອິດສະຫຼະຝີມືຄົນລາວ ທີ່ກຳລັງສ້າງປາກົດການໃໝ່ໃນການເຊື່ອມຕໍ່ "ທັກສະ" ຂອງນັກສຶກສາ ເຂົ້າກັບ "ຄວາມຕ້ອງການ" ຂອງຕະຫຼາດຢ່າງເປັນຮູບປະທຳ.
ເມື່ອເວົ້າເຖິງຈຸດເລີ່ມຕົ້ນ, ປຸກກີ້ ໄດ້ເລົ່າໃຫ້ຟັງວ່າ GooseJob ເກີດຂຶ້ນມາຈາກປະສົບການໂດຍກົງໃນສະໄໝຮຽນ ທີ່ເປັນຄົນມັກເຮັດກິດຈະກຳ ແລະ ວຽກອາສາສະໝັກ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເກີດຄຳຖາມທີ່ສຳຄັນວ່າ: "ເປັນຫຍັງພວກເຮົາຕ້ອງລໍຖ້າໃຫ້ຮຽນຈົບກ່ອນ ຈຶ່ງຈະສາມາດເລີ່ມຫາລາຍໄດ້ ຫຼື ເກັບກ່ຽວປະສົບການ?" ຈາກການລອງຊວນໝູ່ມາເຮັດວຽກນຳກັນ, ເຮັດໃຫ້ເຫັນວ່າ ນັກສຶກສາລາວມີຕົ້ນທຶນມະນຸດ (Human Capital) ທີ່ສູງຫຼາຍ ທັງພະລັງງານ ແລະ ຄວາມຄິດສ້າງສັນ. ອ່ານຕໍ່ໃນລິ້ງກ້ແງຄອມເມັ້ນ..........
#ນັກສຶກສາລາວ #ແອັບຫາວຽກລາວ #ການຈ້າງງານອິດສະຫຼະ #ປ່ຽນເວລາວ່າງເປັນເງິນ
28/04/2026
ຂັ້ນຕອນງ່າຍໆໃນການຮັບບໍລິການຂອງຜູ້ໃຫ້ບໍລິການ(Provider) ໃນແອັບ Provider GooeJob
✅ ກວດເບິ່ງວຽກໃຫມ່ໆທີ່ເຂົ້າມາໃນລະບົບ
✅ ກົດຮັບວຽກທີ່ຖືກໃຈ
✅ ໂອ້ລົມ ແລະ ຢືນຢັນການເລີ່ມວຽກ
ພຽງເທົ່ານີ້ທຸກຄົນກໍສາມາດຮັບວຽກໄດ້ງ່າຍໆໃນແອັບ Provider GooseJob ຂອງພວກເຮົາໄດ້ແລ້ວ.
#ຮັບວຽກ
28/04/2026
ທຸກຄົນ ກຽມໂຕລະຫວາ.
✨ແຂກຮັບເຊີນສຸດພິເສດຂອງເຮົາຄື~~
ພົບກັບ KOEN DANAI ນັກສະແດງ, ນັກຈິດບຳບັດ ແລະ ເຈົ້າຂອງແຄມເປນ “ຈຸດພັກໃຈ” ທີ່ສ້າງພື້ນທີ່ປອດໄພໃຫ້ກັບຫົວໃຈຂອງທຸກຄົນ ໄດ້ທີ່ງານ WELL & Friends Fest 2026 ເຊິ່ງເປັນງານທີ່ຈະເສີມສ້າງທັກສະຊີວິດ ແລະ ສ້າງແຮງບັນດານໃຈໃຫ້ເຮົາທຸກຄົນໄດ້ມີພື້ນທີ່ພັກໃຈ ແລະ ໂອບກອດໂຕເອງໄດ້ເກັ່ງຂຶ້ນ💚
ຢ່າລືມພາກັນມາຮັບແຮງບັນດານໃຈດີໆໃນງານ ແລ້ວທຸກຄົນຈະກັບບ້ານໄປພ້ອມກັບຕົວເອງໃນເວີຊັ່ນທີ່ດີຂຶ້ນກວ່າເກົ່າ🫶🏻
🗓️ ແລ້ວພົບກັນວັນທີ 23 ເດືອນ ພຶດສະພາ ປີ 2026
📍ສະຖານທີ່ “ສູນບູໂດ ລາວ-ຍີ່ປຸ່ນ”
(https://maps.app.goo.gl/znBEeaWJDnfd3Mq7A?g_st=ic)
🎟️ລົງທະບຽນເຂົ້າຮ່ວມງານຟຣີໄດ້ທີ່: https://ewent.la/event/88B4A5C4/detail
WELL - Because You Matter
25/04/2026
ຂອບໃຈທີ່ມາຫາກັນເດີ້! 😊🎁
ທີມງານ GooseJob ຂໍຂອບໃຈທຸກຄົນທີ່ມາຮ່ວມກິດຈະກຳ ແລະ ຮັບຂອງລາງວັນຢູ່ບູດຂອງພວກເຮົາ. ບັນຍາກາດອົບອຸ່ນ ແລະ ມ່ວນຊື່ນຫຼາຍ!
ໃຜທີ່ໄດ້ຂອງແຈກໄປແລ້ວ ຢ່າລືມຖ່າຍຮູບມາອວດກັນແນ່ເດີ້ 📸✨
ແລ້ວພົບກັນໃໝ່ໄວໆນີ້!
24/04/2026
ມາແລ້ວລາຍຊື່ສຳລັບຜູ້ທີ່ໄດ້ຮັບຂອງແຈກຈາກນ້ອງGoose ໃນການເຂົ້າຮ່ວມກິດຈະກຳຂອງວັນທີ 24. 04. 2026(ວັນສຸກ)ນີ້.✨
ຍິນດີກັບທຸກຄົນເດີ້ ແລະ ຂອບໃຈຫຼາຍໆທີ່ເຂົ້າມາແວະຫານ້ອງກູດໃນມື້ທີ2 ຂອງງານ The National Startup Fest2026.
24/04/2026
The National Startup Fest 2026 ໄດ້ມີການຈັດເວທີສົນທະນາພິເສດໃນຫົວຂໍ້: "ການສ້າງລະບົບນິເວດຂອງສະຕາດອັບ (Startup) ຈາກພາຍໃນສູ່ສາກົນ" ບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍການແລກປ່ຽນບົດຮຽນຢ່າງເລິກເຊິ່ງ ໂດຍມີ ທ່ານ ແກ້ວວິສຸກ ດາລາສານ ຜູ້ອຳນວຍການ 108 Jobs ເປັນຜູ້ນຳພາການສົນທະນາ
ເວທີນີ້ໄດ້ເຕົ້າໂຮມເອົາຊ່ຽວຊານລະດັບແນວໜ້າທັງຈາກພາກລັດ, ເອກະຊົນ ແລະ ນັກລົງທຶນ ມາຮ່ວມກັນແບ່ງປັນທິດທາງການຊຸກຍູ້ທຸລະກິດ Startup ຂອງລາວໃຫ້ເຕີບໂຕຢ່າງຍືນຍົງ ເຊິ່ງມີຈຸດສຳຄັນດັ່ງນີ້:
ເລີ່ມຕົ້ນຈາກພາບລວມຂອງນະໂຍບາຍພາກລັດ, ທ່ານ ປອ ນາງ ມາໄລຄຳ ພິລາພອນ ຮອງຫົວໜ້າກົມສົ່ງເສີມ SME ຈາກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຍົກໃຫ້ເຫັນເຖິງການກຽມເປີດຕົວ "ສູນສົ່ງເສີມນະວັດຕະກຳສຳລັບ MSME ແລະ Startup".
ທ່ານໄດ້ອະທິບາຍວ່າ ສູນດັ່ງກ່າວຈະເຮັດໜ້າທີ່ເປັນຂົວຕໍ່ທີ່ສຳຄັນລະຫວ່າງ Startup ແລະ ນັກລົງທຶນ ຜ່ານ 5 ໜ້າທີ່ຫຼັກ ເຊັ່ນ: ການໃຫ້ຄຳປຶກສາດ້ານທຸລະກິດ, ການຮ່ວມມືກັບເຄືອຂ່າຍອາຊຽນເພື່ອໂຄ້ດຊິ້ງ, ການສະໜັບສະໜູນດ້ານອີຄອມເມີຊ ແລະ ການສ້າງໂອກາດໃນການເຂົ້າເຖິງແຫຼ່ງທຶນໃໝ່ໆ.
ນອກຈາກນີ້, ທາງກົມຍັງເນັ້ນໜັກເຖິງການແກ້ໄຂສິ່ງທ້າທາຍ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ທີ່ປຶກສາ (Mentors) ເຊິ່ງຖືເປັນຫົວໃຈຫຼັກຂອງການພັດທະນາ Startup ໃນລາວທີ່ຜ່ານມາຍັງເຮັດໄດ້ບໍ່ດີເທົ່າທີ່ຄວນ.
ສອດຄ່ອງກັບການວາງນະໂຍບາຍຂອງກະຊວງອຸດສາຫະກຳ, ທ່ານ ນາງ ເກສອນ ສຸລີວົງ ຫົວໜ້າກົມສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ປຽບທຽບການເຮັດວຽກຂອງທັງສອງກະຊວງວ່າເປັນຄື "ສາມີ ແລະ ພັນລະຍາ" ທີ່ຕ້ອງເຄື່ອນໄຫວວຽກງານຄຽງຄູ່ກັນຢ່າງຕັດຂາດບໍ່ໄດ້.
ທ່ານເນັ້ນໜັກວ່າ ເຕັກໂນໂລຊີປຽບເໝືອນ "ຢາແກ້ປວດ" ທີ່ເປັນກຸນແຈສຳຄັນເຮັດໃຫ້ Startup ສາມາດເຕີບໂຕແບບກ້າວກະໂດດໄດ້ ດັ່ງນັ້ນ, ໜ້າທີ່ຫຼັກຂອງກົມຈຶ່ງເປັນການ "ຜູ້ນຳພາອຳນວຍຄວາມສະດວກ" (Facilitator) ເພື່ອຊຸກຍູ້ໃຫ້ເກີດບຸກຄະລາກອນທີ່ມີແນວຄິດສ້າງສັນ, ຄິດບໍ່ຄືໝູ່ ແລະ ຮູ້ຈັກນຳໃຊ້ເຕັກໂນໂລຊີເພື່ອແກ້ໄຂບັນຫາໃຫ້ມີປະສິດທິພາບ.
ໃນຂະນະດຽວກັນ, ສຳລັບມຸມມອງຂອງພາກປະຕິບັດ ແລະ ການບົ່ມເພາະທຸລະກິດ, ທ່ານ ອຸພະກອນ ກຸໂພຄຳ ຜູ້ອຳນວຍການບໍລິສັດ XMT ໄດ້ຊີ້ໃຫ້ເຫັນເຖິງຈຸດແຂງທີ່ໂດດເດັ່ນຂອງລາວໃນເວທີອາຊຽນ ນັ້ນກໍຄື "ທຸລະກິດສີຂຽວ" (Green Business) ເຊັ່ນ: ການທ່ອງທ່ຽວເຊີງອະນຸລັກ, ວັດທະນະທຳ ແລະ ພະລັງງານສະອາດ.
ທາງ XMT ຈຶ່ງໄດ້ສຸມໃສ່ໂຄງການບົ່ມເພາະຜູ້ປະກອບການເພື່ອກຽມຄວາມພ້ອມໃນການເຂົ້າຫາແຫຼ່ງທຶນທີ່ໃຫຍ່ຂຶ້ນ ເນື່ອງຈາກທຶນຊ່ວຍເຫຼືອລ້າ ຫຼື ທຶນກູ້ຢືມທົ່ວໄປຍັງມີຂໍ້ຈຳກັດບໍ່ພຽງພໍຕໍ່ການຂະຫຍາຍຕະຫຼາດສູ່ສາກົນ.
ພ້ອມດຽວກັນນັ້ນ, XMT ຍັງໄດ້ຮ່ວມມືກັບສະພາການຄ້າ ໃນການຊຸກຍູ້ການນຳໃຊ້ AI ໂດຍມີໂຄງການຝຶກອົບຮົມການໃຊ້ເຄື່ອງມື AI ໃຫ້ແກ່ MSME ໂດຍບໍ່ເສຍຄ່າ ເພື່ອຍົກລະດັບຂີດຄວາມສາມາດຂອງທຸລະກິດທ້ອງຖິ່ນ
ຕໍ່ເນື່ອງຈາກເລື່ອງເຕັກໂນໂລຊີ ແລະ ການປັບຕົວ, ທ່ານ ອຸໄທ ໄຊອຸດົມ ຜູ້ອຳນວຍການ Lao IT Dev ໄດ້ມາແບ່ງປັນປະສົບການຕົວຈິງໃນການບໍລິຫານທຸລະກິດແບບ "Startup ສາຍແມງສາບ" (Cockroach Startup) ເຊິ່ງໝາຍເຖິງທຸລະກິດທີ່ເນັ້ນການຢູ່ລອດ ແລະ ຢືນຢັດໃນຈຸດແຂງຂອງຕົນເອງ.
ບໍລິສັດໄດ້ເລີ່ມຕົ້ນຈາກການອາໄສກະແສເງິນສົດ (Cash flow) ຂອງຕົນເອງ ໂດຍບໍ່ໄດ້ເພິ່ງພາແຫຼ່ງທຶນພາຍນອກ ແຕ່ເນັ້ນການສ້າງວັດທະນະທຳອົງກອນທີ່ດີຈົນສາມາດດຶງດູດໃຫ້ບໍລິສັດໃຫຍ່ເຂົ້າມາຊື້ຮຸ້ນໄດ້ ທ່ານຍັງໄດ້ໃຫ້ຂໍ້ຄິດທີ່ສຳຄັນວ່າ ໃນຍຸກທີ່ AI ສາມາດຂຽນໂຄ້ດແທນຄົນໄດ້ແລ້ວ ທຸລະກິດຕ້ອງຮູ້ຈັກປັບຕົວຢ່າງໄວວາ ແລະ ປ່ຽນແປງຮູບແບບການບໍລິການຢູ່ສະເໝີເພື່ອໃຫ້ທຸລະກິດ "ຕ້ອງລອດ" ໄປໄດ້.
ທ້າຍສຸດນີ້, ປັດໄຈທີ່ຈະເຮັດໃຫ້ລະບົບນິເວດສົມບູນໄດ້ຄືແຫຼ່ງທຶນທີ່ຍືນຍົງ ເຊິ່ງ ທ່ານ ຮສ ປອ ປິຍະ ວົງພິດ ຕົວແທນຈາກບໍລິສັດບໍລິຫານຈັດການກອງທຶນ ໄດ້ນຳສະເໜີຮູບແບບການລົງທຶນໃໝ່ສຳລັບ SME ໃນລາວ ນັ້ນຄືການເຂົ້າຊື້ຮຸ້ນສ່ວນ (Equity) ເຊິ່ງແຕກຕ່າງຈາກການປ່ອຍກູ້ແບບທົ່ວໄປຂອງທະນາຄານ.
ທາງກອງທຶນຈະເຂົ້າໄປເປັນຮຸ້ນສ່ວນທີ່ຮ່ວມຮັບຄວາມສ່ຽງທັງກຳໄລ ແລະ ຂາດທຶນໄປນຳກັນ, ຢ່າງໃດກໍຕາມ, ເງື່ອນໄຂສຳຄັນຄືທຸລະກິດຕ້ອງມີໂມເດວລາຍຮັບທີ່ຊັດເຈນ, ມີງົບການເງິນບັນຊີທີ່ຖືກຕ້ອງ ແລະ ຜ່ານການກວດສອບຈາກພາຍນອກ (Audit) ທັງນີ້, ທາງກອງທຶນຈະຊ່ວຍໃຫ້ຄຳປຶກສາດ້ານການເງິນ ແລະ ຊອກຫາຕະຫຼາດ ແຕ່ຈະບໍ່ເຂົ້າໄປແຊກແຊງການບໍລິຫານຈັດການຂອງເຈົ້າຂອງທຸລະກິດເດີມ
ການສົນທະນາໃນງານ The National Startup Fest 2026 ຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງພາບລວມຂອງລະບົບນິເວດ Startup ລາວທີ່ກຳລັງເຊື່ອມໂຍງເຂົ້າຫາກັນຢ່າງເປັນລະບົບ, ການປະສານງານກັນລະຫວ່າງນະໂຍບາຍພາກລັດທີ່ເຂັ້ມແຂງ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ການຊຸກຍູ້ທຸລະກິດສີຂຽວ, ການປັບຕົວຂອງຜູ້ປະກອບການທີ່ວ່ອງໄວ ແລະ ໂອກາດການເຂົ້າເຖິງແຫຼ່ງທຶນຮູບແບບໃໝ່ໆ ຈະກາຍເປັນກົນໄກສຳຄັນທີ່ຊຸກຍູ້ໃຫ້ Startup ລາວກ້າວໄປສູ່ເວທີສາກົນໄດ້ຢ່າງແທ້ຈິງ.
#ສະຕາດອັບລາວ
Click here to claim your Sponsored Listing.